ຄະນະໂຄສະນາອົບຮົມແຂວງສະຫຼຸບຕີລາຄາປະເມີນຜົນການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2026

ຄະນະໂຄສະນາອົບຮົມແຂວງສະຫຼຸບຕີລາຄາປະເມີນຜົນການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2026

ໃນວັນທີ 13 ພະຈິກ 2026 ຄະນະໂຄສະນາອົບຮົມແຂວງສະຫຼຸບຕີລາຄາປະເມີນຜົນການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2026 ຂື້ນທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງ. ເປັນປະທານຂອງສະຫາຍ ປອ ເພັດສະໝອນ ດວງປະເສີດ ກໍາມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ແລະ ສະຫາຍ ຄໍາເພັດ ເພັງມະແສງ ເລຂາໜ່ວຍພັກຮອງປະທານກວດກາພັກ-ລັດແຂວງ, ມີຕາງໜ້າຄະນະຈັດຕັ້ງແຂວງ, ຄະນະໜ່ວຍພັກ ແລະ ສະມາຊິກພັກເຂົ້າຮ່ວມ.

ໃນພິທີ ສະຫາຍ ກິ່ງແກ້ວ ແສງມະນີວົງ ຮອງເລຂາໜ່ວຍພັກ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງໄດ້ຜ່ານຮ່າງບົດສະຫຼຸບຜົນການຈັດຕັ້ງປະຕິບັດການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2026 ແລະ ທິດທາງແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2027. ໜ່ວຍພັກຄະນະໂຄສະນາອົບຮົມແຂວງ ເປັນໜ່ວຍພັກຮາກຖານພາຍໃຕ້ການຊີ້ນໍາໂດຍກົງ ຈາກອົງຄະນະພັກແຂວງ, ມີສະມາຊິກພັກທັງໝົດ 44 ສະຫາຍ ຍິງ 16 ສະຫາຍ. ໄລຍະຜາ່ນມາຄະນະໜ່ວຍພັກໄດ້ຍຶດໝັ້ນ ແລະ ປະຕິບັດຕາມ 5 ຫຼັກການ 3 ທິດນໍາໃນການກໍ່ສ້າງ ແລະ ປັບປຸງພັກ, ເປັນແບບຢ່າງທີ່ດີໃນການເຄື່ອນໄຫວດໍາລົງຊີວິດດ້ວຍຄວາມປອດໃສຂາວສະອາດ. ປີ 2026 ສາມາດປະເມີນສະມາຊິກພັກແຂງໄດ້ 41 ສະຫາຍ ຍິງ 16 ສະຫາຍ ເທົ່າກັບ 100% ຂອງສະມາຊິກພັກທັງໝົດ. ຕີລາຄາໜ່ວຍພັກຕາມ 5 ເນື້ອໃນຄື: ດ້ານການເມືອງໄດ້ 9,42 ຄະແນນ, ດ້ານແນວຄິດໄດ້ 9,17 ຄະແນນ, ດ້ານການຈັດຕັ້ງໄດ້ 9,36 ຄະແນນ, ດ້ານແບບແຜນນໍາພາ ແລະ ວິທີເຮັດວຽກໄດ້ 9,11 ຄະແນນ.

ເພື່ອເຮັດໃຫ້ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນດໍາເນີນໄປຢ່າງຖືກຕ້ອງ ແລະ ເປັນເອກະພາບບັນດາເນື້ອໃນ, ຂັ້ນຕອນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຕ້ອງຖືເອົາຄຸນນະພາບເປັນກົກ, ເອົາສະພາບການຕົວຈິງ ແລະ ຜົນສໍາເລັດຕົວຈິງເປັນໄມ້ຫຼາວັດແທກຕາມມາດຖານທີ່ຕັ້ງໄວ້.

ພາບ, ຂ່າວ: ວັນມົວ, ຂັນຄໍາ

 

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa