ແຂວງຊຽງຂວາງ ປາຖະກະຖາຫວນຄືນມູນເຊື້ອຂອງພັກປະຊາຊົນປະຕິວັດລາວ
ພິທີປາຖະກະຖາ ຫວນຄືນມູນເຊື້ອຂອງພັກປະຊາຊົນປະຕິວັດລາວ ຄົບຮອບ 71 ປີ (22 ມີນາ 1955-22 ມີນາ 2026) ແລະ ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 80 ປີ (21 ມີນາ 1946-21 ມີນາ 2026) ໄດ້ຈັດຂຶ້ນຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ພາຍໃຕ້ການເປັນປະທານຂອງສະຫາຍ ຮສ ພູວົງ ອຸ່ນຄໍາແສນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຂົ້າຮ່ວມຮັບຟັງມີສະຫາຍ ບົວເງິນ ຫຸມໄຊຍະພົມ ຮອງເລຂາພັກແຂວງ, ປະທານຄະນະກໍາມະການປົກຄອງແຂວງ, ມີບັນດາສະຫາຍຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ຫົວໜ້າ-ຮອງຫົວໜ້າບັນດາພະແນກການອ້ອມຂ້າງແຂວງ, ກອງບັນຊາການປ້ອງກັນຊາດ, ກອງບັນຊາການປ້ອງກັນຄວາມສະຫງົບ, ລັດວິສາຫະກິດ ແລະ ພະນັກງານ-ລັດຖະກອນບັນດາພະແນກການກົມກອງອ້ອມຂ້າງແຂວງເຂົ້າຮ່ວມ.
ໃນພິທີ ສະຫາຍ ຮສ ພູວົງ ອຸ່ນຄໍາແສນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ ໄດ້ເປັນກຽດປາຖະຫະຖາ, ເລົ່າຄືນມູນເຊື້ອວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 80 ປີ, ເຊິ່ງທ່ານໄດ້ຍົກໃຫ້ເຫັນເຖິງວິລະກໍາອັນລໍ້າເລີດຂອງນັກຮົບປະຕິວັດທີ່ໄດ້ຮ່ວມຂະບວນການຕໍ່ສູ້ຢ່າງພິລະອາດຫານ ເພື່ອພາລະກິດປົດປ່ອຍຊາດ ເຮັດໃຫ້ນັກຮົບ ແລະ ປະຊາຊົນລາວບັນດາເຜົ່າໄດ້ເສຍສະຫຼະເລືອດເນື້ອ ແລະ ຊີວິດ ເພື່ອພາລະກິດປົດປ່ອຍຊາດ, ເຊິ່ງໃນເຫດການວັນທີ 21 ມີນາ 1946 ແມ່ນມີປະຊາຊົນລາວໄດ້ຮັບບາດເຈັບ ແລະ ເສຍຊີວິດຈໍານວນຫຼາຍ, ນັກຮົບປະຕິວັດຫຼາຍທ່ານໄດ້ເສຍອົງຄະ ແລະ ເສຍຊີວິດ, ເຊິ່ງວິລະກໍາດັ່ງກ່າວແມ່ນເປັນຄວາມຄຽດແຄ້ນທີ່ບໍ່ມີວັນລືມຂອງປະຊາຊົນລາວ, ເຊິ່ງພວກເຮົາຄວນສຶກສາຮຽນຮູ້ເພື່ອເປັນການປູກຈິດສໍານຶກໃຫ້ແກ່ເຍົາວະຊົນ, ຊາວໜຸ່ມ, ັບແສບະຊາຊົນລາວ ເຊິ່ງພວກເຮົາຄວນຮພະນັກງານ, ນັກຮົບຮຸ່ນສືບທອດໄດ້ຮັບຮູ້, ເຂົ້າໃຈເຖິງມູນເຊື້ອຂອງພັກ ແລະ ວິລະກໍາອັນລໍ້າເລີດຂອງນັກປະຕິວັດ ແລະ ປະຊາຊົນລາວບັນດາເຜົ່າຜູ້ທີ່ເສຍລະຫຼະຊີວິດເພື່ອພາລະກິດປົດປ່ອຍຊາດ.
ຈາກນັ້ນ, ກໍ່ໄດ້ສືບຕໍ່ປາຖະກະຖາຫວນຄືນປະຫວັດການກໍາເນີດ, ເຕີບໃຫຍ່ຂະຫຍາຍຕົວຂອງພັກປະຊາຊົນປະຕິວັດລາວ ແລະ ມູນເຊື້ອອັນດີງາມຂອງພັກ, ຕະຫຼອດໃນໄລຍະ 71 ປີຜ່ານມາ ການນໍາພາຂອງພັກອັນສະຫຼາດສ່ອງໃສ ແລະ ສາມາດຢັ້ງຢືນໄດ້ວ່າ ພັກເຮົາສາມາດຜ່ານຜ່າຄວາມຫຍຸ້ງຍາກຢ່າງລະອິດລະອ້ຽວ ນາໆປະການ ກໍຍ້ອນການນໍາພາຂອງພັກປະຊາຊົນປະຕິວັດລາວ, ດ້ວຍຄວາມສາມັກຄີປອງດອງຂອງປະຊາຊົນລາວບັນດາເຜົ່າ ທີ່ມີນໍ້າໃຈຮັກຊາດ ແລະ ຄວາມອົງອາດກ້າຫານ ເພື່ອສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເດີນຕາມເສັ້ນທາງກ້າວຂຶ້ນສູ່ສັງຄົມນິຍົມ ແລະ ໄດ້ສະຖາປານາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975 ຈາກນັ້ນ ພັກໄດ້ວາງແນວທາງການປ່ຽນປງໃໝ່ ແລະ ນໍາພາປະຊາຊົນລາວບັນດາເຜົ່າ ປະຕິບັດສອງໜ້າທີ່ຍຸດທະສາດຄືປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ຈະເລີນກ້າວໜ້າຂຶ້ນເລື້ອຍໆ.
ໂດຍ: ສີຍອງ ພອນທະຈັນ