ຍົກລະດັບວຽກງານສັງລວມຫາງສຽງສັງຄົມ

          ຄະນະໂຄສະນາອົບຮົມແຂວງ ສົມທົບກັບຄະນະພັກເມືອງຜາໄຊ ເປີດຊຸດຝຶກອົບຮົມວຽກງານສັງລວມຫາງສຽງສັງຄົມ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການເມືອງຜາໄຊ ໃນວັນທີ 20 ທັນວາ 2023 ພາຍໃຕ້ການເປັນປະທານຂອງທ່ານ ຈັນທະບຸນ ແພງສົມພູ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ເປັນກຽດເຂົ້າຮ່ວມຂອງທ່ານ ແກ້ວອຸໄທ ເດດສົມສັກຄະນະປະຈໍາພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງ, ມີບັນດານັກສໍາມະນາກອນ ທີ່ມາຈາກບັນດາຫ້ອງການ, ອົງການຈັດຕັ້ງຕ່າງໆຂອງເມືອງ ແລະ ພະນັກງານຄະນະໂຄສະນາອົບຮົມເມືອງຜາໄຊ ເຂົ້າຮ່ວມທັງໝົດ 28 ທ່ານ, ຍິງ 4 ທ່ານ.

ໃນການຝຶກອົບຮົມຕົ້ນຕໍແມ່ນໄດ້ເຜີຍແຜ່ເຊື່ອມຊຶມຄໍາສັ່ງ ຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 04/ຄລສພ ແລະ ຄໍາແນະນໍາ ຂອງຄະນະໂຄສະນາອົບຮົມສູນກາງພັກ ສະບັບເລກທີ 08/ຄອສພ, ວ່າດ້ວຍການເພີ່ມທະວີວຽກງານຕິດຕາມ, ເກັບກໍາສະພາບແນວຄິດຫາງສຽງສັງຄົມໃນໄລຍະໃໝ່; ຜ່ານເອກະສານ, ພ້ອມຄົ້ນຄ້ວາ ແລະ ປະກອບຄໍາຄິດເຫັນຕໍ່ບົດຮຽນວຽກງານສັງລວມຫາງສຽງສັງຄົມ ມີ 4 ບົດຄື: ບົດທີ 1 ບັນຫາພື້ນຖານກ່ຽວກັບວຽກງານສັງລວມຫາງສຽງສັງຄົມ; ບົດທີ 2 ວິທີເກັບກໍາ ແລະ ນໍາໃຊ້ຫາງສຽງສັງຄົມເຂົ້າໃນວຽກງານການເມືອງແນວຄິດ; ບົດທີ 3 ຕາໜ່າງເພື່ອນຮ່ວມງານ ແລະ ບົດທີ 4 ວຽກງານຄົ້ນຄ້ວາສັງລວມ. ການຝຶກອົບຮົມໃນຄັ້ງນີ້ ຜູ້ເຂົ້າຮ່ວມຝຶກໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບວຽກງານສັງລວມຫາງສຽງສັງຄົມ, ນໍາໃຊ້ບັນດາບົດຮຽນດັ່ງກ່າວເພື່ອຍົກສູງພາລະບົດບາດ ແລະ ຄວາມສໍາຄັນຂອງຫາງສຽງສັງຄົມ, ສາມາດເປັນເສນາຊ່ວຍຄະນະພັກ, ຄະນະນໍາ, ໃນການນໍາພາແນວຄິດຂອງພະນັກງານສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າ ໃຫ້ມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ. ວຽກງານສັງລວມຫາງສຽງສັງຄົມມີຄວາມສໍາຄັນຕໍ່ການນໍາພາຂອງພັກ, ການຄຸ້ມຄອງລັດ ໃນຂະບວນວິວັດຂອງການນໍາພາໃຫ້ຖືກຕ້ອງຕາມຄວາມເປັນຈິງ, ເປັນວຽກງານໜຶ່ງທີ່ຄະນະພັກທຸກຂັ້ນ ຄວນໄດ້ເອົາໃຈໃສ່ຕິດຕາມສະພາບແນວຄິດ, ຈິດຕະສາດ, ຄວາມຄິດເຫັນ, ຄວາມຮຽກຮ້ອງຕ້ອງການ ແລະ ຄວາມມຸ່ງມາດປາຖະໜາຂອງບັນດາຊັ້ນຄົນຢູ່ໃນສັງຄົມ; ບັນຍາກາດໃນການຝຶກອົບຮົມເຕັມໄປດ້ວຍຄວາມສໍາຄັນ, ມີຄວາມຝົດຟື້ນດີ, ວິທະຍາກອນ ແລະ ນັກສໍາມະນາກອນ ຍັງໄດ້ຍົກຫຼາຍບັນຫາມາຄົ້ນຄ້ວາສົນທະນາແລກປ່ຽນບົດຮຽນ, ໄດ້ຍົກເອົາພຶດຕິກໍາຕົວຈິງມາສົມທຽບ ຕົ້ນຕໍແມ່ນວຽກທີ່ກ່ຽວຂ້ອງກັບບົດຮຽນເພື່ອແລກປ່ຽນຄໍາຄິດເຫັນ, ເຮັດໃຫ້ນັກສໍາມະນາກອນມີຄວາມຮັບຮູ້ ແລະ ເຂົ້າໃຈຕໍ່ພາລະບົດບາດຂອງວຽກງານເກັບກໍາຫາງສຽງສັງຄົມຫຼາຍຂຶ້ນ.

ໃນຕອນທ້າຍຂອງການຝຶກອົບຮົມ ທ່ານ ຈັນທະບຸນ ແພງສົມພູ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ໃຫ້ກຽດມອບໃບຢັ້ງຍືນໃຫ້ແກ່ນັກສໍາມະນາກອນ ແລະ ທ່ານ ແກ້ວອຸໄທ ເດດສົມສັກ ຄະນະປະຈໍາພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ ໄດ້ມີຄໍາເຫັນເພື່ອເປັນທິດທາງໃນການເຄື່ອນໄຫວວຽກງານສັງລວມຫາງສຽງສັງຄົມ ແລະ ຍົກສູງຄວາມສາມາດ ໃນການເປັນເສນາທິການໃຫ້ແກ່ຄະນະພັກ ເຊິ່ງທ່ານໄດ້ເນັ້ນໜັກໃຫ້ນັກສໍາມະນາກອນທັງໝົດທຸກຄົນເອົາໃຈໃສ່ໃນການເກັບກໍາຫາງສຽງທີ່ເກີດຂຶ້ນຢູ່ພາຍໃນເມືອງ ຕາມພາລະບົດບາດ, ສິດ ແລະ ໜ້າທີ່, ໃຫ້ຖືສໍາຄັນວຽກງານສັງລວມຫາງສຽງສັງຄົມ ແລະ ຮຽກຮ້ອງມາຍັງນັກສໍາມະນາກອນທີ່ໄດ້ຝຶກອົບຮົມໃນຄັ້ງນີ້ນໍາເອົາຄວາມຮູ້ ແລະ ປະສົບການທີ່ໄດ້ຮຽນມາໄປໝູນໃຊ້ເຂົ້າໃນວຽກງານໃຫ້ມີປະສິດທິຜົນສູງ.

ໂດຍ: ສີຍອງ ພອນທະຈັນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa