ຍົກລະດັບວຽກງານສັງລວມຫາງສຽງສັງຄົມ
ວັນທີ 23 ກັນຍາ 2026 ຄະນະໂຄສະນາອົົບຮົບແຂວງຮ່ວມກັບຄະນະໂຄສະນາອົບຮົມເມືອງໜອງແຮດ ໄດ້ຈັດຊຸດຝືກອົບຮົມວຽກງານສັງລວມ-ຫາງສຽງສັງຄົມໃຫ້ຄະນະກໍາມະການເກັບກໍາຫາງສຽງສັງຄົມຂັ້ນເມືອງ ໂດຍເປັນປະທານກ່າວເປີດຊຸດຝຶກອົບຮົມຂອງ ສະຫາຍ ໜໍເຢັ່ງຢ່າ ຕົ່ງເຢີເຍ່ຍເກົ້າ ຮອງເລຂາຄະນະບໍລິຫານງານພັກເມືອງ ປະທານຄະນະກຳມະການປົກຄອງເມືອງ, ໃຫ້ກຽດເຂົ້າຮ່ວມມີ ສະຫາຍ ປອ ເພັດສະໝອນ ດວງປະເສີດ ກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີບັນດາວິທະຍາກອນມາຈາກຂັ້ນແຂວງ, ພ້ອມດ້ວຍນັກສຳມະນາກອນມາຈາກຫ້ອງການອ້ອມຂ້າງເມືອງ ແລະ ຄະນະປົກຄອງບັນດາຕາແສງເຂົ້າຮ່ວມ.
ໃນພິທີ ໄດ້ຜ່ານມະຕິຕົກລົງວ່າດ້ວຍການແຕ່ງຕັ້ງຄະນະກໍາມະການເກັບກໍາຫາງຽງສັງຄົມຂັ້ນເມືອງ, ຈາກນັ້ນ, ນັກວິທະຍາກອນມາຈາກຂັ້ນແຂວງ ໄດ້ຜັດປ່ຽນກັນສິດສອນ-ອະທິບາຍບົດຮຽນ, ເນື້ອໃນເອກະສານທີ່ນໍາມາຝຶກໃນຄັ້ງນີ້ປະກອບມີ 4 ບົດຄື: ບົດທີ 1 ບັນຫາພື້ນຖານກ່ຽວກັບວຽກງານຫາງສຽງສັງຄົມ; ບົດທີ 2 ວິທີເກັບກໍາ ແລະ ນໍາໃຊ້ຫາງສຽງສັງຄົມເຂົ້າໃນວຽກງານການເມືອງແນວຄິດ; ບົດທີ 3 ຕາໜ່າງເພື່ອນຮ່ວມງານ ແລະ ບົດທີ 4 ວຽກງານຄົ້ນຄ້ວາສັງລວມ. ການຝຶກອົບຮົມໃນຄັ້ງນີ້ ຜູ້ເຂົ້າຮ່ວມຝຶກໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບວຽກງານສັງລວມຫາງສຽງສັງຄົມ, ນໍາໃຊ້ບັນດາບົດຮຽນດັ່ງກ່າວເພື່ອຍົກສູງພາລະບົດບາດ, ການເປັນເສນາຊ່ວຍຄະນະພັກ, ຄະນະນໍາ, ໃນການນໍາພາແນວຄິດຂອງພະນັກງານສະມາຊິກ
ພັກ ແລະ ປະຊາຊົນບັນດາເຜົ່າ ໃຫ້ມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ. ວຽກງານສັງລວມຫາງສຽງສັງຄົມມີຄວາມສໍາຄັນຕໍ່ການນໍາພາຂອງພັກ, ການຄຸ້ມຄອງລັດ ໃນຂະບວນວິວັດຂອງການນໍາພາໃຫ້ຖືກຕ້ອງຕາມຄວາມເປັນຈິງ, ສອດຄ່ອງກັບແນວທາງນະໂຍບາຍຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ແລະ ເມືອງ, ເປັນວຽກງານໜຶ່ງທີ່ຄະນະພັກທຸກຂັ້ນ ຄວນໄດ້ເອົາໃຈໃສ່ຕິດຕາມສະພາບແນວຄິດ, ຈິດຕະສາດ, ຄວາມຄິດເຫັນຂອງສັງຄົມ ເພື່ອປັບປຸງແກ້ໄຂປະກົດການຫຍໍ້ທໍ້ ແລະ ເສີມຂະຫຍາຍດ້ານຕັ້ງໜ້າໃຫ້ສອດຄ່ອງກັບ
ຄວາມຮຽກຮ້ອງຕ້ອງການ ແລະ ຄວາມມຸ່ງມາດປາຖະໜາຂອງບັນດາຊັ້ນຄົນຢູ່ໃນສັງຄົມ; ບັນຍາກາດໃນການຝຶກອົບຮົມດໍາເນີນໄປດ້ວຍບັນຍາກາດທີ່ດີ, ວິທະຍາກອນ ແລະ ນັກສໍາມະນາກອນ ຍັງໄດ້ຍົກຫຼາຍບັນຫາມາຄົ້ນຄ້ວາສົນທະນາແລກປ່ຽນບົດຮຽນ, ໄດ້ຍົກເອົາພຶດຕິກໍາຕົວຈິງມາສົມທຽບ ຕົ້ນຕໍແມ່ນວຽກທີ່ກ່ຽວຂ້ອງກັບບົດຮຽນເພື່ອແລກປ່ຽນຄໍາຄິດເຫັນ, ເຮັດໃຫ້ນັກສໍາມະນາກອນມີຄວາມຮັບຮູ້ ແລະ ເຂົ້າໃຈຕໍ່ພາລະບົດບາດຂອງວຽກງານເກັບກໍາຫາງສຽງສັງຄົມຫຼາຍຂຶ້ນ.
ໃນຕອນທ້າຍຂອງການຝຶກອົບຮົມ ສະຫາຍ ປອ ເພັດສະໝອນ ດວງປະເສີດ ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ໃຫ້ກຽດມອບໃບຢັ້ງຍືນໃຫ້ແກ່ນັກສໍາມະນາກອນ ແລະ ສະຫາຍ ໜໍເຢັ່ງຢ່າ ຕົ່ງເຢີເຍ່ຍເກົ້າ ຮອງເລຂາຄະນະບໍລິຫານງານພັກເມືອງ ປະທານຄະນະກຳມະການປົກຄອງເມືອງ, ໄດ້ມີຄໍາເຫັນເພື່ອເປັນທິດທາງໃນການເຄື່ອນໄຫວວຽກງານສັງລວມຫາງສຽງສັງຄົມ ໃນການເປັນເສນາທິການໃຫ້ແກ່ຄະນະພັກ ເຊິ່ງທ່ານໄດ້ເນັ້ນໜັກໃຫ້ນັກສໍາມະນາກອນທັງໝົດທຸກຄົນເອົາໃຈໃສ່ໃນການເກັບກໍາຫາງສຽງທີ່ເກີດຂຶ້ນຢູ່ພາຍໃນເມືອງ ຕາມພາລະບົດບາດ, ສິດໜ້າທີ່ ແລະ ໃຫ້ຖືສໍາຄັນວຽກງານສັງລວມຫາງສຽງສັງຄົມ ແລະ ຮຽກຮ້ອງມາຍັງນັກສໍາມະນາກອນທີ່ໄດ້ຝຶກອົບຮົມໃນຄັ້ງນີ້ນໍາເອົາຄວາມຮູ້ ແລະ ປະສົບການທີ່ໄດ້ຮຽນມາໄປໝູນໃຊ້ເຂົ້າໃນວຽກງານໃຫ້ມີປະສິດທິຜົນສູງ.

ຂຽນໂດຍ: ສີຍອງ ພອນພະຈັນ