ສ່ອງແສງລາຍງານຫາງສຽງສັງຄົມ.

ວັນທີ 15 ພະຈິກ 2023 ຄະນະເກັບກໍາຫາງສຽງສັງຄົມແຂວງຊຽງຂວາງ ໄດ້ເປີດກອງປະຊຸມສ່ອງແສງລາຍງານສະພາບແນວຄິດ-ຫາງສຽງສັງຄົມ ປະຈໍາເດືອນ ພະຈິກ 2023 ຢູ່ທີ່ຫ້ອງປະຊຸມຂອງຄະນະໂຄສະນາອົບຮົມແຂວງ ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ບົວສີ ນາຖາວົງ ຄະນະປະຈໍາພັກແຂວງ, ປະທານແນວລາວສ້າງຊາດແຂວງ (ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນຂັ້ນແຂວງ) ພ້ອມຄະນະກຳມະການເກັບກໍາຫາງສຽງ-ສັງຄົມຂັ້ນແຂວງ ເຂົ້າຮ່ວມທັງໝົດ 24 ທ່ານ; ຍິງ 10 ທ່ານ.

ໃນກອງປະຊຸມ ທ່ານ ນາງ ພວງພະຈັນ ມູນທະວົງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ຂຶ້ນຜ່ານບົດລາຍງານສະພາບແນວຄິດ-ຫາງສຽງສັງຄົມ ແລະ ທິດທາງແຜນການໃນການຈັດຕັ້ງເຄື່ອນໄຫວວຽກງານໃນເດືອນທັນວາ ທ່ານໄດ້ຍົກໃຫ້ເຫັນດ້ານດີທີ່ສ່ອງແສງເຖິງບົດບາດການຊີ້ນໍາ-ນໍາພາຂອງຄະນະພັກ, ຄະນະນໍາທຸກຂັ້ນໄດ້ສຸມໃສ່ເຮັດວຽກງານໂຄສະນາ​ສຶກສາ​ອົບຮົມ​ການ​ເມືອງ-​ແນວ​ຄິດ ໃຫ້ພະ​ນັກ​ງານ-ລັດ​ຖະ​ກອນ ແລະ ປະຊາຊົນບັນດາເຜົ່າຢ່າງຕໍ່ເນື່ອງ, ພ້ອມທັງໄດ້ນໍາພາຈັດຕັ້ງເຜີຍແຜ່ເຊື່ອມຊຶມຜັນຂະຫຍາຍມະຕິ,​ ຄໍາສັ່ງ, ແຈ້ງການ ແລະ ນິຕິກໍາຕ່າງໆ ຂອງພັກ-ລັດ, ຕົ້ນຕໍແມ່ນບັນດານິຕິກໍາທີ່ກ່ຽວຂ້ອງກັບການກະກຽມກອງປະຊຸມໃຫຍ່ 3 ຂັ້ນຂອງພັກ; ຄໍາສັ່ງ ສະບັບເລກທີ 01/ຊຂ, ລົງວັນທີ 3 ກຸມພາ 2022 ວ່າດ້ວຍການຫ້າມຈັບຈ່ອງ, ບຸກລຸກ ແລະ ຊື້-ຂາຍ ສິດນໍາໃຊ້ທີ່ດິນບໍ່ຖືກຕ້ອງຢູ່ພາຍໃນແຂວງຊຽງຂວາງ; ຄໍາສັ່ງ ສະບັບເລກທີ 18 /ຊຂ, ລົງວັນທີ 21 ຕຸລາ 2021 ວ່າດ້ວຍການແກ້ໄຂການລັກລອບຂຸດຄົ້ນ ແລະ ປຸງແຕ່ງແຮ່ຄໍາ ໂດຍບໍ່ຖືກຕ້ອງຕາມລະບຽບກົດໝາຍ ຢູ່ພາຍໃນແຂວງຊຽງຂວາງ ແລະ ຂໍ້ກໍານົດ ສະບັບເລກທີ 15 /ຄປກຊ-ປກສ, ລົງວັນທີ 6 ຕຸລາ 2023 ວ່າດ້ວຍການກຳນົດພື້ນທີ່ຫວງຫ້າມ (ເຂດຂາວ) ປກຊ-ປກສ ຢູ່ບໍລິເວນພື້ນທີ່ (ພູແຮ້) ເມືອງແປກ ແຂວງຊຽງຂວາງ, ເພື່ອເຮັດໃຫ້ພະນັກງານ-ລັດຖະກອນ, ປະຊາຊົນບັນດາເຜົ່າມີຄວາມຮັບຮູ້ ແລະ ເຂົ້າໃຈ ຕໍ່ແນວທາງນະໂຍບາຍຂອງພັກ, ມີຄວາມອຸ່ນອຽນທຸ່ນທ່ຽງ, ມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ, ມີສະຕິຕໍ່ກົນອຸບາຍຂອງກຸ່ມຄົນບໍ່ຫວັງດີຕໍ່ການນໍາພາຂອງພັກ, ພ້ອມທັງເປັນເຈົ້າການຕອບຕ້ານຖ້ອຍທໍານອງບິດເບືອນ, ການໂຄສະນາໃສ່ຮ້າຍປ້າຍສີຈາກກຸ່ມຄົນບໍ່ຫວັງດີຜ່ານສື່ອອນລາຍຕ່າງໆ ຈາກນັ້ນ, ບັນດາທ່ານຄະນະກຳມະການເກັບກຳຫາງສຽງສັງຄົມຍັງໄດ້ປະກອບຄໍາຄິດເຫັນນໍາເອົາບັນດາຫາງສຽງສັງຄົມມາຄົ້ນຄວ້າ, ວິເຄາະ, ວິໃຈ, ເພື່ອຊອກຫາວິທີແກ້ໄຂໃຫ້ທັນເວລາ.

ໃນຕອນທ້າຍ ທ່ານ ນາງ ບົວສີ ນາຖາວົງປະທານກອງປະຊຸມ ໄດ້ມີຄໍາເຫັນຊີ້ນໍາຕໍ່ກອງປະຊຸມ ທ່ານໄດ້ຮຽກຮ້ອງມາຍັງບັນດາທ່ານຄະນະເກັບກໍາຫາງສຽງສັງຄົມຂັ້ນແຂວງ ແລະ ເມືອງ, ໃຫ້ສືບຕໍ່ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຕາມແນວທາງຂອງພັກ ແລະ ເຮັດວຽກງານໂຄສະນາສຶກສາອົບຮົມທາງດ້ານການເມືອງແນວຄິດ ໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າໃນທົ່ວແຂວງ ໃຫ້ມີຄວາມອຸ່ນອຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ, ພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກ ຕົ້ນຕໍແມ່ນບັນຫາເສດຖະກິດ, ໃຫ້ພ້ອມກັນປະຢັດ, ອົດທົນ, ດຸໝັ່ນພາກພຽນໃຫ້ສູງ. ຄະນະພັກທຸກຂັ້ນຕ້ອງໄດ້ຊີ້ນໍາການເກັບກໍາສະພາບແນວຄິດຫາງສຽງສັງຄົມຕໍ່ການຊີ້ນໍາ-ນໍາພາຂອງຄະນະພັກໃຫ້ເອົາໃຈໃສ່ຮີບຮ້ອນແກ້ໄຂບັນຫາຫາງສຽງສັງຄົມທີ່ເກີດຂຶ້ນທີ່ຕິດພັນກັບຂະແໜງການໃດ, ເມືອງໃດ, ແມ່ນມອບໃຫ້ແຕ່ລະອົງການເປັນເຈົ້າການແກ້ໄຂໃຫ້ໄດ້ຢ່າງຂາດຕົວ, ພ້ອມທັງລາຍງານເປັນປົກກະຕິຕໍ່ເນື່ອງ.

ໂດຍ: ສີຍອງ ພອນທະຈັນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa