ຄະນະ​ໂຄສະນາ​ອົບຮົມ​ແຂວງ ຊຽງຂວາງຈັດ​ຕັ້ງ​ປາຖະກະຖາ ວັນ​ສໍາຄັນ​ຂອງ​ພັກ, ຂອງ​ຊາດ ປະ​ຈໍາ​ເດືອນ ສິງຫາ

​ເມື່ອ​ບໍ່​ດົນ​ມາ​ນີ້ ຄະນະ​ໂຄສະນາ​ອົບຮົມ​ແຂວງ ​ໄດ້​ຈັດ​ຕັ້ງ​ພິທີໂຄສະນາ-ປາຖະກະຖາ ວັນ​ສ້າງ​ຕັ້ງ​ແນວ​ລາວ​ສ້າງ​ຊາດ ຄົບຮອບ 73 ປີ, ວັນ​ຍຶດອຳນາດ​ທົ່ວ​ປະ​ເທດ ສປປ ລາວ ຄົບຮອບ 78 ​ແລະ 48 ປີ ​ແລະ ວັນ​ລັດຖະທຳ​ມະນູນ​ແຫ່ງ ສປປ ລາວ ຄົບຮອບ 32 ປີ ທີ່​ຫ້ອງ​ປະຊຸມ​ຫ້ອງ​ວ່າການ​ແຂວງ. ​ໂດຍ​ໃຫ້ກຽດ​ເປັນ​ປະທານກອງປະ ຊຸມຂອງສະຫາຍ ໜໍ​ບີ ຫາ​ຕົ່ງ​ປາວ ຮອງ​ເລຂາ​ພັກ​ແຂວງ ຜູ້​ຊີ້​ນໍາ​ວຽກງານ​ການ​ເມືອງ-​ແນວ​ຄິດ​ຂັ້ນ​ແຂວງ ​ແລະ ​ໂດຍການ​ເຂົ້າ​ຮ່ວມ​ຮັບ​ຟັງ​​ຂອງ ຄະນະ​ປະ​ຈໍາ​ພັກ​ແຂວງ, ກຳມະການ​ພັກ​ແຂ​ວງ, ຫົວໜ້າ-ຮອງ​ຫົວໜ້າ​ພະ​ແນ​ກການ, ກົມ​ກອງ, ພະນັກງານ-ລັດຖະກອນ, ລັດ​ວິ​ສາ​ຫະກິດ​ໃນ​ອ້ອມ​ຂ້າງ​ແຂວງ​ເຂົ້າ​ຮ່ວມ​ຟັງ​ທັງ​ໝົດ 200 ກ່ວາຄົນ, ຍິງ 70  ກ່ວາຄົນ.

​ໃນ​ພິທີ ສະຫາຍ ນາງ ພວງ​ພະຈັນ ມູນ​ທະ​ວົງ ກຳມະການ​ພັກ​ແຂວງ ຫົວໜ້າ​ຄະນະ​ໂຄສະນາ​ອົບຮົມ​ແຂວງ ​ໄດ້​ຜ່ານ​ຄໍາ​ແນະ​ນໍາ​ຂອງ ​ຄະນະ​ປະ​ຈໍ​າພັກ​ແຂວງ ສະບັບ​ເລກທີ 08/ຄປພຂ, ລົງ​ວັນ​ທີ 3 ສິງຫາ 2023. ວ່າ​ດ້ວຍ​ການຈັດ​ຕັ້ງ​ໂຄສະນາ-ປາຖະ​ກະຖາ ວັນ​ສ້າງ​ຕັ້ງ​ແນວ​ລາວ​ສ້າງ​ຊາດ ຄົບຮອບ 73 ປີ, ວັນ​ຍຶດອຳນາດ​ທົ່ວ​ປະ​ເທດ ສປປ ລາວ ຄົບຮອບ 78 ​ແລະ 48 ປີ ​ແລະ ວັນ​ລັດຖະທຳ​ມະນູນ​ແຫ່ງ ສປປ ລາວ ຄົບຮອບ 32 ປີ. ​ໃຫ້ກຽດຂຶ້ນ​ປາຖະກະຖາ ວັນ​ສ້າງ​ຕັ້ງ​ແນວ​ລາວ​ສ້າງ​ຊາດ ​ໂດຍ​ສະຫາຍ ນາງ ບົວ​ສີ ນາ​ຖະວົງ ຄະນະ​ປະ​ຈໍາ​ພັກ​ແຂວງ ຫົວໜ້າ​ແນວ​ລາວ​ສ້າງ​ຊາດ​ແຂວງ ​ເຊິ່ງສະຫາຍ​ໄດ້​ເລົ່າຄືນ​ມູນ​ເຊື້ອ​ການ​ກຳ​ເນີ​ດ, ການ​ເຕີບ​ໃຫຍ່​ຂະຫຍາຍ​ຕົວ​ຂອງ​ອົງການ​ແນວ​ລາວ​ສ້າງ​ຊາດ​ໃນ​​ແຕ່ລະ​ໄລຍະ​ແຫ່ງ​ການ​ຕໍ່ສູ້​ກູ້​ຊາດທີ່​ບໍໍ່ຍອມ​ຈໍານົນ​ຂອງ​ປະຊາຊົນ​ລາ​ວບັນດາ​ເຜົ່າ​ຕ້ານ​ກັບ​ຈັກກະພັດ​ຝຣັ່ງ ​ແລະ ຈັກກະພັດ​ອາ​ເມ​ລິ​ກາ ພາຍ​ໃຕ້​ການ​ຊີ້​ນໍາ-ນໍາພາ​ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວຈົນ​ສາມາດ​ຍາດ​ໄດ້​ໄຊຊະນະ ​ແລະ ຜົນງານ​ໃນ​ການ​ຊີ້​ນໍາ-ນໍາພາ​ຂອງ​ອົງການ​ແນວ​ລາວ​ສ້າ​ງຊາດ​ໃນ​ໄລຍະ 73 ປີ​ທີ່​ຜ່ານ​ມາ ພ້ອມ​ທັງ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ອັນ​ດີງາມ​ຂອງ​ແນວ​ລາວ​ສ້າງ​ຊາດ, ​​ເພີ່ມ​ທະວີ​ວຽກງານ​ແນວ​ລາວ​ສ້າງ​ຊາດ​ໃນ​ຕໍ່ໜ້າ​ໃຫ້​ມີ​ຄວາມ​​ເຂັ້ມ​ແຂງ, ມີ​ຄວາມ​ສາມັກຄີ​ບັນດາ​ເຜົ່າ​ໃຫ້​ແໜ້ນ​ແຟ້ນກວ່າ​ເກົ່າ. ​​ໃຫ້ກຽດຂຶ້ນ​ປາຖະກະຖາ ວັນ​ສື່​ມວນ​ຊົນ ​ແລະ ການພິມ​ຈໍາໜ່າຍລາວ ​​ໂດຍ ສະຫາຍ ຄອນສະໝຸດ ບຸນ​ແພງ​ພັນ ກຳມະການ​ພັກ​ແຂວງ ຫົວໜ້າ​ພະ​ແນ​ກ ຖະ​ແຫຼ​ງຂ່າວ-ວັດທະນະ​ທໍາ ​ແລະ ທ່ອງ​ທ່ຽວ​ແຂວງ ​ເຊິ່ງສະຫາຍ ​ໄດ້ຫວນ​ຄືນ​ປະຫວັດ, ​ມູນ​ເຊື້ອສື່​ມວນ​ຊົນ ​ແລະ ການ​ພິມ​ຈໍາໜ່າຍ​ໃນ​ໄລຍະ 73 ປີ​ທີ່​ຜ່ານ​ມາ​​ ​ເພາະວ່າ​ວຽກງານ​ສື່​ມວນ​ຊົນມັນ​​ໄດ້​ຕິດ​ພັນ​ກັບ​ການຕໍ່ສູ້​ກູ້​ຊາດ​ໃນ​ການເປັນ​ກະບອກ​ສຽງ​​ເຕົ້າ​ໂຮມ​ຄວາມ​ສາມັກຄີ​ຂອງ​ປະຊາຊົນ​ລາວ​ບັນດາ​ເຜົ່າໃນ​ໄລຍະ​ຕໍ່ສູ້​ປົດ​ປ່ອຍ​ຊາດ​ຍາດ​ເອົາ​ເອກະລາດ​ແຫ່ງ​ຊາດ ​ແລະ ອິດສະຫຼະພາບ​ມາສູ່​ປະຊາຊົນ​ກໍ່​ຄື​ໄລຍະ​ແຫ່ງ​ພາລະກິດ​ປົກ​ປັກ​ຮັກສາ ​ແລະ ສ້າງສາ​ພັດທະນາ​ປະ​ເທດ​ຊາດ, ບັນດາຜົນງານ​ທີ່​ພົ້ນ​ເດັ່ນ​ໃນ​ໄລຍະ 73 ປີ ຂອງ​ວຽກງານ​ສື່​ມວນ​ຊົນ ​ແລະ ພິມ​ຈໍາໜ່າຍ.​ຈາກ​ນັ້ນ​ສະຫາຍ ໜໍ​ບີ ຫາ​ຕົ່ງ​ປາວ ​ໄດ້ໃຫ້ກຽດຂຶ້ນ​ປາຖະ​ກະຖາ ວັນ​ຢຶດອໍານາດທົ່ວ​ປະ​ເທດ ສປປ ລາວ ​ແລະ ວັນ​ລັດຖະທຳ​ມະນູນ ​ແຫ່ງ ສປປ ລາວ ​ໂດຍ​ແມ່ນ​ ​ເຊິ່ງສະຫາຍ ​ໄດ້​ຫວນ​ຄືນ​ປະຫວັດ​ຄວາມ​ເປັນ​ມາ​ຂອງ​ການ​ຢຶດອໍ​ານາດ​ທົ່ວ​ປະ​ເທດ​ໃນ​ວັນ​ທີ 23 ສິງຫາ 1945 ຈາກ​ພວກ​ລ່າ​ເມືອງ​ຂຶ້ນ​ແບບ​ເກົ່າ ​ແລະ ການ​ຢຶດອໍານາດ ​​ໃນວັນທີ 23 ສິງຫາ 1975 ຈາກ​ພວກ​ລ່າ​ເມືອງ​ຂຶ້ນ​ແບບ​ໃໝ່ ​ໃນ​ການ​ຕໍ່ສູ້​ບໍ່​ຍອມ​ຈໍານົນ, ຄວາມສາມັກ​ຄີ​ຂອງ​ປະຊາຊົນ​ລາວ​ບັນ​ດາ​ເຜົ່າ ພາຍ​ໃຕ້​ການ​ຊີ້​ນໍາ-ນໍາພາ​ຂອງ​ພັກ​ປະຊາຊົນ ປະຕິວັດ​ລາວ ທີ່​ໄດ້​ວາງ​ແນວທາງ​ອັນ​ຖືກຕ້ອງໂດຍ​ນໍາ​ໃຊ້ 3 ບາດ​ຄ້ອນ​ຍຸດ​ທະ​ສາດຄື: ການ​ລຸກ​ຮື້​ຂຶ້ນ​ຂອງ​ມະຫາຊົນ​, ການ​ໜູນ​ໜີບ​ຂອງ​ກຳລັງ​ປະກອບ​ອາວຸດ, ການ​ແຍ​ກຕົວ​ອອກ​ຂອງ​ກຳລັງ​ທະຫານ​ຂອງ​ສັດຕູ ​ເພື່ອ​ມາ​ຢຶດອຳນາດ​ການ​ປົກຄອງ​ໃນ​ທົ່ວ​ປະ​ເທດ​ແບບ “ ບົວ​ບໍ່​ຊໍ້າ ນໍ້າ​ບໍ່​ຂຸ່ນ​ ”, ​ເສີມ​ຂະ​ຫຍາ​ຍມູນ​ເຊື້ອ 23 ສິງຫາ ​ເຂົ້າ​ໃນ​ການ​ພັດທະນາ​ປະ​ເທດ​ຊາດ. ນອກຈາກ​ນີ້ ກໍ່​ຍັງ​ໄດ້​ຜ່ານ​ການ​ກຳ​ເນີ​ດ ​ແລະ ຄວາມ​ໝາຍສໍາຄັນ​ຂອງ​ລັດ​ຖະທຳ​ມະນູນ ​ເປັນ​ຕົ້ນ​ແມ່ນ​ການຈັດ​ຕັ້ງ​ປະຕິບັດ​ລັດຖະທຳ​ມະນູນ ​ແລະ ກົດໝາຍ, ຜົນງານ​ດ້ານ​ດີ, ດ້ານ​ອ່ອນ​ຄົງ​ຄ້າງ, ບົດຮຽນທີ່​ຖອດ​ຖອນ​ໄດ້ ​ແລະ ​ເພີ່ມ​ທະວີການຈັດ​ຕັ້ງ​ປະຕິບັດ​ລັດຖະທຳ​ມະນູນ ​ແລະ ກົດໝາຍ​ໃຫ້​ເຂັ້ມງວດ.

​ໃນ​ຕອນ​ທ້າຍ​ພິທີ ປະທານກອງ​ປະຊຸມ​ ຍັງ​ໄດ້​ຊີ້​ນໍາ​ເພີ່ມ​​ເຕີມ​​ເປັນ​ຕົ້ນ: ​ເພື່ອ​ເຮັດ​ໃຫ້​ພິທີ​ປາຖະກະຖາ ມີ​ຄວາມ​ໝາຍຄວາມ​ສຳຄັນ, ​ມີ​ເນື້ອ​ໃນ​ເລິກ​ເຊິ່ງ ​ແລະ ​ໄດ້​ຮັບ​ການ​ເຜີຍ​ແຜ່​ຢ່າງ​ກ້ວາ​ຂວາງນັ້ນ ​ແມ່ນ​​​ມອບ​ໃຫ້​ຄະນະ​ພັກ​ແຕ່​ລະ​ພະ​ແນ​ກການ, ກົມ​ກອງ​ອ້ອມ​ຂ້າງ​ແຂວງ​ ຈົ່ງ​ນໍາ​ເອົາ​ເນື້ອ​ໃນ​ດັ່ງກ່າວ​ເພື່ອ​ໄປ​ຈັດ​ຕັ້ງ​ເຜີຍ​ແຜ່​ໃຫ້​ແກ່​ພະນັກ ງານ-ລັດຖະກອນ​ຢູ່​ໃນ​ກົມ​ກອງ​ຂອງ​ຕົນ​ເພື່ອ​ໃຫ້​ຮັບ​ຮູ້​ເຂົ້າ​ໃຈ, ​ເນື້ອ​ໃນ, ຄວາມ​ໝາຍຄວາມ​ສຳຄັນ, ເສີມຂະຫຍາຍມູນເຊື້ອວັນສໍາຄັນດັ່ງກ່າວໃຫ້ເປັນຂະບວນຟົດຟື້ນ ​ແລະ ກວ້າງຂວາງ.

ຂ່າວ: ທ້າວ ນູຢ່າງ ຢົງ​ມາ

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa