ສ່ອງແສງລາຍງານຫາງສຽງສັງຄົມ.

ວັນທີ 15 ສິງຫາ 2023 ຄະນະເກັບກໍາຫາງສຽງສັງຄົມແຂວງຊຽງຂວາງ ໄດ້ເປີດກອງປະຊຸມສ່ອງແສງລາຍງານສະພາບແນວຄິດ-ຫາງສຽງສັງຄົມ ປະຈໍາເດືອນ ສິງຫາ 2023 ຂຶ້ນ, ຢູ່ທີ່ຫ້ອງປະຊຸມຂອງຄະນະໂຄສະນາອົບຮົມແຂວງ ພາຍໃຕ້ການເປັນປະທານຂອງ ທ່ານ ໜໍບີ ຫາຕົ່ງປາວ ຮອງເລຂາພັກແຂວງ, (ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດຂັ້ນແຂວງ) ມີທ່ານ ນາງ ພວງພະຈັນ ມູນທະວົງ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມຄະນະກຳມະການເກັບກໍາຫາງສຽງ-ສັງຄົມຂັ້ນແຂວງ ເຂົ້າຮ່ວມທັງໝົດ 27 ທ່ານ; ຍິງ 10 ທ່ານ.

ໃນກອງປະຊຸມ ທ່ານ ນາງ ພວງພະຈັນ ມູນທະວົງ ໄດ້ຂຶ້ນຜ່ານບົດລາຍງານສະພາບແນວຄິດ-ຫາງສຽງສັງຄົມຍົກໃຫ້ເຫັນດ້ານດີທີ່ສ່ອງແສງເຖິງບົດບາດການຊີ້ນໍາ-ນໍາພາຂອງຄະນະພັກ, ຄະນະນໍາທຸກຂັ້ນໄດ້ສຸມໃສ່​ສຶກສາ​ອົບຮົມ​ການ​ເມືອງ-​ແນວ​ຄິດ ໃຫ້ພະ​ນັກ​ງານ-ລັດ​ຖະ​ກອນ, ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າຢ່າງຕໍ່ເນື່ອງ, ພ້ອມທັງໄດ້ນໍາພາຈັດຕັ້ງເຜີແຜ່ເຊື່ອມຊຶມຜັນຂະຫຍາຍມະຕິ,​ ຄໍາສັ່ງ, ແຈ້ງການ ແລະ ນິຕິກໍາຕ່າງໆຂອງພັກ-ລັດ, ເຮັດໃຫ້ສະພາບພະນັກງານ, ລັດຖະກອນ, ປະຊາຊົນບັນດາເຜົ່າມີຄວາມອຸ່ນອຽນທຸ່ນທ່ຽງ, ມີຄວາມຫ້າວຫັ້ນຕື່ນຕົວໃນການສ້າງເສດຖະກິດ ແລະ ພັດທະນາຊີວິດການເປັນຢູ່ໃຫ້ດີຂຶ້ນ; ຄຽງຄູ່ກັບດ້ານດີນັ້ນ ຍັງໄດ້ຍົກໃຫ້ເຫັນຫາງສຽງສັງຄົມທີ່ສ່ອງແສງກ່ຽວກັບປະກົດການຫຍໍ້ທໍ້ໃນສັງຄົມທີ່ຄະນະພັກ, ອົງການປົກຄອງຈະຕ້ອງເອົາໃຈໃສ່ສືບຕໍ່ແກ້ໄຂ ຕົ້ນຕໍແມ່ນການຕອບໂຕ້ຖ້ອຍທໍານອງບິດເບື່ອນຂອງພວກກຸ່ມຄົນບໍ່ຫວັງດີ, ການໂຄສະນາໃສ່ຮ້າຍປ້າຍສີຕໍ່ການນໍາພາຂອງພັກ-ລັດຜ່ານສືອອນລາຍ, ລາຄາສິນຄ້າເຄື່ອງອຸປະໂພກ ແລະ ບໍລິໂພກເພີ່ມຂຶ້ນສູງເລື້ອຍໆ, ການຂຸດຄົ້ນແຮ່ທາດທີ່ບໍ່ໄດ້ຮັບອະນຸຍາດ, ບໍ່ຖືກຕ້ອງຕາມລະບຽບກົດໝາຍການຈັບຈ່ອງດິນ, ລາຄານໍ້າມັນເຊື້ອໄຟ, ບັນຫາເງິນກີບອ່ອນຄ່າ, ບັນຫາຢາເສບຕິດ, ການຂຸດຄົ້ນໄມ້, ການຈັດສັນ ແລະ ຄຸ້ມຄອງຕະຫຼາດ, ບັນຫາສິ່ງແວດລ້ອມ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍໃນສັງຄົມ, ຜົນກະທົບຈາກໄພພິບັດ ເຮັດໃຫ້ເສັ້ນທາງຫຼາຍເສັ້ນມີການເປ່ເພ່, ຜົນລະປູກເສຍຫາຍເປັນຈໍານວນຫຼວງຫຼາຍ ແລະ ບັນຫາອື່ນໆ

ໃນຕອນທ້າຍທ່ານ ໜໍບີ ຫາຕົ່ງປາວ ຮອງເລຂາພັກແຂວງ, (ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດຂັ້ນແຂວງ) ໄດ້ມີຄໍາເຫັນຊີ້ນໍາຕໍ່ກອງປະຊຸມ ທ່ານໄດ້ຮຽກຮ້ອງມາຍັງບັນດາທ່ານຄະນະເກັບກໍາຫາງສຽງສັງຄົມ, ໃຫ້ສືບຕໍ່ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຕາມແນວທາງຂອງພັກ, ແຜນພັດທະນາເສດຖະກິດສັງຄົມຂອງລັດ, ສືບຕໍ່ເຮັດວຽກງານໂຄສະນາສຶກສາອົບຮົມທາງດ້ານການເມືອງແນວຄິດ ໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ ແລະ ປະຊາຊົນບັນດາເຜົາໃນທົ່ວແຂວງ ພ້ອມທັງເກັບກໍາສະພາບແນວຄິດຫາງສຽງສັງຄົມຕໍ່ການຊີ້ນໍາ-ນໍາພາຂອງຄະນະພັກ, ໃຫ້ຖືເອົາວຽກງານຕິດຕາມ ແລະ ເກັບກໍາຫາງສຽງສັງຄົມເປັນວຽກງານທີ່ສໍາຄັນຂອງພັກ,ໃຫ້ມີສະຕິລະວັງຕົວສູງຕໍ່ການໂຄສະນາໃສ່ຮ້າຍປ້າຍສີຂອງພວກກຸ່ມຄົນບໍ່ຫວັງດີໃນສື່ອອນລາຍ, ຖ້າຫາກວ່າມີຫາງສຽງເກີດຂຶ້ນຢູ່ຂົງເຂດໃດ, ກ່ຽວຂ້ອງກັບພະແນກການໃດ, ແມ່ນມອບໃຫ້ຄະນະພັກຢູ່ຂົງເຂດນັ້ນເປັນເຈົ້າການຕິດຕາມກວດກາແກ້ໄຂໃຫ້ທັນເວລາ.

ໂດຍ: ສີຍອງ ພອນທະຈັນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa