ຍົກລະດັບວຽກງານສັງລວມຫາງສຽງສັງຄົມ

 

     

  ຄະນະໂຄສະນາອົບຮົມແຂວງ ສົມທົບກັບຄະນະພັກເມືອງຄູນ ເປີດຊຸດຝຶກອົບຮົມວຽກງານສັງລວມຫາງສຽງສັງຄົມ ຢູ່ທີ່ສະໂມສອນເມືອງຄູນ ໃນວັນທີ 28 ກັນຍາ 2026 ພາຍໃຕ້ການເປັນປະທານຂອງສະຫາຍ ເພັດສະໝອນ ສຸລິຍະແສງ ເລຂາພັກເມືອງຄູນ, ເປັນກຽດເຂົ້າຮ່ວມຂອງ ສະຫາຍ ປອ ເພັດສະໝອນ ດວງປະເສີດ ກໍາມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຫົວໜ້າຄະນະໂຄສະນາອົບຮົມເມືອງຄູນ, ມີບັນດານັກສໍາມະນາກອນ ທີ່ມາຈາກບັນດາຫ້ອງການ, ອົງການຈັດຕັ້ງຕ່າງໆຂອງເມືອງ ແລະ ຄະນະປົກຄອງຕາແສງເຂົ້າຮ່ວມ.

ໃນພິທີ ສະຫາຍ ຄໍາໄມ ມີວາວັນ ຄະນະປະຈໍາພັກເມືອງ, ຫົວໜ້າຄະນະໂຄສະນາອົບຮົມເມືອງ ໄດ້ຜ່ານມະຕິຕົກລົງວ່າດ້ວຍການແຕ່ງຕັ້ງຄະນະກໍາມະການເກັບກໍາຫາງຽງສັງຄົມຂັ້ນເມືອງ, ຈາກນັ້ນ, ນັກວິທະຍາກອນມາຈາກຂັ້ນແຂວງ ໄດ້ຜັດປ່ຽນກັນສິດສອນ-ອະທິບາຍບົດຮຽນ, ເນື້ອໃນເອກະສານທີ່ນໍາມາຝຶກໃນຄັ້ງນີ້ປະກອບມີ 4 ບົດຄື: ບົດທີ 1 ບັນຫາພື້ນຖານກ່ຽວກັບວຽກງານຫາງສຽງສັງຄົມ; ບົດທີ 2 ວິທີເກັບກໍາ ແລະ ນໍາໃຊ້ຫາງສຽງສັງຄົມເຂົ້າໃນວຽກງານການເມືອງແນວຄິດ; ບົດທີ 3 ຕາໜ່າງເພື່ອນຮ່ວມງານ ແລະ ບົດທີ 4 ວຽກງານຄົ້ນຄ້ວາສັງລວມ. ການຝຶກອົບຮົມໃນຄັ້ງນີ້ ຜູ້ເຂົ້າຮ່ວມຝຶກໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບວຽກງານສັງລວມຫາງສຽງສັງຄົມ, ນໍາໃຊ້ບັນດາບົດຮຽນດັ່ງກ່າວເພື່ອຍົກສູງພາລະບົດບາດ, ການເປັນເສນາຊ່ວຍຄະນະພັກ, ຄະນະນໍາ, ໃນການນໍາພາແນວຄິດຂອງພະນັກງານສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າ ໃຫ້ມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ. ວຽກງານສັງລວມຫາງສຽງສັງຄົມມີຄວາມສໍາຄັນຕໍ່ການນໍາພາຂອງພັກ, ການຄຸ້ມຄອງລັດ ໃນຂະບວນວິວັດຂອງການນໍາພາໃຫ້ຖືກຕ້ອງຕາມຄວາມເປັນຈິງ, ສອດຄ່ອງກັບແນວທາງນະໂຍບາຍຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ແລະ ເມືອງ, ເປັນວຽກງານໜຶ່ງທີ່ຄະນະພັກທຸກຂັ້ນ ຄວນໄດ້ເອົາໃຈໃສ່ຕິດຕາມສະພາບແນວຄິດ, ຈິດຕະສາດ, ຄວາມຄິດເຫັນຂອງສັງຄົມ ເພື່ອປັບປຸງແກ້ໄຂປະກົດການຫຍໍ້ທໍ້ ແລະ ເສີມຂະຫຍາຍດ້ານຕັ້ງໜ້າໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການ ແລະ ຄວາມມຸ່ງມາດປາຖະໜາຂອງບັນດາຊັ້ນຄົນຢູ່ໃນສັງຄົມ; ບັນຍາກາດໃນການຝຶກອົບຮົມດໍາເນີນໄປດ້ວຍບັນຍາກາດທີ່ດີ, ວິທະຍາກອນ ແລະ ນັກສໍາມະນາກອນ ຍັງໄດ້ຍົກຫຼາຍບັນຫາມາຄົ້ນຄ້ວາສົນທະນາແລກປ່ຽນບົດຮຽນ, ໄດ້ຍົກເອົາພຶດຕິກໍາຕົວຈິງມາສົມທຽບ ຕົ້ນຕໍແມ່ນວຽກທີ່ກ່ຽວຂ້ອງກັບບົດຮຽນເພື່ອແລກປ່ຽນຄໍາຄິດເຫັນ, ເຮັດໃຫ້ນັກສໍາມະນາກອນມີຄວາມຮັບຮູ້ ແລະ ເຂົ້າໃຈຕໍ່ພາລະບົດບາດຂອງວຽກງານເກັບກໍາຫາງສຽງສັງຄົມຫຼາຍຂຶ້ນ.

ໃນຕອນທ້າຍຂອງການຝຶກອົບຮົມ ສະຫາຍ ປອ ເພັດສະໝອນ ດວງປະເສີດ ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ໃຫ້ກຽດມອບໃບຢັ້ງຍືນໃຫ້ແກ່ນັກສໍາມະນາກອນ ແລະ ສະຫາຍ ເພັດສະໜອນ ສຸລິຍະແສງ ເລຂາຄະນະບໍລິຫານງານພັກເມືອງຄູນ ໄດ້ມີຄໍາເຫັນເພື່ອເປັນທິດທາງໃນການເຄື່ອນໄຫວວຽກງານສັງລວມຫາງສຽງສັງຄົມ ແລະ ຍົກສູງຄວາມສາມາດ ໃນການເປັນເສນາທິການໃຫ້ແກ່ຄະນະພັກ ເຊິ່ງທ່ານໄດ້ເນັ້ນໜັກໃຫ້ນັກສໍາມະນາກອນທັງໝົດທຸກຄົນເອົາໃຈໃສ່ໃນການເກັບກໍາຫາງສຽງທີ່ເກີດຂຶ້ນຢູ່ພາຍໃນເມືອງ ຕາມພາລະບົດບາດ, ສິດໜ້າທີ່ ແລະ ໃຫ້ຖືສໍາຄັນວຽກງານສັງລວມຫາງສຽງສັງຄົມ ແລະ ຮຽກຮ້ອງມາຍັງນັກສໍາມະນາກອນທີ່ໄດ້ຝຶກອົບຮົມໃນຄັ້ງນີ້ນໍາເອົາຄວາມຮູ້ ແລະ ປະສົບການທີ່ໄດ້ຮຽນມາໄປໝູນໃຊ້ເຂົ້າໃນວຽກງານໃຫ້ມີປະສິດທິຜົນສູງ.

 

ໂດຍ: ສີຍອງ ພອນທະຈັນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa