ສ່ອງແສງລາຍງານຫາງສຽງສັງຄົມປະຈໍາເດືອນ 2

ສ່ອງແສງລາຍງານຫາງສຽງສັງຄົມ ປະຈໍເດືອນ 2

ວັນທີ 15 ກຸມພາ 2024 ຄະນະເກັບກໍາຫາງສຽງສັງຄົມແຂວງຊຽງຂວາງ ໄດ້ເປີດກອງປະຊຸມສ່ອງແສງລາຍງານສະພາບແນວຄິດ-ຫາງສຽງສັງຄົມ ປະຈໍາເດືອນ ກຸມພາ 2024 ຢູ່ທີ່ຫ້ອງປະຊຸມຂອງຄະນະໂຄສະນາອົບຮົມແຂວງ ພາຍໃຕ້ການເປັນປະທານຂອງ ທ່ານ ຈັນໄຄ ສຸດທິຈັກ ກໍາມະການປະຈໍາພັກແຂວງ, ປະທານຄະນະກວດກາພັກ, ປະທານອົງການກວດກາລັດແຂວງ ມີຄະນະກຳມະການເກັບກໍາຫາງສຽງ-ສັງຄົມຂັ້ນແຂວງ ເຂົ້າຮ່ວມທັງໝົດ 24 ທ່ານ; ຍິງ 7 ທ່ານ.
ໃນກອງປະຊຸມ ທ່ານ ຈັນທະບຸນ ແພງສົມພູ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ຂຶ້ນຜ່ານບົດລາຍງານສະພາບແນວຄິດ-ຫາງສຽງສັງຄົມປະຈໍາເດືອນກຸມພາ ແລະ ຜ່ານທິດທາງແຜນການໃນການຈັດຕັ້ງເຄື່ອນໄຫວວຽກງານໃນເດືອນມີນາ, ປີ 2024 ທ່ານໄດ້ຍົກໃຫ້ເຫັນດ້ານດີທີ່ສ່ອງແສງເຖິງບົດບາດການຊີ້ນໍາ-ນໍາພາຂອງຄະນະພັກ, ຄະນະນໍາທຸກຂັ້ນໄດ້ສຸມໃສ່ເຮັດວຽກງານໂຄສະນາສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ-ລັດຖະກອນ ແລະ ປະຊາຊົນບັນດາເຜົ່າຢ່າງຕໍ່ເນື່ອງ, ພ້ອມທັງໄດ້ນໍາພາຈັດຕັ້ງເຜີຍແຜ່ເຊື່ອມຊຶມຜັນຂະຫຍາຍມະຕິ, ຄໍາສັ່ງ, ແຈ້ງການ ແລະ ນິຕິກໍາຕ່າງໆ ຂອງພັກ-ລັດ, ຕົ້ນຕໍແມ່ນການໂຄສະນາປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນ ຄົບຮອບ 75 ປີ; ວັນສ້າງຕັ້ງກໍາມະບານລາວ ຄົບຮອບ 68 ປີ ແລະ ວັນເກີດປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີຢ່າງເປັນຂະບວນຟົດຟື້ນ; ຄຽງຄູ່ກັບດ້ານດີນັ້ນ ທ່ານຍັງໄດ້ຍົກໃຫ້ເຫັນຫາງສຽງສັງຄົມກ່ຽວກັບປະກົດການຫຍໍ້ທໍ້ໃນສັງຄົມທີ່ຈະຕ້ອງເອົາໃຈໃສ່ສືບຕໍ່ແກ້ໄຂ ໂດຍສະເພາະແມ່ນການລັກລອບຂຸດຄົ້ນແຮ່ຄໍາຢູ່ຈຸດຕ່າງໆ, ການສ້ອມແປງທາງ, ການປົກປັກຮັກສາສິ່ງແວດລ້ອມ, ການອະນາໄມຕົວເມືອງ, ບັນຫາການຖິ້ມຂີ້ເຫຍື້ອຊະຊາຍຢູ່ແຫ່ງຕ່າງໆ ແລະ ການຖືເບົາຕໍ່ການປະຕິບັດກົດໝາຍຕ່າງໆ ທີ່ພາໃຫ້ເກີດມີປະກົດການຫຍໍ້ທໍ້ຢູ່ໃນສັງຄົມ ຈາກນັ້ນ, ບັນດາທ່ານຄະນະກຳມະການເກັບກຳຫາງສຽງສັງຄົມຍັງໄດ້ປະກອບຄໍາຄິດເຫັນນໍາເອົາບັນດາຫາງສຽງສັງຄົມມາຄົ້ນຄວ້າ, ວິເຄາະ, ວິໃຈ ເພື່ອຊອກຫາວິທີແກ້ໄຂໃຫ້ທັນເວລາ.
ໃນຕອນທ້າຍ ທ່ານ ຈັນໄຄ ສຸດທິຈັກ ປະທານກອງປະຊຸມ ໄດ້ມີຄໍາເຫັນຊີ້ນໍາຕໍ່ກອງປະຊຸມ ທ່ານໄດ້ຮຽກຮ້ອງມາຍັງບັນດາທ່ານຄະນະເກັບກໍາຫາງສຽງສັງຄົມຂັ້ນແຂວງ ແລະ ເມືອງ, ໃຫ້ສືບຕໍ່ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຕາມແນວທາງຂອງພັກ ແລະ ເຮັດວຽກງານໂຄສະນາສຶກສາອົບຮົມທາງດ້ານການເມືອງແນວຄິດ ໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າໃນທົ່ວແຂວງ ແລະ ເປັນເຈົ້າການໃນການແກ້ໄຂ ແລະ ຕ້ານບັນດາປະກົດການຫຍໍ້ທໍ້ຂອງສັງຄົມຕະຫຼອດເວລາ.

ໂດຍ: ສີຍອງ ພອນທະຈັນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa