ຄະນະຜູ້ແທນຂັ້ນສູງຂອງໜັງສືພີມ ເຍິນເຢິນ ສຽງຂອງພັກ-ລັດ ແລະ ປະຊາຊົນຫວຽດນາມຢ້ຽມຢາມແຂວງຊຽງຂວາງ

ໃນລະຫວ່າງວັນທີ 26-27 ທັນວາ 2023 ຄະນະພັກ, ຄະນະນໍາຂອງແຂວງຊຽງຂວາງ ແລະ ຄະນະໂຄສະນາອົບຮົມແຂວງໄດ້ຕ້ອນຮັບຄະນະຜູ້ແທນຂັ້ນສູງຂອງໜັງສືພີມ ເຍິນເຢິນ ສຽງຂອງພັກ-ລັດ ແລະ ປະຊາຊົນຫວຽດນາມພ້ອມດ້ວຍຄະນະ ໃນໂອກາດທີ່ມາຢ້ຽມຢາມ ແລະ ທຽ່ວຊົມແຫຼ່ງທ່ອງທ່ຽວຢູ່ແຂວງຊຽງຂວາງ.

ໃນໂອກາດຕ້ອນຮັບຄະນະຜູ້ແທນຂອງໜັງສືພີມ ເຍິນເຢິນ ສຽງຂອງສູນກາງພັກ-ລັດ ສສຫວຽດນາມ ທີ່ມາຢ້ຽມຢາມ, ທ່ຽວຊົມແຫຼ່ງທ່ອງທ່ຽວຢູ່ແຂວງຊຽງຂວາງ ນໍາພາໂດຍ ສະຫາຍ ດິງ ຢື ຮວານ ຮອງຫົວໜ້າບັນນາທິການໃຫຍ່ໜັງສືພີມ ເຍິນເຢິນ ສຽງຂອງສູນກາງພັກ-ລັດ ພ້ອມດ້ວຍຄະນະ ໄດ້ຂື້ນໄປທ່ຽວຊົມ ແລະ ວາງກະຕ່າໝາກໄມ້ສົດຢູ່ທີ່ອະນຸສາວະລີຮ່ວມສໍາພັນສູ້ຮົບລາວ-ຫວຽດນາມເພື່ອເຄົາລົບ ເພື່ອ ໄຫວ້ອາໄລເຖິງດວງວິນຍານ ຂອງບັນດາສະຫາຍນັກຮົບນິລະນາມທີ່ໄດ້ເສຍສະຫຼະຊີວິດ ໃນໄລຍະທີ່ມາເຄື່ອນໄຫວພາລະກິດສາກົນ, ຊວ່ຍປວງຊົນລາວຕໍ່ສູ້ກັບຈັກກະພັັັດຜູ້ຮຸກຮານຢູ່ລາວ, ໂດຍສະເພາະແມ່ນຢູ່ດິນແດນແຂວງຊຽງຂວາງ.

ໃນໂອກາດທີ່ມີຄວາມໝາຍຄວາມສໍາຄັນດັ່ງກ່າວ ທ່ານ ສູນທອນ ພັນມີໄຊ ຄະນະປະຈໍາພັກແຂວງໄດ້ກ່າວຕ້ອນຮັບ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ, ທ່ຽວຊົມແຫຼ່ງທ່ອງທ່ຽວຢູ່ແຂວງຊຽງຂວາງ ຂອງຄະນະຜູ້ແທນຂັ້ນສູງໜັງສືພີມເຍິນເຢິນ ສຽງຂອງສູນກາງພັກ-ລັດ ຫວຽດນາມຊຶ່ງເປັນຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ-ສອງລັດ ລາວ-ຫວຽດນາມ, ຫວຽດນາມ-ລາວ ນັບມື້ເລິກເຊິ່ງຍິ່ງໆຂື້ນ. ຫຼັງຈາກນັ້ນ, ທ່ານຮອງຫົວໜ້າບັນນາທິການໃຫຍ່ໜັງສືພີມ ເຍິນເຢິນ ໄດ້ສະແດງຄວາມຂອບໃຈມາຍັງການນໍາຂອງແຂວງ ແລະ ຄະນະໂຄສະນາອົບຮົມແຂວງຊຽງຂວາງທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ. ນອກຈາກນັ້ນ, ຍັງໄດ້ໄປທ່ຽວຊົມສະຖານທີ່ສໍາຄັນຂອງແຂວງເຊັ່ນ: ທົ່ງໄຫຫີນ, ວັດໄຫຫີນໄຊຍະລາມ, ຟາມງົວວີນາມິວລາດແສນ, ຫໍບູຊາອາສາສະໝັກນັກຮົບຫວຽດນາມທີ່ເສຍສະຫຼະໃນປາງສົງຄາມຢູ່ແຂວງຊຽງຂວາງ.

ຂຽນໂດຍ: ບົວສີ ພັນທະສອນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa