ແຂວງຊຽງຂວາງ ເປີດປີທ່ອງທ່ຽວລາວ 2024 ແລະ ງານເທດສະການບຸນປະເພນີບັນດາເຜົ່າ

ໃນຕອນແລງຂອງວັນທີ 26 ມັງກອນ 2024 ແຂວງຊຽງຂວາງ ໄດ້ເປີດປີທ່ອງທ່ຽວລາວ 2024 ແລະ ງານບຸນເທດສະການງານບຸນປະເພນີບັນດາເຜົ່າຂຶ້ນຢ່າງເປັນທາງການ ຢູ່ທີ່ເດີ່ນກິລາສາຍສໍາພັນ ບ້ານນາຄູນ ເມືອງແປກແຂວງຊຽງຂວາງ, ໂດຍການເປັນປະທານຂອງທ່ານ ບຸນຈັນ ສີວົງພັນ ກໍາມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງຊຽງຂວາງ, ເຂົ້າຮ່ວມໃນພິທີມີ ປ້ານາລີ ສີສຸລິດ ພັນລະຍາຂອງພະນະທ່ານປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ, ມີຕາງໜ້າການນໍາຂັ້ນສູນກາງ, ການນໍາຂອງແຂວງຊຽງຂວາງ, ແຂວງຫຼວງພະບາງ, ແຂວງຫົວພັນ, ແຂວງບໍລິຄໍາໄຊ, ແຂວງໄຊສົມບູນ ແລະ ບັນດາພະແນກການ, ກົມກອງ, ລັດວິສາຫະກິດພັກ-ລັດ ແລະ ເອກະຊົນ, ບໍລິສັດຫ້າງຮ້ານ, ນັກທຸລະກິດຕະຫຼອດຮອດມວນຊົນຊາວແຂວງຊຽງຂວາງເຂົ້າຮ່ວມຢ່າງຫຼວງຫຼາຍ.

ໃນພິທີໄດ້ຊົມການສະແດງສີລະປະວັນນະຄະດີພື້ນເມືອງ, ເປົ່າແຄນ, ຟ້ອນ ແລະ ເດີນແບບຊຸດຊົນເຜົ່າ 6 ເຜົ່າຂອງແຂວງຊຽງຂວາງ; ຈາກນັ້ນ, ທ່ານ ສີວິໄລ ແສງຈະເລີນ ຮອງເຈົ້າແຂວງຊຽງຂວາງ, ຜູ້ຊີ້ນໍາວຽກງານວັດທະນະທໍາ-ສັງຄົມແຂວງ (ຫົວໜ້າຄະນະຊີ້ນໍາຈັດງານປີທ່ອງທ່ຽວຂັ້ນແຂວງ) ໄດ້ຂຶ້ນລາຍງານການກະກຽມຄວາມພ້ອມ ແລະ ກ່າວຈຸດປະສົງຂອງການຈັດງານໃນຄັ້ງນີ້ ເພື່ອເປັນການໂຄສະນາການທ່ອງທ່ຽວອອກສູ່ສັງຄົມໃຫ້ນັບມື້ຫຼາຍຂຶ້ນ ແລະ ດຶງດູດເອົານັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວຊົມໃຫ້ນັບມື້ເພີ່ມຂຶ້ນ, ເປັນການກະຕຸ້ນການຂະຫຍາຍຕົວເສດຖະກິດຂອງແຂວງ ທັງເປັນການກະຈາຍລາຍໄດ້ໃຫ້ຜູ້ປະກອບການດໍາເນີນທຸລະກິດ, ເຮືອນພັກ, ໂຮງແຮມ, ຮ້ານອາຫານ, ຮ້ານບັນເທິງ, ລວມທັງການຜະລິດສິນຄ້າ, ການບໍລິການນໍາທ່ຽວເປັນການສ້າງວຽກເຮັດງານທໍາ ແລະ ສ້າງລາຍຮັບໃຫ້ແກ່ປະຊາຊົນ, ເປັນການຊຸກຍູ້ສົ່ງເສີມການອານຸລັກສົ່ງເສີມວັດທະນະທໍາ, ຮີດຄອງປະເພນີອັນດີງາມຂອງຊາວຊຽງຂວາງ, ປົກປັກຮັກສາທໍາມະຊາດໃຫ້ມີຄວາມຢືນຍົງ, ການເປີດປີທ່ອງທ່ຽວ 2024 ແລະ ງານບຸນປະເພນີຂອງແຕ່ລະເຜົ່າໃນຄັ້ງນີ້, ໄດ້ມີຫຼາຍກິດຈະກໍາເຊັ່ນ: ງານວາງສະແດງສິນຄ້າ, ງານປະກວດນາງສາວງາມປະຈໍາປີທ່ອງທ່ຽວ 2024 , ງານແຂ່ງຂັນກິລາພື້ນເມືອງ, ໝາກຂ່າງ, ໜ້າເກັກ,​ ງົວຊົນ-ງົວງາມ, ຄວາຍງາມ ແລະ ງານສະແດງສີລະປະວັນນະຄະດີ; ນອກຈາກນັ້ນ, ຍັງມີຫຼາຍກິດຈະກໍາເພື່ອສ່ອງແສງໃຫ້ເຫັນເຖິງເອກະລັກ, ວັດທະນາທຳ, ຮີດຄອງປະເພນີອັນດີງາມຂອງບັນດາເຜົ່າຊາວຊຽງຂວາງ ດຶງດູດເອົານັກທ່ອງທ່ຽວປີ 2024 ແລະ ປີຕໍ່ໆໄປໃຫ້ມີບາດກ້າວອັນໃໝ່.

ໃນໂອກາດດັ່ງກ່າວ ທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງຊຽງຂວາງ ໄດ້ມີຄໍາເຫັນເປີດ, ຕັດແຖບຜ້າ ແລະ ລັ່ນຄ້ອງ 9 ບາດ ເພື່ອເປີດງານຢ່າງເປັນທາງການ, ເຊິ່ງທ່ານໄດ້ກ່າວເຖິງຄວາມໝາຍຄວາມສໍາຄັນຂອງວຽກງານການທ່ອງທ່ຽວ ເປັນຕົ້ນແມ່ນການບໍລິການທ່ອງທ່ຽວ ເປັນວຽກງານໜຶ່ງທີ່ສໍາຄັນໃນການພັດທະນາເສດຖະກິດສັງຄົມ ເພື່ອເປັນການໝູນໃຊ້ທ່າແຮງດ້ານຊັບພະຍາກອນທໍາມະຊາດ, ປະຫວັດສາດ, ວັດທະນະທໍາ, ຮີດຄອງປະເພນີ ແລະ ວິຖີຊີວິດທີ່ເປັນເອກະລັກສະເພາະຂອງແຂວງຊຽງຂວາງ ທັງເປັນໂຄສະນາໃຫ້ນັກທ່ອງທ່ຽວເຂົ້າມາທ່ຽວຊົມ ແລະ ສຶກສາຮຽນຮູ້ປະຫວັດຄວາມເປັນມາຂອງແຂວງຊຽງຂວາງ ພາຍໃຕ້ຄໍາຂວັນທີ່ວ່າ: “  ທ່ອງທ່ຽວລາວ ທ່ອງທ່ຽວຊຽງຂວາງແດນງາມ ດິນແດນວິລະຊົນ ໄຫຫີນມໍລະດົກລາວ ມໍລະດົກໂລກ” ເພື່ອປະກາດໃຫ້ຊາວໂລກໄດ້ຮັບຮູ້ວ່າຊາວແຂວງຊຽງຂວາງ ໄດ້ມີຄວາມພ້ອມແລ້ວທີ່ຈະຕ້ອນຮັບນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດທີ່ເຂົ້າມາທ່ຽວຊົມຄວາມອຸດົມສົມບູນຂອງຊັບພະຍາກອນທໍາມະຊາດ ທີ່ສວຍສົດງົດງາມ, ອາກາດເຢັນສົດຊື່ນ ແລະ ທ່ຽວຊົມໄຫຫີນມໍລະດົກໂລກ, ຮຽນຮູ້ວັດທະນະທໍາ, ຮີດຄອງປະເພນີ, ວິຖີຊີວິດຂອງເຜົ່າຢູ່ພາຍໃນແຂວງຊຽງຂວາງ.

ໂດຍ: ສີຍອງ ພອນທະຈັນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa