ຄະນະໂຄສະນາອົບຮົມສູນກາງພັກຈັດກອງປະຊຸມທາງໄກວຽກງານຜ່ານສື່ເອເລັກໂຕຣນິກ (ເວັບໄຊ) ປະຈໍາໄຕມາດ II (4,5,6) ປະຈໍາປີ 2023 ຂອງຄະນະໂຄສະນາອົບຮົມແຂວງ ໃນທົ່ວປະເທດ

ໃນຕອນເຊົ້າ ຂອງວັນທີ 26 ກໍລະກົດ 2023 ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດກອງປະຊຸມສ່ອງແສງລາຍງານການຈັດຕັ້ງປະຕິບັດວຽກງານໂຄສະນາຜ່ານສື່ເອເລັກໂຕຣນິກ (ເວັບໄຊ) ໃນໄລຍະຜ່ານມາ ປະຈໍາໄຕມາດ II (4,5,6) ປະຈໍາປີ 2023 ຕໍ່ກອງປະຊຸມທາງໄກຂອງກົມຂໍ້ມູນຂ່າວສານ ແລະ ຄະນະຮັບຜິດຊອບເວັບໄຊ ຂອງຄະນະໂຄສະນາອົບຮົມແຂວງ ໃນທົ່ວປະເທດ ໂດຍໃຫ້ກຽດເປັນປະທານຂອງທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຜູ້ຊີ້ນໍາວຽກງານກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ) ທ່ານ ວັນຕຸລາ ຮັກນຸດ ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ມີບັນດາທ່ານຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ໃນທົ່ວປະເທດ ແລະ ບັນດາຄະນະຮັບຜິດຊອບເວັບໄຊຂອງຄະນະໂຄສະນາອົບຮົມແຂວງ ໃນທົ່ວປະເທດເຂົ້າຮ່ວມ. ໃນກອງປະຊຸມ ໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດວຽກງານໂຄສະນາຜ່ານສື່ເອເລັກໂຕຣນິກ ໂດຍຫຍໍ້ ຈາກບັນດາຄະນະໂຄສະນາອົບຮົມແຂວງ ໃນທົ່ວປະເທດ ຍົກໃຫ້ເຫັນຂໍ້ສະດວກ, ຂໍ້ຫຍຸ້ງຍາກ ທິດທາງແຜນການ ແລະ ຂໍ້ສະເໜີຕໍ່ສູນກາງຈໍານວນໜຶ່ງ ເພື່ອປັບປຸງວຽກງານຜ່ານສື່ເອເລັກໂຕຣນິກ; ຈາກນັ້ນ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຜູ້ຊີ້ນໍາວຽກງານກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ) ໄດ້ສັງລວມຈາກການລາຍງານຂອງຄະນະໂຄສະນາອົບຮົມແຂວງ ໃນທົ່ວປະເທດ ທ່ານ ໄດ້ມີທິດຊີ້ນໍາບາງບັນຫາດັ່ງນີ້:

  1. ຄະນະໂຄສະນາອົບຮົມແຂວງ ຕ້ອງໄດ້ເປັນເຈົ້າການເລືອກເຟັ້ນພະນັກງານຜູ້ທີ່ມີພອນສະຫວັນ, ມີຄວາມຮູ້, ຄວາມສາມາດຮັບຜິດຊອບວຽກງານດັ່ງກ່າວ ຜູ້ທີ່ຖືກແຕ່ງຕັ້ງຊິເປັນຜູ້ເກົ່າ ຫຼື ຜູ້ໃຫມ່ ຕ້ອງໄດ້ຍາດແຍ່ງເອົາຄວາມຮູ້ນໍາສູນກາງ ເພື່ອພັດທະນາວຽກງານໃຫ້ສໍາເລັດໄດ້ຮັບໝາກຜົນທີ່ດີ.
  2. ຕິດຕາມກວດກາຄືນການເຄື່ອນໄຫວເທິງໜ້າກະດານຂ່າວເອເລັກໂຕຣນິກ (ເວັບໄຊ) ຂອງແຂວງຕົນໃນບັນດາເມນູ, ຄໍລໍ່າຕ່າງໆ ມີບົດຂ່າວ, ບົດຄວາມ ຫຼື ຂໍ້ມູນຕ່າງໆ ມີການເຜີຍແຜ່ເປັນປົກກະຕິ ຫຼື ບໍ່.
  3. ພະຍາຍາມສ້າງສາຍພົວພັນ ລະຫວ່າງຄະນະໂຄສະນາອົບຮົມແຂວງ ແລະ ຄະນະໂຄສະນາອົບຮົມເມືອງ ສ້າງການຫັນປ່ຽນໃຫ້ເມືອງມີການສົ່ງຂໍ້ມູນ ບົດຂ່າວການເຄື່ອນໄຫວຂອງເມືອງ ລົງເວັບໄຊ ທັງເປັນການກໍ່ສ້າງພະນັກງານຂັ້ນເມືອງໄດ້ຮຽນຮູ້ ແລະ ພ້ອມກັນຫັນເປັນທັນສະໄໝໃນວຽກງານໂຄສະນາອົບຮົມ ບໍ່ໃຫ້ແອັດມິນຄອງຄອຍແຕ່ສູນກາງລົງໄປຊ່ວຍ. ແຂວງໃດທີ່ມີເງື່ອໄຂການຍົກລະດັບກໍ່ໃຫ້ຈັດຕັ້ງປະຕິບັດເລີຍ.
  4. ກົນໄກປະສານງານລະຫວ່າງຜູ້ຮັບຜິດຊອບເວັບໄຊ ຄະນະໂຄສະນາອົບຮົມແຂວງ ແລະ ທິມງານທາງສູນກາງ ຂໍໃຫ້ເພີ່ມທະວີຂຶ້ນຕື່ມ, ແຂວງໃດທີ່ມີຂໍ້ຄົງຄ້າງກໍ່ໃຫ້ຮີບຮ້ອນສະເໜີ ຫຼື ອາດຈະປະຊຸມທາງໄກຮ່ວມກັນເພື່ອຊອກຫາວິທີການແກ້ໄຂ.
  5. ໃຫ້ບັນດາແຂວງສືບຕໍ່ປັບປຸງຂອດທີ່ຍັງຂໍ້ຄົງຄ້າງໃຫ້ສໍາເລັດ ແລ້ວສະຫຼຸບລາຍງານໃຫ້ສູນກາງ ພ້ອມທິດທາງແຜນການໃນຕໍ່ໜ້າ, ພາຍຫຼັງສໍາເລັດກອງປະຊຸມສ່ອງແສງປະຈໍາໄຕມາດ II ນີ້ແລ້ວ ຫວັງວ່າວຽກງານຂໍ້ມູນຂ່າວສານ ແລະ ເວັບໄຊຂອງພວກເຮົາຈະໄດ້ຮັບການພັດທະນາ ແລະ ມີຂໍ້ມູນຂ່າວສານທີ່ອຸດົມສົມບູນຂຶ້ນຕື່ມ, ປັບປຸງວຽກງານໃຫ້ມີຄຸນນະພາບທີ່ສູງຂຶ້ນ, ພ້ອມກັນຫັນວຽກງານໂຄສະນາອົບຮົມໄປສູ່ຄຸນນະພາບໃໝ່.

ໂດຍ: ສີຍອງ ພອນທະຈັນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa