ສ່ອງແສງລາຍງານຫາງສຽງສັງຄົມ.

ວັນທີ 20 ຕຸລາ 2023 ຄະນະເກັບກໍາຫາງສຽງສັງຄົມແຂວງຊຽງຂວາງ ໄດ້ເປີດກອງປະຊຸມສ່ອງແສງລາຍງານສະພາບແນວຄິດ-ຫາງສຽງສັງຄົມ ປະຈໍາເດືອນ ຕຸລາ 2023 ຂຶ້ນ, ຢູ່ທີ່ຫ້ອງປະຊຸມຂອງຄະນະໂຄສະນາອົບຮົມແຂວງ ພາຍໃຕ້ການເປັນປະທານຂອງ ທ່ານ ໜໍບີ ຫາຕົ່ງປາວ ຮອງເລຂາພັກແຂວງ, (ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດຂັ້ນແຂວງ) ມີທ່ານ ນາງ ພວງພະຈັນ ມູນທະວົງ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມຄະນະກຳມະການເກັບກໍາຫາງສຽງ-ສັງຄົມຂັ້ນແຂວງ ເຂົ້າຮ່ວມທັງໝົດ 27 ທ່ານ; ຍິງ 7 ທ່ານ.

ໃນກອງປະຊຸມ ທ່ານ ຈັນທະບູນ ແພງສົມພູ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ຂຶ້ນຜ່ານບົດລາຍງານສະພາບແນວຄິດ-ຫາງສຽງສັງຄົມຍົກໃຫ້ເຫັນດ້ານດີທີ່ສ່ອງແສງເຖິງບົດບາດການຊີ້ນໍາ-ນໍາພາຂອງຄະນະພັກ, ຄະນະນໍາທຸກຂັ້ນໄດ້ສຸມໃສ່​ສຶກສາ​ອົບຮົມ​ການ​ເມືອງ-​ແນວ​ຄິດ ໃຫ້ພະ​ນັກ​ງານ-ລັດ​ຖະ​ກອນ ແລະ ປະຊາຊົນບັນດາເຜົ່າຢ່າງຕໍ່ເນື່ອງ, ພ້ອມທັງໄດ້ນໍາພາຈັດຕັ້ງເຜີແຜ່ເຊື່ອມຊຶມຜັນຂະຫຍາຍມະຕິ,​ ຄໍາສັ່ງ, ແຈ້ງການ ແລະ ນິຕິກໍາຕ່າງໆຂອງພັກ-ລັດ, ເຮັດໃຫ້ສະພາບພະນັກງານ, ລັດຖະກອນ, ປະຊາຊົນບັນດາເຜົ່າມີຄວາມອຸ່ນອຽນທຸ່ນທ່ຽງ, ມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ ຄຽງຄູ່ກັບດ້ານດີນັ້ນ ຍັງໄດ້ຍົກໃຫ້ເຫັນຫາງສຽງສັງຄົມທີ່ສ່ອງແສງກ່ຽວກັບປະກົດການຫຍໍ້ທໍ້ໃນສັງຄົມທີ່ຄະນະພັກ, ອົງການປົກຄອງຈະຕ້ອງເອົາໃຈໃສ່ສືບຕໍ່ແກ້ໄຂ ຕົ້ນຕໍແມ່ນລາຄາສິນຄ້າເຄື່ອງອຸປະໂພກ ແລະ ບໍລິໂພກເພີ່ມຂຶ້ນສູງເລື້ອຍໆ, ການຂຸດຄົ້ນຊັບພະຍາກອນທໍາມະຊາດທີ່ບໍ່ໄດ້ຮັບອະນຸຍາດ, ການຈັບຈ່ອງດິນ, ການສ້ອມແປງທາງບໍ່ຮັບປະກັນຄຸນນະພາບ, ບັນຫາຢາເສບຕິດ, ບັນຫາສິ່ງແວດລ້ອມ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍໃນສັງຄົມ.

ໃນຕອນທ້າຍປະທານກອງປະຊຸມ ໄດ້ມີຄໍາເຫັນຊີ້ນໍາຕໍ່ກອງປະຊຸມ ທ່ານໄດ້ຮຽກຮ້ອງມາຍັງບັນດາທ່ານຄະນະເກັບກໍາຫາງສຽງສັງຄົມຂັ້ນແຂວງ ແລະ ເມືອງ, ໃຫ້ສືບຕໍ່ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຕາມແນວທາງຂອງພັກ ແລະ ເຮັດວຽກງານໂຄສະນາສຶກສາອົບຮົມທາງດ້ານການເມືອງແນວຄິດ ໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າໃນທົ່ວແຂວງ ພ້ອມທັງເກັບກໍາສະພາບແນວຄິດຫາງສຽງສັງຄົມຕໍ່ການຊີ້ນໍາ-ນໍາພາຂອງຄະນະພັກໃຫ້ທົ່ວເຖິງ.

ໂດຍ: ສີຍອງ ພອນທະຈັນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa