ຄະນະໂຄສະນາອົບຮົມສູນກາງພັກ ຈັດກອງປະຊຸມທາງໄກວຽກງານຜ່ານສື່ເອເລັກໂຕຣນິກ (ເວັບໄຊ) ປະຈໍາໄຕມາດ IV ປະຈໍາປີ 2023 ຂອງຄະນະໂຄສະນາອົບຮົມແຂວງ ໃນທົ່ວປະເທດ

ໃນຕອນເຊົ້າ ຂອງວັນທີ 13 ທັນວາ 2023 ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດກອງປະຊຸມສ່ອງແສງລາຍງານການຈັດຕັ້ງປະຕິບັດວຽກງານໂຄສະນາຜ່ານສື່ເອເລັກໂຕຣນິກ ປະຈໍາໄຕມາດ IV ປະຈໍາປີ 2023 ປະຊຸມທາງໄກຜ່ານລະບົບວີດີໂອຄອນເຟີເຮັນ ໂດຍໃຫ້ກຽດເປັນປະທານຂອງທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຜູ້ຊີ້ນໍາວຽກງານກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ) ມີທ່ານ ວັນຕຸລາ ຣັກນຸດ ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ມີບັນດາທ່ານຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ທົ່ວປະເທດ ແລະ ຄະນະຮັບຜິດຊອບເວັບໄຊຂອງຄະນະໂຄສະນາອົບຮົມແຂວງ ໃນທົ່ວປະເທດເຂົ້າຮ່ວມ. ໃນກອງປະຊຸມ ໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດວຽກງານໂຄສະນາຜ່ານສື່ເອເລັກໂຕຣນິກ ໂດຍຫຍໍ້ ຈາກບັນດາຄະນະໂຄສະນາອົບຮົມ 17 ແຂວງ ແລະ 1 ນະຄອນຫຼວງວຽງຈັນ ເຊິ່ງຍົກໃຫ້ເຫັນຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ເພື່ອແລກປ່ຽນບົດຮຽນທີ່ຖອດຖອນໄດ້ ແລະ ຂໍ້ສະເໜີຕໍ່ສູນກາງຈໍານວນໜຶ່ງ, ພ້ອມທັງວາງທິດທາງແຜນການໃນຕໍ່ໜ້າ ເພື່ອປັບປຸງວຽກງານຜ່ານສື່ເອເລັກໂຕຣນິກຫັນສູ່ຄຸນນະພາບໃໝ່  ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່; ຕອນທ້າຍ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ສັງລວມຈາກການລາຍງານຂອງຄະນະໂຄສະນາອົບຮົມແຂວງ ໃນທົ່ວປະເທດ ພ້ອມທັງມີທິດຊີ້ນໍາບາງບັນຫາດັ່ງນີ້:

  1. ຄະນະໂຄສະນາອົບຮົມແຂວງ ຕ້ອງໄດ້ເປັນເຈົ້າການເລືອກເຟັ້ນພະນັກງານຜູ້ທີ່ມີພອນສະຫວັນ, ມີຄວາມຮູ້, ຄວາມສາມາດຮັບຜິດຊອບວຽກງານດັ່ງກ່າວ ຜູ້ທີ່ຖືກແຕ່ງຕັ້ງຊິເປັນຜູ້ເກົ່າ ຫຼື ຜູ້ໃຫມ່ ຕ້ອງໄດ້ຍາດແຍ່ງເອົາຄວາມຮູ້ນໍາຄະນະຮັບຜິດຊອບທາງສູນກາງ ຫຼື ຖ້າຫາກຜູ້ເກົ່າຖືກແຕ່ງຕັ້ງໄປຮັບຜິດຊອບວຽກອື່ນ ກໍຕ້ອງໄດ້ມອບວຽກ ແລະ ຖ່າຍທອດຄວາມຮູ້ໃຫ້ແກ່ຜູ້ໃຫມ່ ຫຼື ພາຍໃນຄະນະຮັບຜິດຊອບຢ່າງລະອຽດ, ເພື່ອງ່າຍໃນການປະສານງານລະຫວ່າງສູນກາງ ແລະ ແຂວງ.
  2. ຕິດຕາມກວດກາຄືນການເຄື່ອນໄຫວເທິງໜ້າກະດານຂ່າວເອເລັກໂຕຣນິກ (ເວັບໄຊ) ຂອງແຂວງຕົນໃນບັນດາເມນູ, ຄໍລໍ່າຕ່າງໆ ໃຫ້ມີການອັບເດດໃໝ່ຕະຫຼອດ, ປະດິດສ້າງໃຫ້ມີສີສັນ, ຂໍ້ມູນຫຼາກຫຼາຍ ຂໍເນັ້ນໜັກໃຫ້ຜູ້ຊີ້ນໍາວຽກງານເວັບໄຊ ຂອງຄະນະໂຄສະນາອົບຮົມແຂວງ ຕິດຕາມກວດກາຄືນ.
  3. ສ້າງສາຍພົວພັນ ແລະ ປະສານງານຢ່າງເປັນປົກກະຕິ ລະຫວ່າງຄະນະໂຄສະນາອົບຮົມແຂວງ ແລະ ເມືອງ, ສ້າງການຫັນປ່ຽນໃຫ້ບັນດາເມືອງມີການປະສານຂໍ້ມູນ, ບົດຂ່າວການເຄື່ອນໄຫວຂອງເມືອງ ລົງເວັບໄຊ ທັງເປັນການກໍ່ສ້າງພະນັກງານຂັ້ນເມືອງໄດ້ຮຽນຮູ້ ແລະ ພ້ອມກັນຫັນເປັນທັນສະໄໝ ໃນວຽກງານໂຄສະນາອົບຮົມ ແຂວງຕ້ອງເປັນເຈົ້າການຊ່ວຍຄະນະໂຄສະນາອົບຮົມເມືອງ ເພື່ອຂະຫຍາຍຕາໜ່າງເພື່ອນຮ່ວມງານໃຫ້ທົ່ວເຖິງ.
  4. ເພີ່ມທະວີການພົວພັນປະສານງານລະຫວ່າງຜູ້ຮັບຜິດຊອບເວັບໄຊ ຄະນະໂຄສະນາອົບຮົມແຂວງ ແລະ ຄະນະຮັບຜິດຊອບສູນກາງພັກ ເພື່ອຊອກຫາວິທີທາງແກ້ໄຂຢ່າງຮີບດ່ວນ, ຜ່ານມາເຮົາກໍມີມູນເຊື້ອທາງດ້ານຄວາມສາມັກຄີ ຮັກແພງ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ກໍຂໍໃຫ້ຮັກສາມູນເຊື້ອ ເສີມຂະຫຍາຍດ້ານດີຢ່າງຕັ້ງໜ້າພ້ອມກັນແກ້ໄຂຂໍ້ຄົງຄ້າງໃຫ້ສໍາເລັດເທື່ອລະກ້າວ.
  5. ໃຫ້ຮີບຮ້ອນສືບຕໍ່ຈັດຕັ້ງປະຕິບັດການຊັບຊ້ອນບຸກຄະລາກອນ ແລະ ແຕ່ງຕັ້ງຄະນະຮັບຜິດຊອບ ເຂົ້າໃນວຽກງານດັ່ງກ່າວ ໃຫ້ສໍາເລັດໂດຍໄວ, ເພື່ອກະກຽມຝຶກອົບຮົມການນໍາໃຊ້ ແລະ ການບໍລິຫານຈັດການເວັບໄຊ ໃນເວີຊັ່ນໃໝ່ໃຫ້ແຕ່ລະແຂວງ.

 ໂດຍ: ສີຍອງ ພອນທະຈັນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa