ທ່ານ ວັນສີ ກົວມົວ ໂອ້ລົມພະນັກງານຄະນະໂຄສະນາອົບຮົມແຂວງຊຽງຂວາງ
ວັນທີ 17 ສິງຫາ 2026 ທີ່ຄະນະໂຄສະນາອົບຮົມແຂວງໄດ້ຮັບຟັງການໂອ້ລົມຂອງທ່ານ ວັນສີ ກໍມົວ ກໍາມະການສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍຄະນະໄດ້ລົງຢ້ຽມຢາມ ແລະ ໂອ້ລົມພະນັກງານ-ລັດຖະກອນຄະນະໂຄສະນາອົບຮົມແຂວງ. ໂດຍການຕ້ອນຮັບຂອງ ທ່ານ ກິ່ງແກ້ວ ແສງມະນີວົງ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມຄະນະ ແລະ ພະນັກງານພາຍໃນຄະນະໂຄສະນາອົບຮົມແຂວງເຂົ້າຮ່ວມຢ່າງພ້ອມພຽງ.
ໃນໂອກາດດັ່ງກ່າວ ທ່ານ ກິ່ງແກ້ວ ແສງມະນີວົງ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງໄດ້ລາຍງານຫຍໍ້ ກ່ຽວກັບການປະຕິບັດວຽກງານພາຍໃນຄະນະໂຄສະນາອົບຮົມແຂວງ ແລະ ໄດ້ຮັບຟັງການໂອ້ລົມຂອງທ່ານ ວັນສີ ກົວມົວ ເຊິ່ງທ່ານໄດ້ໃຫ້ທິດຊີ້ນໍາຕໍ່ພະນັກງານ-ລັດຖະກອນ, ເນັ້ນໜັກໃຫ້ພະນັກງານທຸກທ່ານເອົາໃຈໃສ່ຍົກສູງຄວາມຮັບຮູ້ໃນການສຶກສາອົບຮົມການເມືອງ-ແນວຄິດ, ເປັນເສນາທິການທີ່ເຂັ້ມແຂງ, ປັບປຸງຮູບແບບ ແລະ ວິທີການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານໃຫ້ມີຄວາມທັນສະໄໝ, ວ່ອງໄວເຂົ້າເຖິງປະຊາຊົນບັນດາເຜົ່າຢ່າງກ້ວາງຂວາງ ແລະ ເລິກເຊິ່ງພ້ອມກັນຕ້ານການຕອບໂຕ້ຂ່າວປອມ, ຂ່າວຫຼອກລວງຜ່ານທາງໂຊຊ່ຽວຕ່າງໆຢ່າງແຂັ້ມແຂງ.
ໃນຕອນທ້າຍ ເພື່ອເປັນການຊຸກຍູ້ ແລະ ອໍານວຍຄວາມສະດວກໃນການປະຕິບັດໜ້າທີ່ວຽກງານ ໃຫ້ມີຄວາມທັນສະໄໝ, ບັນລຸຜົນສໍາເລັດສູງ ແລະ ທ່ານຍັງໄດ້ມອບອຸປະກອນຮັບໃຊ້ເຂົ້າໃນວຽກງານໂຄສະນາຈໍານວນໜຶ່ງ ໃຫ້ແກ່ຄະນະໂຄສະນາອົບຮົມແຂວງລວມມີ ໂທລະໂຄ່ງ 2 ຊຸດ, ຄອມພີວເຕີ 1 ຊຸດ ແລະ ປິ່ນເຕີ 1 ຊຸດ. ຕາງໜ້າກ່າວຮັບໂດຍ ທ່ານ ກິ່ງແກ້ວ ແສງມະນີວົງ ພ້ອມທັງໄດ້ສະແດງຄວາມຂອບໃຈຢ່າງສູງຕໍ່ທ່ານ ວັນສີ ກົວມົວ ທີ່ໄດ້ເອົາໃຈໃສ່ ແລະ ສະໜັບສະໜູນອຸປະກອນເພື່ອມາຮັບໃຊ້ເຂົ້າໃນວຽກງານວິຊາສະເພາະໃຫ້ມີຄວາມວ່ອງໄວ ແລະ ທັນສະໄໝ.
ຂຽນໂດຍ: ເພັດສະໝອນ