ຄະນະນຳແຂວງຊຽງຂວາງນຳພາຄອບຄົວການນໍາຂອງແຂວງຢ້ຽມຊົມ ແລະ ແລກປ່ຽນບົດຮຽນຮ້ານວາງສະແດງຜ້າແພພື້ນເມືອງລາວທີ່ນະຄອນຫຼວງວຽງຈັນ
ໃນທ້າຍເດືອນພຶດສະພາ 2026 ນີີ້ຄະນະນຳຂອງແຂວງນຳໂດຍທ່ານ ນາງ ຈັນທະສອນ ພູນສຸກ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ, ໄດ້ນໍາພາທິມຄອບຄົວການນໍາ ແລະ ນັກທຸລະກິດແຂວງຊຽງຂວາງ ນໍາໂດຍທ່ານ ນາງ ສາຍຈັນທອນ ຫຸມໄຊຍະພົມ ພ້ອມດ້ວຍຕົວແທນນັກທຸລະກິດແມ່ຍິງຂອງແຂວງຢ້ຽມຊົມ ແລະ ແລກປ່ຽນບົດຮຽນຮ້ານວາງສະແດງຜ້າແພພື້ນເມືອງລາວທີ່ນະຄອນຫຼວງວຽງຈັນ
ການຢ້ຽມຢາມແລະແລກປ່ຽນບົດຮຽນຢູ່ຮ້ານວາງສະແດງຜ້າແພພື້ນເມືອງລາວຂອງຄະນະນຳຂອງແຂວງ ແລະຄອບຄົບການນຳແຂວງຊຽງຂວາງ ພ້ອມນັກທຸລະກິດໃນຄັ້ງນີ້ເພື່ອເປັນການຖອດຖອນບົດຮຽນດ້ານການບໍລິຫານຈັດການ ແລະການບໍລິການຂອງຮ້ານວາງສະແດງຜ້າແພພື້ນເມືອງລາວເພື່ອເປັນພຶ້ນຖ່ານໃຫ້ແກ່ຄອບຄົວການນຳຂອງແຂວງຊຽງຂວາງ ແລະ ນັກທຸລະກິດໃນການພັດທະນາ ແລະ ສົງເສີນຜະລິດຕະພັນຂອງແມ່ຍິງບັນດາເຜົາພາຍໃນແຂວງຊຽງຂວາງ.
ການຢຽ້ມຢາມ ແລະຖອດບົດຮຽນຄັ້ງນີ້ກໍ່ໄດ້ຮັບການຕ້ອນຮັບອັນອົບອຸ່ນຈາກ ທ່ານ ນາງ ຈັນເທົາ ປະຖໍາມະວົງສາ ຜູ້ຮັບຜິດຊອບການບໍລິຫານ ຮ້ານພ້ອມຄະນະ ໂອກາດນີ້ທ່ານ ນາງ ຈັນເທົາ ກໍ່ໄດ້ລາຍງານສະພາບລວມ ແລະ ຄວາມເປັນມາຂອງຮ້ານດັ່ງກ່າວໃຫ້ແກ່ຄະນະໄດ້ຮັບຊາບ ແລະ ກໍ່ໄດ້ສົນທະນາແລກປ່ຽນບົດຮຽນຮ່ວມກັນຕືມອີກເພື່ອເປັນບົດຮຽນໃຫ້ແກ່ຄອບຄົວການນຳ ແລະ ນັກທຸລະກິດໃນການດຳເນີນງານຢູ່ແຂວງຊຽງຂວາງ.

ຂຽນໂດຍ: ຕ້ຽງບູລົມ