ກອງປະຊຸມວຽກງານໂຄສະນາຜ່ານສື່ເອເລັກໂຕຣນິກ
ຂອງຄະນະໂຄສະນາອົບຮົມແຂວງ ໃນທົ່ວປະເທດ ປະຈໍາໄຕມາດ II ປີ 2026
ໃນຕອນເຊົ້າ ຂອງວັນທີ 30 ມິຖຸນາ 2026 ຄະນະໂຄສະນາອົບຮົມແຂວງຊຽງຂວາງ ໄດ້ເຂົ້າຮ່ວມປະຊຸມສ່ອງແສງລາຍງານການເຄື່ອນໄຫວວຽກງານໂຄສະນາຜ່ານສື່ເອເລັກໂຕຣນິກ ປະຈໍາໄຕມາດ II ປີ 2026 ແລະ ທິດທາງແຜນການ ໄຕມາດ III (ເດືອນ 7-8-9) ປີ 2026 ໂດຍຜ່ານລະບົບອອນລາຍ (Video Conference) ທີ່ຄະນະໂຄສະນາອົບຮົມສູນກາງພັກຈັດຂຶ້ນ, ໂດຍໃຫ້ກຽດເປັນປະທານຂອງ ທ່ານ ສົມປະສົງ ພົງປະເສີດ ຄະນະພັກ,ຄະນະໂຄສະນາອົບຮົມສູນກາງພັກ, ຫົວໜ້າກົມຂໍ້ມູນຂ່າວສານ, ຄະນະໂຄສະນາອົບຮົມແຂວງຊຽງຂວາງມີທ່ານ ກິ່ງແກ້ວ ແສງມະນີວົງ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ພ້ອມດ້ວຍວິຊາການຂະແໜງສັງລວມຂໍ້ມູນຂ່າວສານເຂົ້າຮ່ວມ ຈໍານວນ 4 ທ່ານ, ຍິງ 2 ທ່ານ.
ໃນກອງປະຊຸມ ທ່ານ ສົມປະສົງ ພົງປະເສີດ ໄດ້ກ່າວເປີດພິທີ ແລະ ສະເໜີຈຸດປະສົງຂອງກອງປະຊຸມ; ຈາກນັ້ນ, ກອງປະຊຸມຍັງໄດ້ຮັບຟັງ ການສະຫຼຸບວຽກງານໂຄສະນາຜ່ານສື່ເອເລັກໂຕນິກ ຂອງຄະນະໂຄສະນາອົບຮົມສູນກາງພັກໃນໄລຍະ 3 ເດືອນຜ່ານມາ ແລະ ທິດທາງແຜນການຕໍ່ໜ້າ ເຊິ່ງໄດ້ຍົກໃຫ້ເຫັນຜົນງານທີ່ພົ້ນເດັ່ນ, ດ້ານດີ ແລະ ຂໍ້ຄົງຄ້າງ ທີ່ຈະໄດ້ສືບຕໍ່ປັບປຸງ ແລະ ແກ້ໄຂ; ຫຼັງຈາກນັ້ນ, ຄະນະໂຄສະນາອົບຮົມບັນດາແຂວງ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານໂຄສະນາຜ່ານສື່ເອເລັກໂຕຣນິກ ໂດຍຫຍໍ້. ເຊິ່ງແຕ່ລະແຂວງໄດ້ຍົກໃຫ້ເຫັນເຖິງຜົນສໍາເລັດດ້ານທີ່ຕັ້ງໜ້າ, ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ, ພ້ອມທັງຂໍ້ສະເໜີຕ່າງໆ ເປັນຕົ້ນແມ່ນການປັບປຸງການຄຸ້ມຄອງເວັບໄຊ ແລະ ໜ້າເພດ ເຟດບຸກ, ການແກ້ໄຂບັນຫາທາງດ້ານເຕັກນິກ ແລະ ການສະເໜີຂໍຝຶກອົບຮົມວຽກງານເວັບໄຊ ໃຫ້ຜູ້ທີ່ຮັບຜິດຊອບເວັບໄຊ ຢູ່ບັນດາແຂວງ, ເພື່ອເຮັດໃຫ້ວຽກງານໂຄສະນາຜ່ານສື່ເອເລັກໂຕຣນິກ ແລະ ຂໍ້ມູນຂ່າວສານ ຂອງຄະນະໂຄສະນາອົບຮົມແຂວງ ກາຍເປັນສື່ທີ່ທັນສະໄຫມເຂົ້າໃນການເຜີຍແຜ່ຂໍ້ມູນ, ບັນດາມະຕິ, ຄໍາສັ່ງ ແລະ ແນວທາງຂອງພັກ-ລັດ ໃຫ້ມີຄວາມວ່ອງໄວທັນກັບສະພາບການ, ສາມາດເຂົ້າເຖິງທຸກເປົ້າໝາຍຂອງສັງຄົມ ແລະ ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງຂອງພັກໃນໄລຍະໃໝ່.
ໃນຕອນທ້າຍ ທ່ານປະທານກອງປະຊຸມໄດ້ຊີ້ນໍາໃຫ້ແອັດມິນຂອງບັນດາແຂວງ ສືບຕໍ່ຕິດຕາມກວດກາເວັບໄຊຂອງຕົນ ແລະ ເອົາໃຈໃສ່ແກ້ໄຂບັນຫາໃນການແຕ່ງຕັ້ງຊັບຊ້ອນບຸກຄະລາກອນ, ພ້ອມທັງເພີ່ມທະວີການປະສານງານໃຫ້ທັນເວລາ ແລະ ຂະຫຍາຍເຄືອຂ່າຍການສົ່ງຂ່າວຈາກຂັ້ນເມືອງ ເພື່ອເຮັດໃຫ້ເວັບໄຊມີການເຄື່ອນໄຫວຢ່າງຕໍ່ເນື່ອງ ຕາມສະພາບຕົວຈິງຂອງທ້ອງຖິ່ນຢ່າງກວ້າງຂວາງ, ພ້ອມກັນນັ້ນ, ທ່ານຍັງໄດ້ຮັບເອົາຂໍ້ສະເໜີຂອງບັນດາແຂວງ ໂດຍສະເພາະແມ່ນການຈັດຊຸດຝຶກອົບຮົມ, ການສະໜັບສະໜູນ ແລະ ຕອບສະໜອງອຸປະກອນໄອທີ ແລະ ງົບປະມານ ເພື່ອນໍາສະເໜີຕໍ່ຄະນະພັກຂັ້ນເທິງ.
ໂດຍ: ສີຍອງ ພອນທະຈັນ