ກອງປະຊຸມໃຫຍ່ຄັ້ງທີ 4 ຂອງໜ່ວຍພັກ ແລະ ອົງການປົກຄອງບ້ານຫໍສິມ-ຖໍ້າຜຸກເມືອງຜາໄຊ

ກອງປະຊຸມໃຫຍ່ ຄັ້ງທີ VI ຂອງໜ່ວຍພັກ ແລະ ອົງການປົກຄອງບ້ານ ຫໍສິມ-ຖໍ້າຜຸກ ເມືອງຜາໄຊ

ວັນທີ 12 ມີນາ 2024 ຜ່ານມານີ້, ບ້ານຫໍສິມ-ຖໍ້າຜຸກ ເມືອງຜາໄຊ ແຂວງຊຽງຂວາງ ໄດ້ເປີດກອງປະຊຸມໃຫຍ່ຂຶ້ນ, ຢູ່ທີ່ສະໂມສອນບ້ານຫໍສິມ-ຖໍ້າຜຸກ ພາຍໃຕ້ການເປັນປະທານ ຂອງທ່ານ ດ່າທໍ່ ເລຂາພັກບ້ານນາຍບ້ານຫໍສິມຖໍ້າຜຸກ, ເປັນກຽດເຂົ້້າຮ່ວມຂອງທ່ານ ຄໍາຫຼ້າ ແກ້ວດາວັນ ຮອງເລຂາພັກເມືອງ, ປະທານຄະນະກວດກາພັກ, ປະທານອົງການກວດກາລັດ ເມືອງຜາໄຊ ມີທ່ານ ຄໍາສີ ວິໄລສັກ ຮອງຫົວໜ້າຄະ ນະຈັດຕັ້ງແຂວງ, ທ່ານ ຈັນທະບູນ ແພງສົມພູ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ຄະນະຮັບຜິດຊອບປັບປຸງກົງຈັກການຈັດຕັ້ງຂັ້ນເມືອງ ແລະ ພໍ່ແມ່ປະຊາຊົນພາຍໃນບ້ານເຂົ້າຮ່ວມ.

ໃນພິທີ ທ່ານ ດ່າທໍ່ ເລຂາພັກບ້ານນາຍບ້ານຫໍສິມຖໍ້າຜຸກ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດໃນໄລຍະ 5 ປີຜ່ານມາ ແລະ ທິດທາງແຜນການໃນ 5 ປີຕໍ່ໜ້າ, ໃຫ້ຮູ້ວ່າ ບ້ານຫໍສິມຖໍ້າຜຸກ ເປັນບ້ານໜຶ່ງທີ່ຕັ້ງຢູ່ກຸ່ມສົມບູນ ເມືອງຜາໄຊ ຫ່າງຈາກເທດສະບານເມືອງຜາໄຊ ປະ ມານ 13 ກິໂລແມັດ, ທິດຕາເວັນອອກຕິດກັບບ້ານສ່ອມ, ທິດຕາເວັນຕົກຕິດກັບບ້ານໄຮ, ທິດເໜືອຕິດກັບບ້ານຫໍກາງ ແລະ ທິດໃຕ້ຕິດກັບບ້ານນາໄຊ, ບ້ານຫໍສິມຖໍ້າຜຸກ ມີເນື້ອທີ່ທັງໝົດ 2.897,95 ເຮັກຕ່າ, ພາຍໃນບ້ານມີ 70 ຄອບຄົວ, ມີປະຊາກອນທັງໝົດ 450 ຄົນ, ຍິງ 195 ຄົນ, ປະກອບມີ 2 ເຜົ່າຄື: ເຜົ່າລາວ  ແລະ ເຜົ່າມົ້ງ, ອາຊີບຕົ້ນຕໍແມ່ນຍຶດຖືເອົາການປູກຝັງ, ລ້ຽງສັດ ແລະ ຄ້າຂາຍ. ໃນໄລຍະຜ່ານມາ ຄະນະພັກ, ອົງການປົກຄອງບ້ານໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາວຽກງານຂອງຕົນຢ່າງຮອບດ້ານ, ມີຄວາມສາມັກຄີກັນຢ່າງເປັນປືກແຜ່ນ, ສຶກສາອົບຮົມການເມືອງ-ແນວຄິດໃຫ້ປະຊາຊົນບັນດາເຜົ່າເປັນປົກກະຕິ, ນໍາພາພັດທະນາບ້ານຢ່າງຕັ້ງໜ້າ, ຊຸກຍູ້ໃຫ້ປະຊາຊົນບັນດາເຜົ່າມີຊີວິດການເປັນຢູ່ດີຂຶ້ນ, ຮັບປະກັນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ມີຄວາມເຂັ້ມແຂງ ແລະ ປອດໄພ, ປະຕິບັດແຜນພັດທະນາເສດຖະກິດສັງຄົມ, ຊຸກຍູ້ປະຊາຊົນທໍາການຜະລິດ ແລະ ລ້ຽງສັດເປັນສິນຄ້າ, ເຮັດໃຫ້ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ລາຍຮັບສະເລ່ຍໄດ້ 19. 500. 000 ກີບ. ຕໍ່ຄົນຕໍ່ປີ, ອົງການຈັດຕັ້ງມະຫາຊົນໄດ້ມີຄວາມເຂັ້ມແຂງ, ຊຸກຍູ້ໃຫ້ລູກຫຼານໃນເກນອາຍຸເຂົ້າຮຽນ, ສົ່ງເສີມພໍ່ແມ່ປະຊາຊົນປົກປັກຮັກສາຮີດຄອງປະເພນີອັນດີງາມຂອງເຜົ່າ, ຂອງຊາດໃຫ້ໝັ້ນຄົງ; ຈາກນັ້ນ, ກອງປະຊຸມໄດ້ປ່ອນບັດຄັດເລືອກເອົາຄະນະພັກຊຸດໃໝ່ ໃນຈໍານວນ 3 ທ່ານ, ເຊິ່ງສາມາດເລືອກໄດ້ ທ່ານ ດ່າທໍ່ ເປັນເລຂາພັກບ້ານໆນາຍບ້ານ, ທ່ານ ຄໍາກິ່ງ ພັນທະວົງ ເປັນຮອງເລຂາພັກບ້ານ, ຮອງນາຍບ້ານ, ທ່ານ ບີທໍ່ ເປັນຄະນະພັກບ້ານ; ເພື່ອເປັນການປັບປຸງຂະແໜງການຂອງບ້ານໃຫ້ມີຄວາມເປັນລະບຽບຮຽບ ຮ້ອຍ, ນໍາພາພໍ່ແມ່ປະຊາຊົນພາຍໃນບ້ານ ປະຕິບັດແຜນພັດທະນາເສດຖະກິດສັງຄົມຂອງບ້ານໃຫ້ປະກົດຜົນເປັນຈິງ.

ໃນຕອນທ້າຍ ກອງປະຊຸູມໄດ້ຮັບຟັງຄໍາເຫັນໂອ້ລົມ ຈາກທ່ານ ຄໍາຫຼ້າ ແກ້ວດາວັນ ຮອງເລຂາພັກເມືອງ, ປະທານຄະນະກວດກາ, ປະທານອົງການກວດກາລັດເມືອງຜາໄຊ ທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບຜົນງານຂອງບ້ານໃນໄລຍະຜ່ານມາ ແລະ ເນັ້ນໜັກໃຫ້ຄະນະ ພັກ, ຄະນະອົງການປົກຄອງບ້ານຊຸດໃໝ່ ເອົາໃຈໃສ່ເຮັດວຽກງານສຶກສາອົບຮົມການເມືອງ-ແນວຄິດເປັນຫຼັກ, ເຕົ້າໂຮມຄວາມສາມັກຄີພາຍ ໃນບ້ານປັບປຸງແບບແຜນວິທີເຮັດວຽກໃຫ້ຖືກຕ້ອງສອດຄ່ອງກັບລະບຽບການ, ສືບຕໍ່ປົກປັກຮັກສາມູນເຊື້ອອັນດີງາມ, ເຕົ້າໂຮມຄວາມສາ ມັກຄີພາຍໃນບ້ານ, ເຮັດວຽກຕາມຫຼັກການລວມສູນປະຊາທິປະໄຕ, ແບ່ງຄວາມຮັບຜິດຊອບໃຫ້ແຕ່ລະຂະແໜງການຂອງບ້ານຢ່າງລະອຽດ, ເພື່ອເຄື່ອນໄຫວໃຫ້ຖືກຕ້ອງຕາມພາລະບົດບາດ, ສິດ ແລະ ໜ້າທີ່, ມີການສະຫຼຸບລາຍງານຢ່າງເປັນປົກກະຕິ, ເອົາໃຈໃສ່ກໍ່ສ້າງຂະຫຍາຍພັກ, ພ້ອມກັນນໍາພາປະຊາຊົນພາຍໃນບ້ານສ້າງສາພັດທະນາບ້ານໃຫ້ມີຄວາມກ້າວໜ້າ.

                                                                             ໂດຍ: ສີຍອງ ພອນທະຈັນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa