ກອງປະຊຸມສ່ອງແສງລາຍງານວຽກງານໂຄສະນາຜ່ານສື່ເອເລັກໂຕຣນິກ(ເວັບໄຊ)ປະຈໍາໄຕມາດ 1 ປະຈໍາປີ 2024 ຂອງຄະນະໂຄສະນາອົບຮົມແຂວງໃນທົ່ວປະເທດ

ກອງປະຊຸມສ່ອງແສງລາຍງານວຽກງານໂຄສະນາຜ່ານສື່ເອເລັກໂຕຣນິກ

(ເວັບໄຊ) ປະຈໍາໄຕມາດ I ປະຈໍາປີ 2024 ຂອງຄະນະໂຄສະນາອົບຮົມແຂວງ ໃນທົ່ວປະເທດ

         ໃນຕອນເຊົ້າ ຂອງວັນທີ 25 ມີນາ 2024 ຄະນະໂຄສະນາອົບຮົມແຂວງຊຽງຂວາງ ຕາງໜ້າໂດຍ ທ່ານ ວັນນະສິນ ຜະລີຈັນ ຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍພະນັກງານຮັບຜິດຊອບເວັບໄຊໄດ້ເຂົ້າຮ່ວມປະຊຸມສ່ອງແສງລາຍງານການເຄື່ອນໄຫວວຽກງານໂຄສະນາຜ່ານສື່ເອເລັກໂຕຣນິກ ປະຈໍາໄຕມາດ I ແລະ ທິດທາງແຜນການປະຈໍາໄຕມາດ II /2024, ໂດຍຜ່ານລະບົບ (Video Conference) ທີ່ຄະນະໂຄສະນາອົບຮົມສູນກາງພັກຈັດຂຶ້ນ, ໂດຍໃຫ້ກຽດເປັນປະທານຂອງທ່ານ ວັນຕຸລາ ຮັກນຸດ ຫົວໜ້າກົມຂໍ້ມູນຂ່າວ ສານ ແລະ ຝຶກອົບຮົມ, ມີບັນດາທ່ານຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ແລະ ຄະນະຮັບຜິດຊອບວຽກງານເວັບໄຊຂອງຄະນະໂຄສະ ນາອົບຮົມບັນດາແຂວງ ໃນທົ່ວປະເທດເຂົ້າຮ່ວມ. ໃນກອງປະຊຸມ ໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດວຽກງານໂຄສະນາຜ່ານສື່ເອເລັກໂຕຣນິກ ໂດຍຫຍໍ້ ຈາກບັນດາຄະນະໂຄສະນາອົບຮົມ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ເຊິ່ງຍົກໃຫ້ເຫັນເຖິງຜົນສໍາເລັດດ້ານທີ່ຕັ້ງໜ້າ, ຂໍ້ຫຍຸ້ງຍາກທີ່ຈະໄດ້ແກ້ໄຂໃນຕໍ່ໜ້າ, ພ້ອມທັງກໍານົດທິດທາງແຜນການໄຕມາດ II/2024, ເພື່ອປັບປຸງວຽກງານຜ່ານສື່ເອເລັກໂຕຣນິກຫັນສູ່ຄຸນນະພາບໃໝ່, ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່, ໃຫ້ມີຄວາມທັນສະໄໝ ແລະ ວ່ອງໄວ; ໃນຕອນທ້າຍຂອງກອງປະຊຸມ ທ່ານ ວັນຕຸລາ ຮັກນຸດ ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ໄດ້ມີຄໍາເຫັນໂອ້ລົມພ້ອມທັງມີທິດຊີ້ນໍາບາງບັນຫາດັ່ງນີ້:

  1. ຄະນະໂຄສະນາອົບຮົມແຂວງ ຕ້ອງໄດ້ເປັນເຈົ້າການເລືອກເຟັ້ນພະນັກງານຜູ້ທີ່ມີພອນສະຫວັນ, ມີຄວາມຮູ້, ຄວາມສາມາດຮັບຜິດຊອບວຽກງານດັ່ງກ່າວ ພ້ອມທັງຕິດຕາມກວດກາການເຄື່ອນໄຫວຂອງເວັບໄຊ ແລະ ປັບປຸງເນື້ອໃນຂ່າວສານໃຫ້ມີຄຸນນະພາບສູງ.
  2. ຕິດຕາມກວດກາຄືນການເຄື່ອນໄຫວເທິງໜ້າກະດານຂ່າວເອເລັກໂຕຣນິກ (ເວັບໄຊ) ຂອງແຂວງຕົນໃນບັນດາເມນູ, ຄໍລໍ່າຕ່າງໆ ໃຫ້ມີການອັບເດດໃໝ່ຕະຫຼອດ, ປະດິດສ້າງໃຫ້ມີສີສັນ, ຂໍ້ມູນຫຼາກຫຼາຍ ຂໍເນັ້ນໜັກໃຫ້ຜູ້ຊີ້ນໍາວຽກງານເວັບໄຊ ຂອງຄະນະໂຄສະນາອົບຮົມແຂວງ ຕິດຕາມກວດກາຄືນ.
  3. ການເຄື່ອນໄຫວເຜີຍແຜ່ໂຄສະນາຜ່ານສື່ (ເວັບໄຊ) ທີ່ແຂວງຕົນຮັບຜິດຊອບນັ້ນໃຫ້ເປັນປົກກະຕິ, ມີເນື້ອໃນອຸດົມສົມບູນ, ສາມາດດຶງດູດຜູ້ອ່ານ ເພື່ອເຮັດໃຫ້ວຽກງານໂຄສະນາເປັນທີ່ຮູ້ຈັກຢ່າງກວ້າງຂວາງ.
  4. ກົນໄກປະສານງານລະຫວ່າງຄະນະຮັບຜິດຊອບເວັບໄຊຄະນະໂຄສະນາອົບຮົມແຂວງ ແລະ ທິມງານສູນກາງ, ແຂວງໃດທີ່ພົບຄວາມຫຍຸ້ງຍາກໃນການນໍາໃຊ້ລະບົບນີ້ກໍ່ໃຫ້ຮີບຮ້ອນພົວພັນ ຫຼື ອາດປະຊຸມທາງໄກຮ່ວມກັບສູນກາງຜູ້ທີ່ສໍານານ ແລ້ວໃຫ້ທິດທາງແກ້ໄຂເພື່ອບໍ່ໃຫ້ວຽກງານຢຸດສະງັດ.
  5. ການສົ່ງບົດສະຫຼຸບລາຍງານ ພ້ອມທິດທາງແຜນການໃນຕໍ່ໜ້າໃຫ້ສູນກາງນັ້ນ ບັນດາແຂວງກໍ່ສົ່ງເປັນປົກກະຕິ ແຕ່ຢາກໃຫ້ເອົາໃຈໃສ່ຕື່ມໃນການສົ່ງໃຫ້ທັນກໍານົດເວລາ ເພື່ອພະແນກກ່ຽວຂ້ອງຈະໄດ້ສັງລວມລາຍງານ.

ໂດຍ: ສີຍອງ ພອນທະຈັນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa