ກອງໂຄສະນາເຄື່ອນທີ່ເຄື່ອນໄຫວສາຍຟີມມູນເຊື້ອປະຫວັດສານສໍາຄັນຂອງພັກ, ຂອງຊາດຢູ່ບ້ານນາ

   ກອງ​ໂຄສະນາເຄື່ອນທີ່ເຄື່ອນໄຫວສາຍຟີມມູນເຊື້ອປະຫວັດສາດສໍາຄັນຂອງພັກ, ຂອງຊາດ ຢູ່​ ບ້ານນາ

          ​ໃນ​ວັນ​ທີ 15 ກຸມພາ 2024 ຜ່າ​ນມາ ຄະນະ​ໂຄສະນາ​ອົບຮົມ​ແຂວງ ນໍາ​ໂດຍ ທ່ານ ຈັນທະບູນ ແພງສົມພູ ຮອງ​ຫົວໜ້າ​ຄະນະ​ໂຄສະນາ​ອົບຮົມ​ແຂວງ ພ້ອມ​ດ້ວຍ​ທີ​ມງານ ຄະນະ​ໂຄສະນາ​ອົບຮົມ​ແຂວງສົມທົບ​ກັບ​ຄະນະ​ໂຄສະນາ​ອົບຮົມ​ເມືອງແປກ ​ໄດ້ນໍາ​​ເອົາ​ກອງ​ໂຄສະນາ​ເຄື່ອນ​ທີ່​ລົງ​ສາຍ​ຟີມຮູບ​ເງົາຢູ່​ ບ້ານນາ ເມືອງແປກ ແຂວງຊຽງຂວາງ. ໂດຍ​ການ​ເຂົ້າ​ຮ່ວມ​ຊົມ​ຂອງພໍ່​ແມ່​ປະຊາຊົນ, ຊາວ​ໜຸ່ມ, ​ເຍົາ​ວະ​ຊົນ ບ້ານນາ ປະມານ 100 ກ່ວາ​ຄົນ.

​       ​ຈຸດປະສົງ​ໃນການ​ລົງ​ເຄື່ອນ​ໄຫວ​ໃນ​ຄັ້ງນີ້​​​ແມ່ນ​ເພື່ອ​ປະຕິບັດຕາມທິດທາງແຜນວຽກປະຈໍາປີ ຂອງຄະນະໂຄສະນາອົບຮົມແຂວງໃນການເຄື່ອນໄຫວສາຍຟິມມູນເຊື້ອທີ່ສໍາຄັນຂອງພັກ, ຂອງຊາດ, ມູນ​ເຊື້ອໃນແຕ່ລະບັ້ນ​ຮົບປົດ​ປ່ອຍຊາດ​, ຜົນ​ຮ້າຍ​ຂອງ​ຢາ​ເສບ​ຕິດ ​ແລະ ສາລະ​ຄະດີຄອບຄົວ​ຕົວ​ແບບ​ໃນ​ການ​ປູກ​ການ​ລ້ຽງ ນີ້ກໍ່​ເພື່ອ​ເຮັດ​ໃຫ້​ ພໍ່​ແມ່​ປະຊາຊົນ, ຊາວ​ໜຸ່ມ, ​ເຍົາວະ​ຊົນ​ໄດ້ຮັບ​ຮູ້​ຫວນ​ຄືນ​ມູນ​ເຊື້ອ​ໃນ​ການ​ຊີ້ນໍາ-ນໍາພາ​ການ​ຕໍ່ສູ້​ປົດ​ປ່ວຍ​ຊາດ, ມູນ​ເຊື້ອ​ໃນ​ການ​ປົກ​ປັກ​ຮັກສາ ​ແລະ ສ້າງສາ​ພັດທະນາ​ປະ​ເທດ​ຊາດ​​, ຮໍ່າຮຽນ​ເອົາ​ແບບຢ່າງ​ຄຸນສົມບັດ, ທາດ​ແທ້​ປະຕິວັດ, ຄວາມ​ຈົ່ງ​ຮັກ​ພັກດີ​, ຄວາມ​ເດັດດ່ຽວໜຽວ​ແໜ້ນໃນ​ແຕ່ລະ​​ບັ້ນຮົບເຊັ່ນວ່າ: ບັ້ນຮົບປົດປ່ອຍ ສາລາພູຄູນ, ກອງພັນທີ 2 ຜ່າວົງປິດລ້ອມ ທີ່ທົ່ງໄຫຫີນ, ປຸກລະດົມໃຫ້ຊາວ​ໜຸ່ມ​ເ​ຍົາ​ວະ​ຊົນ​ເຫັນ​ໄດ້ຜົນ​ຮ້າຍ​ຂອງ​ຢາ​ເສບຕິດ​​ທີ່​ມີ​ຕໍ່​ຊີວິດ​ຮ່າງ​ກາຍ ​ແລະ ​ຫ່າງໄກຈາກສິ່ງເສບຕິດຕ່າງໆ​ເພື່ອ​​ເຮັດໃຫ້​ສັງຄົມມີຄວາມ​ສະ​ຫງົບຫຼີກ​ລຽງຈາກ​ການ​​ເກີດ​ມີ​ການຂີ້ລັກງັກ​ແງະ​, ການອາ​ລະວາ​ດຕີ​ກັນ ​ເພື່ອ​ເປັນ​ການ​ປຸກລະດົມ​ທຸກ​ຊັ້ນ​ຄົນ​​ໃນສັງຄົມ​ເປັນ​ເຈົ້າ​ການ​ໃນ​ການ​ປະຕິບັດ​ວາລະ​ແຫ່ງ​ຊາດ​ໃນ​ການ​ແກ້​ໄຂ​ບັນ​ຫາ​ຢາ​ເສບ​ຕິດ. ນອກ​ນີ້ ​ຍັງເຮັດ​ໃຫ້​ປະຊາຊົນ​​ໄດ້​ຮຽນຮູ້​ບົດຮຽນ​ໃນການ​ປູກ​-ການ​ລ້ຽງ​ເພື່ອ​ສ້າງ​ລາຍ​ຮັບ​ແກ່​ຄອບຄົວ, ​​ເຮັດໃຫ້​ຄອບຄົວມີ​ຢູ່​ມີ​ກິນ​, ຫຼຸດພົ້ນຈາກການຖາງໄປ່ເຮັດໄຮ່ຊະຊາຍ ບ້ານ​ມີ​ການ​ພັດທະນາ​ຕາມ​​ແນວທາງ​ຂອງ​ພັກ ​ແລະ ​ສອດ​ຄ່ອງ​ກັບ​ແຜນ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ລັດກໍ່​ຄື​ມະຕິ​ກອງ​ປະຊຸມ​ໃຫຍ່ຂອງ​ແຂວງ ​ແລະ ຂອງ​ເມືອງວາງ​ອອກ​ໃນ​ແຕ່ລະ​ໄລຍະ. ນອກຈາກການສາຍຟິມມູນເຊື້ອນັ້ນທິມງາມຍັງໄດ້ເຜີຍແຜ່ນິຕິກໍາຈໍານວນໜຶ່ງຂອງ ທ່ານ ເຈົ້າແຂວງໆຊຽງຂວາງເຊັ່ນ ຄໍາສັ່ງ ວ່າດ້ວຍການປ້ອງກັນການຖາງປ່າເຮັດໄຮ່ຊະຊາຍ ສະກັດກັ້ນໄຟໄໝ້ລາມປ່າ, ຄໍາສັ່ງ ວ່າດ້ວຍການຫ້າມຈັບຈອງ, ບຸກລຸກ ແລະ ຊື້-ຂາຍສິດນໍາໃຊ້ທີ່ດິນບໍ່ຖືກຕ້ອງຕື່ມອີກ.

​ກາ​ນນໍາ​ເອົາ​ກອງ​ໂຄສະນາ​ເຄື່ອນ​ທີ່​ລົງ​ສາຍ​ຟີມ​ມູນ​ເຊື້​ອປະຫວັດສາດ ​ແລະ ສາລະ​ຄະດີ​ຕ່າງໆນັ້ນ; ມັນ​​ກໍ່​ເປັນຮູບ​ການ​ໂຄສະນາສຶກສາອົບຮົມວຽກງານ​ການ​ເມືອງ​-​ແນວ​ຄິດທີ່​ສໍາຄັນອັນ​ໜຶ່ງ ​ເຊິ່ງສາມາດເຮັດ​​ໃຫ້​ຜູ້​ຊົມ​ໄດ້​​ສໍາ​ພັດ​ດ້ວຍ​ຕາ, ​ເຂົ້າ​ໃຈງ່າຍ, ເປັນ​ການ​ໂຄສະນາສຶກສາ​ອົບຮົມໃຫ້ສະມາຊິກພັກ, ພະນັກງານ, ປະຊາຊົນບັນດາ​ເຜົ່າ, ຊາວ​ໜຸ່ມ, ​ເຍົາ​ວະ​ຊົນ​ໄດ້​ຮັບຮູ້​​ເຂົ້າ​ໃຈຕໍ່​ແນວທາງນະ​ໂຍບາຍຂອງ​ພັກ, ກົດໝາຍ​ຂອງ​ລັດ, ມູນ​ເຊື້ອ​ປະຕິວັດ​​ໃນ​ການຕໍ່ສູ້​ກູ້​ຊາດ​ທີ່​ບໍ່​ຍອມ​ຈໍານົນ​ຂອງ​ການ​ນໍາ​ຫຸ່ນ​ກ່ອນ ​ແລະ ການ​ຊີ້​ນໍາ-ນໍາພາ​ຂອງ​ພັກ​ເຮົາ​​ໃນ​ໄລຍະ​​​ໃໝ່ ເພື່ອ​ພ້ອມ​ກັນ​ສ້າງສາ​ພັດທະນາ​ປະ​ເທດ​ຊາດ​ໃຫ້​ຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາ.

(ຂ່າວ: ນູຢ່າງ ຢົງມາ)

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa