ກອງປະຊຸມໃຫຍ່ຂອງ 3 ອົງການຈັດຕັ້ງມະຫາຊົນ

ກອງປະຊຸມໃຫຍ່ຂອງ 3 ອົງການຈັດຕັ້ງມະຫາຊົນ

       

      ວັນທີ 10 ເມສາ 2024 ຢູ່ທີ່ຫ້ອງປະຊຸມຂອງຄະນະໂຄສະນາອົບຮົມແຂວງ ໄດ້ເປີດກອງປະຊຸມໃຫຍ່ ຄັ້ງທີ III ຂອງ 3 ອົງການຈັດ ຕັ້ງມະຫາຊົນ ຄະນະໂຄສະນາອົບຮົມແຂວງ ພາຍໃຕ້ການເປັນປະທານຂອງສະຫາຍ ວັນນະສິນ ຜະລີຈັນ ຄະນະພັກ, ຮອງຫົວໜ້າຄະ ນະໂຄສະນາອົມຮົມແຂວງ, ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນຂອງຄະນະໂຄສະນາອົບຮົມແຂວງ ເປັນກຽດເຂົ້າຮ່ວມຂອງສະຫາຍ ນາງ ພວງພະຈັນ ມູນທະວົງ ກຳມະການພັກແຂວງ, ເລຂາຄະນະພັກຫົວໜ້າຄະນະໂຄສະນາອົບຮົມແຂວງ, ສະຫາຍ ເພັດສະໝອນ ດາວົງສອນ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ສະຫາຍ ນາງ ເຮືອງເລ່ຍ ໄຊວືວ່າງ ຮອງປະທານສະຫະ ພັນແມ່ຍິງແຂວງ ແລະ ສະຫາຍ ນາງ ເພັດສະໄໝ ພອງມະໄລຄໍາ ຮອງຫົວໜ້າບໍລິຫານຈັດຕັ້ງ ແລະ ຂະບວນການ ສະຫະພັນກໍາມະບານແຂວງ ພ້ອມດ້ວຍສະມາຊິກກໍາມະບານ, ຊາວໜຸ່ມ ແລະ ແມ່ຍິງຂອງຄະນະໂຄສະນາອົບຮົມແຂວງເຂົ້າຮ່ວມ, ຈໍານວນ 30 ສະ ຫາຍ; ຍິງ 13 ສະຫາຍ.

ໃນກອງປະຊຸມ ສະຫາຍ ວັນນະສິນ ຜະລີຈັນ ໄດ້ຜ່ານບົດສະຫຼຸບ 5 ປີຂອງການຈັດຕັ້ງປະຕິບັດວຽກງານຂອງ 3 ອົງການຈັດຕັ້ງມະຫາຊົນ ແລະ ຜ່ານທິດທາງແຜນການ 5 ປີໃນຕໍ່ໜ້າ, ອົງການຈັດຕັ້ງມະຫາຊົນຂອງຄະນະໂຄສະນາອົບຮົມແຂວງ ເປັນໜ່ວຍ​ເອ ກະລາດ, ພາຍ​ໃຕ້ການຊິ້ນໍາໆພາ​ໂດຍ​ກົງ​ຈາກ​ ຄະນະ​ໜ່ວຍ​ພັກ​ຄະນະ​ໂຄສະນາ​ອົບຮົມ​ແຂວງ ​ແລະ ຄະນະ​ບໍລິຫານ​ງານສະຫະພັນກຳ ມະບານ​ແຂວງ, ຄະນະບໍລິຫານງານຊາວໜຸ່ມແຂວງ  ແລະ ຄະນະບໍລິຫານງານສະຫະພັນແມ່ຍິງແຂວງ ເຄື່ອນໄຫວວຽກງານຕາມພາລະບົດບາດສິດ, ໜ້າທີ່, ກໍຄືລະບຽບ ແລະ ກົດໝາຍຂອງແຕ່ລະອົງການ. ໜ່ວຍສະຫະພັນກຳມະບານ ມີສະມາຊິກ​ທັງ​ໝົດ 21 ສະຫາຍ, ຍິງ 09 ສະຫາຍ; ໜ່ວຍຊາວໜຸ່ມມີສະມາຊິກຊາວໜຸ່ມທັງໝົດ 09 ສະຫາຍ, ຍິງ 05 ສະຫາຍ ແລະ ໜ່ວຍສະຫະພັນແມ່ຍິງ: ມີສະມາຊິກທັງໝົດ 9 ສະຫາຍ; ອົງການຈັດຕັ້ງມະຫາຊົນຄະນະໂຄສະນາອົບຮົມແຂວງ ໄດ້ຖືເອົາການສຶກສາອົບຮົມການເມືອງ – ແນວຄິດໃຫ້ແກ່ສະມາຊິກຊາວໜຸ່ມພາຍໃນໜ່ວຍຢ່າງເປັນປົກກະຕິ ເປັນຕົ້ນແມ່ນການນຳເອົາແນວທາງນະໂຍບາຍ, ມະຕິຄຳສັ່ງຂອງພັກ, ເພື່ອມາເຜີຍແຜ່ ຕິດພັນກັບການເຂົ້າຮ່ວມຮັບຟັງມູນເຊື້ອວັນສຳຄັນຂອງພັກ, ຂອງຊາດ, ຂອງບັນດາທ່ານຜູ້ນຳທັງພາຍໃນ ແລະ ສາກົນ ໄດ້ເຮັດໃຫ້ສະມາຊິກ 3 ອົງການຈັດຕັ້ງມະຫາຊົນ ມີແນວຄິດຮັກຊາດ, ຮັກບ້ານເກີດເມືອງນອນເຊື່ອໜັ້ນຕໍ່ການນໍາພາຂອງພັກ, ເຄົາລົບລະບຽບກົດໝາຍ, ມີສະຕິຕໍ່ການຈັດຕັ້ງ, ມີນໍ້າໃຈເສຍສະຫຼະ, ມີຄວາມເປັນເອກະພາບຕໍ່ກັບແນວທາງແຜນນະໂຍບາຍຂອງພັກ-ລັດ ໃນແຕ່ລະໄລຍະ, ຈຳກັດ, ລົບລ້າງແນວຄິດແບບຈຸ້ມເຈື້ອເຊື້ອສາຍ, ຮັກສາເດີມ, ຂີ້ຄ້ານມັກງ່າຍ, ແນວຄິດເອື່ອຍອີງ, ລໍຖ້າແຕ່ຄຳສັ່ງ, ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ໄດ້ເປັນຢ່າງດີ, ໃນກອງປະຊຸມໄດ້ມີການຂຶ້ນລາຍງານຄອບຄົວຕົວແບບ ຂອງໜ່ວຍຊາວໜຸ່ມ ເປັນຕົວແບບຂອງການສ້າງເສດຖະກິດຄອບຄົວ ຫາລາຍໄດ້ເສີມໃນເວລານອກໂມງການ; ໃນພິທີຍັງມີການມອບໃບຢັ້ງຢືນຮາກຖານກໍາມະບານ 5​ ເປັນເຈົ້າ, ຍ້ອງຍໍຜົນງານ 5 ປີຂອງສະຫະພັນກໍາມະບານ, ການຢັ້ງຢືນຊາວໜຸ່ມ 4 ບຸກ ແລະ ແມ່ຍິງ 3 ດີ, ຍ້ອງຍໍສະມາຊິກແຕ່ລະອົງການທີ່ມີຜົນງານດີເດັ່ນໃນການປະກອບສ່ວນວຽກງານ; ຈາກນັ້ນກອງປະຊຸມ 3 ອົງການຈັດຕັ້ງມະຫາຊົນ ຍັງໄດ້ໃຊ້ສິດປະຊາທິປະໄຕປ່ອນບັດຄັດເລືອກເອົາ ຄະນະຂອງ 3 ອົງການຈັດຕັ້ງມະຫາຊົນຊຸດໃໝ່; ໃນນັ້ນ, ຜ່ານກອງປະຊຸມຄັ້ງປະຖົມມະລຶກແມ່ນສາມາດເລືອກໄດ້ດັ່ງນີ້: ຕົກລົງແຕ່ງຕັ້ງເອົາ ສະຫາຍ ກິ່ງແກ້ວ ແສງມະນີວົງ ຮອງເຂລາໜ່ວຍພັກ, ເປັນປະທານໜ່ວຍກໍາມະບານຮາກຖານ, ສະຫາຍ ແຫຼ້ ໂສດາລັກ ເປັນຮອງ, ສະຫາຍ ສອນເພັດ ວອນມາລາ ເປັນຄະນະ; ເລືອກເອົາ ສະຫາຍ ນາງ ແພງມາລີ ດວງດາລາ ເປັນເລຂາຮາກຖານໜ່ວຍຊາວໜຸ່ມ, ສະຫາຍ ສີພອນ ພານຸວົງ ເປັນຮອງ, ສະຫາຍ ສາຍທອງ ວືໄຊຫວັງ ເປັນຄະນະ ແລະ ເລືອກເອົາ ສະຫາຍ ນາງ ຫຼ້າວິວັນ ວັນນະບຸນຜາ ເປັນປະທານໜ່ວຍສະຫະພັນແມ່ຍິງ, ສະຫາຍ ນາງ ຫຼ້າສີສຸພອນ ສີວັນທອງ ເປັນຮອງ ແລະ ສະຫາຍ ນາງ ບົວສີ ພັນທະສອນ ເປັນຄະນະ.

   

ໃນຕອນທ້າຍ ຍັງໄດ້ຮັບຟັງການໂອ້ລົມຈາກຄະນະປະທານ ເພື່ອເປັນເຂັມທິດເຍືອງທາງ ໃນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ ພ້ອມໄດ້ເໜັ້ນໜັກໃຫ້ 3 ອົງການຈັດຕັ້ງມະຫາຊົນຊຸດໃໝ່ ຈົ່ງຍົກສູງບົດບາດການນໍາພາທາງດ້ານການເມືອງ-ແນວຄິດເປັນບັນຫາສໍາຄັນ, ນໍາເອົານິຕິກໍາຕ່າງໆຂອງ 3 ອົງການຈັດຕັ້ງມະຫາຊົນໄປຈັດຕັ້ງເຜີຍແຜ່ຫັ້ນລົງສູ່ຮາກຖານ, ຕິດພັນກັບວຽກງານວິ ຊາສະເພາະ, ວຽກງານຂະບວນການ ແລະ ວຽກງານຊ່ວຍເຫຼືອສັງຄົມ, ຕິດພັນກັບຂໍ້ແຂ່ງຂັນຂອງ 3 ອົງການຈັດຕັ້ງມະຫາຊົນ ໄປຈັດຕັ້ງຜັນຂະຫຍາຍໃຫ້ປະກົດຜົນເປັນຈິງ.

 

ໂດຍ: ສີຍອງ ພອນທະຈັນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa