ຊຽງຂວາງເຊື່ອມຊຶມ ແລະ ຜັນຂະຫຍາຍເນື້ອໃນຜົນສຳເລັດກອງປະຊຸມຄົບຄະນະກາງສະໄໝຂອງຄະນະບໍລິຫານງານສູນກາງພັກ ແລະ ຂອງອົງຄະນະພັກແຂວງ

 

   ແຂວງຊຽງຂວາງໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍເນື້ອໃນຜົນສຳເລັດ ກອງປະຊຸມຄົບຄະນະກາງສະໄໝຂອງຄະນະບໍລິຫານງານ ສູນກາງພັກ ສະໄໝທີ XI ແລະ ເນື້ອໃນ ກອງປະຊຸມຄົບຄະນະກາງສະໄໝທີ VIII ຂອງອົງຄະນະພັກແຂວງຊຽງຂວາງ ໃນວັນທີ 17-18 ຕຸລາ 2023 ຢູ່ທີ່ຫ້ອງວ່າການແຂວງຊຽງຂວາງ ໂດຍການເປັນປະທານຂອງທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆຊຽງຂວາງ, ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຫົວໜ້າພະແນກການ, ກອງບັນຊາການ, ຫ້ອງການ, ອົງການເຂົ້າຮ່ວມ. ກອງປະຊຸມດັ່ງກ່າວນີ້ ການນຳຂອງແຂວງ ໄດ້ພັດປ່ຽນກັນຂື້ນຜ່ານເອກະສານເຊັ່ນ: ຄຳແນະນຳການຜັນຂະຫຍາຍມະຕິກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI, ຜ່ານບົດຕີລາຄາ ການຈັດຕັ້ງ

ປະຕິບັດມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກໃນໄລຍະຜ່ານມາ, ຜ່ານບົດສຳຫຼວດການນຳພາລວມໃນໄລຍະກາງສະໄໝ ຂອງຄະນະບໍລິຫານງານສູນກາງພັກ ສພໄໝທີ XI, ຜ່ານມະຕິຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການສືບຕໍ່ຍູ້ແຮງ ການຜັນຂະຫຍາຍແນວທາງປ່ຽນແປງໃໝ່ສູ່ລວງເລິກ, ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານໃນການນຳພາຂອງພັກ, ບົດລາຍງານ ກ່ຽວກັບການສະຫຼຸບການຈັດຕັ້ງປະຕິບັດກາງສະໄໝ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ5ປີຄັ້ງທີ IX ຕິດພັນກັບການຈັດຕັ້ງປະຕິບັດ2ວາລະແຫ່ງຊາດ ແລະ ທິດທາງແຜນກາງທ້າຍສະໄໝ ຮອດປີ 2025, ບົດຄວາມເຫັນສະຫຼຸບວາລະເປີດກ້ວາງ ຂອງທ່ານເລຂາທິການໃຫຍ່, ມະຕິກອງປະຊຸມຄົບຄະນະກາງສະໄໝຂອງຄະນະບໍລິຫານງານສູນກາງພັກ, ບົດສະຫຼຸບ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກແຂວງ ຕິດພັນກັບການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກໄລຍະກາງສະ  ໄໝ ແລະ ທິດທາງນຳພາຈັດຕັ້ງປະຕິບັດຄາດໝາຍສູ້ຊົນ ໃນແຕ່ລະດ້ານ, ບົດສະຫຼຸບກາງສະໄໝການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ IX ຂອງແຂວງຊຽງຂວາງ, ບົດສຳຫຼວດການນຳພາຂອງຄະນະບໍລິຫານງານພັກແຂວງ ຕໍ່ກອງປະຊຸມຄົບຄະນະກາງສະໄໝທີ VIII ຂອງອົງຄະນະພັກແຂວງ, ຜ່ານມະຕິຕົກລົງ ວ່າດ້ວຍການແຕ່ງຕັ້ງ ຄະນະສະເພາະກິດຮັບຜິດຊອບແກ້ໄຂບັນຫາເຄັ່ງຮ້ອນຂອງເສດຖະກິດ-ການເງິນ, ບັນຫາເງິນເຟີ້, ອັດຕາແລກປ່ຽນເງິນຕາ, ລາຄາສິນຄ້າ ຂັ້ນສູນກາງ ແລະ ຂັ້ນແຂວງ, ແຈ້ງການ ຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ກ່ຽວກັບທິດຊີ້ນຳຜັນຂະຫຍາຍຜົນສຳເລັດກອງປະຊຸມ ລັດຖະບານສະໄໝສາມັນປະຈຳເດືອນ ສິງຫາ 2023 ກ່ຽວກັບການ ຈັດຕັ້ງປະຕິບັດໂຄງການລົງທຶນບໍ່ແຮ່ ທີ່ລັດຖະບານໄດ້ອະນຸມັດຜ່ານມາ ແລະ ທິດຊີ້ນຳໃນການພັດທະນາແຮ່ທາດຢູ່ ສປປ ລາວໃນຕໍ່ໜ້າ ແລະ ເອກະສານອື່ນໆອີກຈຳນວນໜຶ່ງ.

ຜູ້ແທນກອງປະຊຸມຄັ້ງນີ້ ໄດ້ປະກອບຄຳຄິດເຫັນ ເພື່ອໃຫ້ກອງປະຊຸມມີເນືອໃນຖືກຕ້ອງ ສ່ອງຄ່ອງກັບສະພາບເສດຖະກິດໃນປັດຈຸບັນ ແລະ ການວາງແຜນຈັດຕັ້ງປະຕິບັດຂອງຂັ້ນເທິ່ງ ກໍ່ຄືຂັ້ນແຂວງ ໂອກາດນີ້ທ່ານເຈົ້າແຂວງໆຊຽງຂວາງ ໄດ້ມີຄຳເຫັນຊີ້ນຳ ເຊິ່ງທ່ານໄດ້ກ່າວວ່າ: ມອບໃຫ້ຄະນະພັກແຕ່ລະຂັ້ນສືບຕໍ່ເອົາໃຈໃສ່ເຊື່ອມຊຶມ, ເນື້ອໃນກັບແຜນຈັດຕັ້ງປະຕິບັດຕ້ອງຕິດພັນ ຖືກກັບຕົວຈິງ, ກຳໃຫ້ໄດ້ເນື້ອໃນຂອງສູນກາງ, ແຂວງຈຸດປະສົງ ຄາດໝາຍໃຫ້ເລິກເຊິ່ງ, ມອບໃຫ້ພາກປະສານສົມທົບ ຊຸກຍູ້ ຊີ້ນຳ ລາຍງານຊ່ອງແສງຄະນະຮັບຜິດຊອບຂັ້ນແຂວງຮັບຊາບ, ການເຂົ້າຮ່ວມເຊື່ອມຊຶມຫ້າມຂາດ, ຂອດປະສານງານສູນກາງຫາທ້ອງຖິ່ນ ແລະ ທ້ອງຖິນດ້ວຍກັນຍັງບໍ່ຈອດກັນ, ສູ້ຊົນຈັດຕັ້ງປະຕິບັດບັນດາໜ້າວຽກໃຫ້ສຳເລັດຜົນ ຕາມແຜນພັດທະນາຂອງສູນກາງກໍ່ຄືແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງຊຽງຂວາງ, ຮີບຮ້ອນຄົ້ນຫາ ແກ້ໄຂບັນຫາເຄັ່ງຮ້ອນຂອງເສດຖະກິດ-ການເງິນ, ກວດກາຄືນ ຕີລາຄາແຜນວຽກທີ່ໄດ້ຈັດຕັ້ງປະຕິບັດ, ກະກຽມກອງປະຊຸມໃຫຍ່ 3 ຂັ້ນ ໃຫ້ໃຫ້ມີເນື້ອໃນເລິກເຊິ່ງ ແລະ ຖືກກັບຈຸດພິເສດແຕ່ລະທ້ອງ ຖິ່ນ.

ຂ່າວ: ແກ່ນສີ ແກ້ວມະນີວົງ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa