ແຂວງຊຽງຂວາງຈັດ​ຕັ້ງ​ປາຖະກະຖາ ວັນ​​ເກີດ ປະທານ ຄໍາ​ໄຕ ສີ​ພັນ​ດອນ ຄົບຮອບ 100 ປີ

​​ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ 4 ມັງກອນ 2024 ​ແຂວງຊຽງຂວາງ ໄດ້​ຈັດ​ຕັ້ງ​ພິທີປາຖະກະຖາ ເພື່ອລະນຶກ​ວັນ​ເກີດ​ຂອງ​ ປະທານ ຄໍາ​ໄຕ ສີ​ພັນ​ດອນ ຄົບຮອບ 100 ປີ ທີ່​ຫ້ອງ​ປະຊຸມ​​ໃຫຍ່ຫ້ອງ​ວ່າການ​ແຂວງ. ​ໃຫ້ກຽດ​ປາຖະກະຖາໂດຍສະຫາຍ ຄໍາ​ພັນ ​ເຜີຍ​ຍະ​ວົງ ​ເລຂາທິການ​ສູນ​ກາງ​ພັກ, ຫົວໜ້າ ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ​ພັກ, ປະທານສະພາ​ທິດ​ສະ​ດີ​ສູນ​ກາງພັກ, ຫົວໜ້າ​ຄະນະ​ຮັບຜິດຊອບ​​ຊີ້​ນໍາ​ການຈັດ​ຕັ້ງ​ສະ​ເຫຼີ​ມສະຫຼອງ ວັນ​ເກີດ ປະທານ ​ຄໍາ​ໄຕ ​ສີ​ພັນ​ດອນ ຂັ້ນ​ສູນ​ກາງ, ​ເຊິ່ງ​ເຂົ້າ​ຮ່ວມ​ຮັບ​ຟັງ​​ມີ ຄະນະ​ປະ​ຈໍາ​ພັກ​ແຂວງ, ກຳມະການ​ພັກ​ແຂ​ວງ, ​ເລຂາ​ພັກ​ເມືອງ, ຄະນະ​ພັກ​ຮາກ​ຖານ, ຄະນະ​ໜ່ວຍ​ພັກ​ຮາກ​ຖານ, ຫົວໜ້າ-ຮອງ​ຫົວໜ້າ​ ພະ​ແນ​ກການ, ກົມ​ກອງ, ພະນັກງານ-ລັດຖະກອນ, ລັດ​ວິ​ສາ​ຫະກິດ​​ອ້ອມ​ຂ້າງ​ແຂວງ​ເຂົ້າ​ຮ່ວມ​ຟັງ​ທັງ​ໝົດ 274 ຄົນ, ຍິງ 78 ຄົນ.

​ໃນ​ພິທີ​​ດັ່ງກ່າວ ສະຫາຍ​ ຄໍາພັນ ເຜີຍ​ຍະ​ວົງ ​ໄດ້ເລົ່າຄືນ​ຊີວິດ​ເຍົາ​ໄວ ​ແລະ ຈຸດ​ເລີ່​ມຕົ້ນ​​ໃນການ​ເຄື່ອນ​ໄຫວ​ປະຕິວັດ​ ຂອງ​ປະທານ ຄໍາ​ໄຕ ສີ​ພັນ​ດອນ, ຍົກ​ໃຫ້​ເຫັນ​ເຖິງ​ການ​ເຄື່ອນ​ໄຫວ​ປະຕິວັດ​ເປັນ​ຕົ້ນ​ແມ່ນ​ເຂົ້າ​ຮ່ວມຂະ​ບວນການ​ຕໍ່ສູ້ຕ້ານ​ພວກ​ລ່າ​ເມືອງ​ຂຶ້ນ​ຝຣັ່ງ ​ແລະ ຈັກ​ກະ​ພັດອາ​ເມ​ລິ​ກາ, ຄວາມ​ປີ​ຊາ​ສາມາດ, ຄວາມ​ສະຫຼຽວສະຫຼາດ​ຂອງ​ປະທານ ຄໍາ​ໄຕ ສີ​ພັນ​ດອນ ໃນ​ການ​ຊີ້​ນໍາບັນຊາ​ກອງທັບ​ປະຊາຊົນລາວ​​​ໃນ​ການຕໍ່ສູ້​ກູ້​ຊາດ​ບໍ່​ຍອມ​ຈໍານົນ​ຈົນສາມາດ​ຍາດ​ໄດ້​ໄຊຊະນະ ທີ່ສົມບູນ ແລະ ສະຖາປານາປະເທດ ສປປ ລາວ ຂື້ນໃນວັນທີ 2 ທັນວາ 1975 ແລະ ​ຍົກ​ໃຫ້​ເຫັນ​ເຖິງ​ຜົນງານ​ໃນ​ການ​ຊີ້​ນໍາ-ນໍາພາ​ໃນ​ໄລຍະ​ພາລະກິດປົກ​ປັກ​ຮັກສາ ​ແລະ ສ້າງສາ​ພັດ​ປະ​ເທດ​ຊາດ​ໃນ​ແຕ່ລະ​ໄລຍະຈົນ​ເຖິງ​ປັດຈຸ​ບັນ, ລວມທັງວິຖີຊີວິດທີ່ດຸໝັ່ນພາກພຽນ, ແບບແຜນການເຮັດວຽກທີ່ຊັດເຈນ, ການອຸທິດຕົນເພື່ອຊາດ, ເພື່ອປະຊາຊົນເປັນແບບຢ່າງໃນການຮັກສາສຸຂະພາບທີ່ດີ, ເປັນທີ່ຮັກແພງຂອງປະຊາຊົນບັນດາເຜົ່າ.

ຕໍ່​ກັບ​ຜົນງານ​ຂອງ​ເພີ່ນ​ນັ້ນ​ ສະຫາຍ ຄໍາ​ພັນ ​ເຜີຍ​ຍະ​ວົງ ​ຍັງ​ໄດ້ສະ​ເໜີ​ໃຫ້​ພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ​, ປັນຍາ​ຊົນ ​ແລະ ຄົນ​ຮຸ່ນ​ໝຸ່ມ ຈົ່ງຕັ້ງໜ້າສຶກສາ​ຮໍ່າ​ຮຽນ​ ​ແລະ ​ເສີມ​ຂະຫຍາຍ​ຄຸນ​ງາມ​ຄວາມ​ດີ, ​​ແບບແຜນ​ດໍາລົງ​ຊີວິດ​ຂອງ​ປະ​ທານ ຄໍາ​ໄຕ ສີ​ພັນ​ດອນ ​ເພື່ອ​ມາ​ໝູນ​ໃຊ້​​ເຂົ້າການ​ປະຕິບັດ​ໜ້າ​ທີ່​ຂອງ​ຕົນ.

ຂ່າວ: ທ້າວ ນູຢ່າງ ຢົງ​ມາ

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa