ເຄື່ອນໄຫວສາຍຟີມມູນເຊື້ອສໍາຄັນຂອງພັກ, ຂອງຊາດຢູ່ບ້ານປຸ່ງເມືອງຜາໄຊ ແລະ ບ້ານກໍດູ່ ເມືອງໜອງແຮດ ແຂວງຊຽງຂວາງ

ເຄື່ອນໄຫວສາຍຟີມມູນເຊື້ອສໍາຄັນຂອງພັກ, ຂອງຊາດ ຢູ່​ ບ້ານ ປຸ່ງ ເມືອງ ຜາໄຊ ແລະ ບ້ານ ກໍດູ່

ເມືອງໜອງແຮດ ແຂວງຊຽງຂວາງ

​ເມື່ອບໍ່ດົນມານີ້ ຄະນະ​ໂຄສະນາ​ອົບຮົມ​ແຂວງ ນໍາ​ໂດຍ ທ່ານ ວັນນະສິນ ຜະລີຈັນ ຮອງ​ຫົວໜ້າ​ຄະນະ​ໂຄສະນາ​ອົບຮົມ​ແຂວງ ພ້ອມ​ດ້ວຍ​ທີ​ມງານ ສົມທົບ​ກັບ​ຄະນະ​ໂຄສະນາ​ອົບຮົມ​ເມືອງ ຜາໄຊ ແລະ ເມືອງ ໜອງແຮດ ​ໄດ້ນໍາ​​ເອົາ​ກອງ​ໂຄສະນາ​ເຄື່ອນ​ທີ່​ລົງ​ສາຍ​ຟີມມູນເຊື້ຂອງພັກ, ຂອງຊາດ, ສາລະຄະດີ ແລະ ຄອບຄົວຕົວແບບໃນການປູກ-ການລ້ຽງ ຢູ່​ ບ້ານ ປຸ່ງ ແລະ ບ້ານ ກໍດູ່ ໂດຍ​ມີພໍ່​ແມ່​ປະຊາຊົນ, ຊາວ​ໜຸ່ມ, ​ເຍົາ​ວະ​ຊົນທັງສອງບ້ານເຂົ້າຮ່ວມຊົມປະມານ 300 ກ່ວາ​ຄົນ.

​       ​ການ​ເຄື່ອນ​ໄຫວລົງສາຍຟີມມູນເຊື້ອ​ໃນ​ຄັ້ງນີ້​​​ແມ່ນ​ເພື່ອ​ປະຕິບັດຕາມພາລະບົດບາດ ແລະ ທິດທາງແຜນວຽກ ຂອງຄະນະໂຄສະນາອົບ ຮົມແຂວງ ໃນການເຄື່ອນໄຫວສາຍຟິມມູນເຊື້ອທີ່ສໍາຄັນຂອງພັກ, ຂອງຊາດ, ມູນ​ເຊື້ອໃນແຕ່ລະບັ້ນ​ຮົບປົດ​ປ່ອຍຊາດ​, ຜົນ​ຮ້າຍ​ຂອງ​ຢາ​ເສບ​ຕິດ, ເສັ້ນທາງລົດໄຟລາວ-ຈີນ ແລະ ຄອບຄົວຕົວແບບໃນການປູກ-ການລ້ຽງ ນີ້ກໍ່​ເພື່ອ​ເຮັດ​ໃຫ້​ ພໍ່​ແມ່​ປະຊາຊົນ, ຊາວ​ໜຸ່ມ, ​ເຍົາວະ​ຊົນ​ໄດ້ຮັບ​ຮູ້​ຫວນ​ຄືນ​ມູນ​ເຊື້ອ​ໃນ​ການ​ຊີ້ນໍາ-ນໍາພາ​ການ​ຕໍ່ສູ້​ປົດ​ປ່ອຍ​ຊາດ, ມູນ​ເຊື້ອ​ໃນ​ການ​ປົກ​ປັກ​ຮັກສາ ​ແລະ ສ້າງສາ​ພັດທະນາ​ປະ​ເທດ​ຊາດ​​, ຮໍ່າຮຽນ​ເອົາ​ແບບຢ່າງ​ຄຸນສົມບັດ, ທາດ​ແທ້​ປະຕິວັດ, ຄວາມ​ຈົ່ງ​ຮັກ​ພັກດີ​, ຄວາມ​ເດັດດ່ຽວໜຽວ​ແໜ້ນໃນ​ແຕ່ລະ​​ບັ້ນຮົບເຊັ່ນວ່າ: ມູນເຊື້ອຂອງກອງພັນທີ 2 ຜ່າວົງປິດລ້ອມ ທີ່ທົ່ງໄຫຫີນ, ປຸກລະດົມໃຫ້ຊາວ​ໜຸ່ມ​ເ​ຍົາ​ວະ​ຊົນ​ເຫັນ​ໄດ້ຜົນ​ຮ້າຍ​ຂອງ​ຢາ​ເສບຕິດ​​ທີ່​ມີ​ຕໍ່​ຊີວິດ​ຮ່າງ​ກາຍ ​ແລະ ​ຫ່າງໄກຈາກສິ່ງເສບຕິດຕ່າງໆ​ເພື່ອ​​ເຮັດໃຫ້​ສັງຄົມມີຄວາມ​ສະ​ຫງົບຫຼີກ​ລ້ຽງຈາກ​ການ​​ເກີດ​ມີ​ການຂີ້ລັກງັດ​ແງະ​, ການອາ​ລະວາ​ດຕີ​ກັນ, ​ປຸກລະດົມ​ທຸກ​ຊັ້ນ​ຄົນ​​ໃນສັງຄົມ​ເວົ້າລວມເວົ້າສະເພາະແມ່ນ 2 ບ້ານຕ້ອງເປັນ​ເຈົ້າ​ການ​ໃນ​ການ​ປະຕິບັດ​ 2 ວາລະ​ແຫ່ງ​ຊາດ​ໃນ​ການ​ແກ້​ໄຂ​ບັນ​ຫາ​ຢາ​ເສບ​ຕິດ ແລະ  ເຮັດ​ໃຫ້​ປະຊາຊົນເຫັນ​ໄດ້ການ​ພົວພັນ​ຮ່ວມ​ມື​ຮອບດ້ານ​ລະ​ຫ່ວາງ​ສອງ​ພັກ​ກໍ່​ຄື​ສອງ​ລັດຖະບານ ລາວ ​ແລະ ຈີນ ​ໃນ​ການ​ກໍ່​ສ້າງ​ເສັ້ນທາ​ງລົດ​ໄຟ​ຈາກ ສປ ຈີນ ສູ່ ສາທາລະນະ​ລັດ ປະຊາ​ທິ​ປະ​ໄຕ ປະຊາຊົນ​ລາວ; ​ແມ່ນຍຸດ​ທະ​ສາດ​ແຫ່ງ​ການ​ພັດທະນາ​ປະ​ເທດ​ຊາດຫລຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ແລະ ກ້າວເດີນສູ່ຈຸດໝາຍສັງຄົມນິຍົມຂອງ​ພັກ​ເຮົາ. ນອກຈາກການສາຍຟິມມູນເຊື້ອ ແລະ ສາລະຄະດີຕ່າງໆນັ້ນ; ທ່ານ ວັນນະສິນ ຜະລີຈັນ ຍັງໄດ້ເຜີຍແຜ່ນິຕິກໍາຈໍານວນໜຶ່ງຂອງ ທ່ານ ເຈົ້າແຂວງໆຊຽງຂວາງ ໃນການປ້ອງກັນການຖາງປ່າເຮັດໄຮ່ຊະຊາຍ ສະກັດກັ້ນໄຟໄໝ້ລາມປ່າ, ປຸກລະດົມໃຫ້ພໍ່ແມ່ປະຊາຊົນໃນການຈູດໄຮ່-ຈູດສວນໃຫ້ມີສະຕິລະວັງຕົວເພື່ອປ້ອງກັນໄຟໄໝ້ລາມປ່າ ແລະ ຫຼີກລຽ້ງການເກີດອະຄີໄພຕ່າງໆ.

​ກາ​ນນໍາ​ເອົາ​ກອງ​ໂຄສະນາ​ເຄື່ອນ​ທີ່​ລົງ​ສາຍ​ຟີມ​ມູນ​ເຊື້​ອປະຫວັດສາດ ​ແລະ ສາລະ​ຄະດີ​ຕ່າງໆໃຫ້ພໍ່ແມ່ປະຊາຊົນໄດ້ຮັບຊົມນັ້ນ; ມັນ​​ກໍ່​ແມ່ນຮູບ​ການ​ໂຄສະນາສຶກສາອົບຮົມວຽກງານ​ການ​ເມືອງ​-​ແນວ​ຄິດທີ່​ສໍາຄັນອັນ​ໜຶ່ງຂອງພັກ ​ເຊິ່ງສາມາດເຮັດ​​ໃຫ້​ຜູ້​ຊົມ​ໄດ້​​ສໍາ​ພັດ​ດ້ວຍ​ຕາ, ​ເຂົ້າ​ໃຈງ່າຍ, ເປັນ​ການ​ໂຄສະນາສຶກສາ​ອົບຮົມໃຫ້ສະມາຊິກພັກ, ພະນັກງານ, ປະຊາຊົນບັນດາ​ເຜົ່າ, ຊາວ​ໜຸ່ມ, ​ເຍົາ​ວະ​ຊົນ​ໄດ້​ຮັບຮູ້​​ເຂົ້າ​ໃຈຕໍ່​ແນວທາງນະ​ໂຍບາຍຂອງ​ພັກ, ກົດໝາຍ​ຂອງ​ລັດ, ມູນ​ເຊື້ອ​ປະຕິວັດ​​ໃນ​ການຕໍ່ສູ້​ກູ້​ຊາດ​ທີ່​ບໍ່​ຍອມ​ຈໍານົນ​ຂອງ​ການ​ນໍາ​ຮຸ່ນ​ກ່ອນ ​ແລະ ການ​ຊີ້​ນໍາ-ນໍາພາ​ຂອງ​ພັກ​ເຮົາ​​ໃນ​ໄລຍະ​​​ໃໝ່ ເພື່ອ​ພ້ອມ​ກັນ​ສ້າງສາ​ພັດທະນາ​ປະ​ເທດ​ຊາດ​ໃຫ້​ຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາ.

(ຂ່າວ: ນູຢ່າງ ຢົງມາ)

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa