ຄະນະໂຄສະນາອົບຮົມແຂວງ ເອົາໃຈໃສ່ເຖິງການບໍລິຈາກເລືອດ

ຄະນະໂຄສະນາອົບຮົມແຂວງ ເອົາໃຈໃສ່ເຖິງການບໍລິຈາກເລືອດ

ວັນທີ 6 ກັນຍາ 2024 ຢູ່ທີ່ຫ້ອງປະຊຸມຂອງຄະນະໂຄສະນາອົບຮົມແຂວງຊຽງຂວາງ ໄດ້ຈັດພິທີໂຄສະນາເຜີຍແຜ່ວຽກງານກາແດງ ແລະ ການບໍລິຈາກເລືອດ ໃຫ້ພະນັກງານ-ລັດຖະກອນ ຂອງຄະນະໂຄສະນາອົບຮົມແຂວງ  ໂດຍໃຫ້ກຽດເປັນປະທານຂອງທ່ານ ນາງ ພວງພະຈັນ ມູນທະວົງ ກໍາມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ເປັນກຽດເຂົ້າຮ່ວມຂອງທ່ານ ຄໍາສິງ ທອງສີພັນ ຫົວໜ້າສູນເລືອດແຂວງຊຽງຂວາງ ພ້ອມດ້ວຍທີມງານອົງ

ການກາແດງແຂວງ ແລະ ພະນັກງານພາຍໃນຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມທັງໝົດ 19 ທ່ານ; ຍິງ 9 ທ່ານ. ໃນພິທີ ທ່ານ ນາງ ຄໍາຕຸ້ຍ ສາຍສີດາວົງ ຮອງຫົວໜ້າຂະແໜງ ໂຄສະນາຂົນຂວາຍ, ຊ່ວຍບັນເທົາທຸກ, ໄດ້ຂຶ້ນເຜີຍແຜ່ກ່ຽວກັບປະຫວັດຄວາມເປັນມາຂອງວຽກງານກາແດງ, ຄວາມຮູ້ພື້ນຖານກ່ຽວກັບເລືອດ ແລະ ການບໍລິຈາກເລືອດ, ເຊິ່ງເຮັດໃຫ້ພະນັກງານ-ລັດຖະກອນ ມີຄວາມຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ ແລະ ສະໝັກໃຈປະກອບສ່ວນຢ່າງຕັ້ງໜ້າ. ຈາກນັ້ນ,

ກໍໄດ້ມີການກວດເລືອດໃຫ້ແກ່ອາສາສະໝັກຈໍານວນ 19 ທ່ານ, ຜ່ານຈາກການປະຕິບັດຕາມຂັ້ນຕອນ, ເຕັກນິກແລ້ວມີຈໍານວນ 2 ທ່ານ ໄດ້ບໍລິຈາກເລືອດໃນຄັ້ງນີ້ ເປັນການບໍລິຈາກເລືອດຊ່ວຍເຫຼືອສັງຄົມ ແລະ ເພື່ອນມະນຸດດ້ວຍກັນ ໂດຍທີ່ບໍ່ຫວັງຜົນຕອບແທນ ດັ່ງຄໍາເວົ້າທີ່ວ່າ (ໃຫ້ເລືອດຄືການໃຫ້ຊີວິດ) ເພື່ອໃຫ້ມີເລືອດພຽງພໍ, ປອດໄພ ສາມາດຕອບສະໜອງໃຫ້ທັນເວລາ, ພ້ອມທັງຮັບປະກັນໃຫ້ມີເລືອດສໍາຮອງ ເພື່ອຕອບສະໜອງເລືອດໃນຍາມສຸກເສີນ.

 

ໂດຍ: ສີຍອງ ພອນທະຈັນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa