ພິທີປະດັບຫຼຽນກາລະນຶກ 50 ປີວັນສະຖາປະນາ ສປປ ລາວ
ວັນທີ 14 ສິງຫາ 2026 ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງ ໄດ້ຈັດພິທີປະດັບຫຼຽນກາລະນຶກ 50 ປີວັນສະຖາປະນາ ສປປ ລາວຂື້ນ ໂດຍເປັນກຽດເຂົ້າຮ່ວມ ແລະ ເປັນປະທານຂອງທ່ານ ນາງ ພວງພະຈັນ ມູນທະວົງ ຄະນະປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີພະນັກງານບໍານານ ແລະ ພະນັກງານ-ລັດຖະກອນຄະນະໂຄສະນາອົບຮົມແຂວງເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ທ່ານ ແຫຼ້ ໂສດາລັກ ຫົວໜ້າຂະແໜງບໍລິຫານ-ຈັດຕັ້ງຄະນະໂຄສະນາອົບຮົມແຂວງໄດ້ຜ່ານລັດຖະດໍາລັດຂອງປະທານປະເທດແຫ່ງ ສປປ ລາວ ເລກທີ 014/ລບ, ລົງວັນທີ 30 ມັງກອນ 2026 ວ່າດ້ວຍການປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ ໃຫ້ແກ່ຜູ້ທີ່ມີຜົນງານຄວາມດີໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຕະຫຼອດໄລຍະຜ່ານມາ. ເຊິ່ງພະນັກງານຄະນະໂຄສະນາອົບຮົມແຂວງໄດ້ຮັບທັງໝົດ 29 ທ່ານ, ພະນັກງານບໍານານຈໍານວນ 6 ທ່ານ. ເປັນກຽດຂື້ນປະດັບຫຼຽນໂດຍທ່ານ ນາງ ພວງພະຈັນ ມູນທະວົງ ຄະນະປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ.
ໃນຕອນທ້າຍທ່ານ ນາງ ພວງພະຈັນ ມູນທະວົງ ຍັງໄດ້ຍ້ອງຍໍຊົມເຊີຍຕໍ່ຜູ້ທີ່ໄດ້ປະດັບຫຼຽນກາລພນຶກ 50 ປີ ເຊິ່ງເປັນຫຼຽນກາລະນຶກທີ່ສະແດງເຖິງຄວາມຮູ້ບຸນຄຸນຂອງພັກ, ລັດ ຕໍ່ຜູ້ທີ່ມີຜົນງານປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຕະຫຼອດໄລຍະຜ່ານມາ ພ້ອມທັງຮຽກຮ້ອງມາຍັງພະນັກງານທຸກທ່ານຈົ່ງສືບຕໍ່ໃນການປະກອບສ່ວນເຂົ້າໃນພາລະກິດລວມຂອງພັກ,ລັດ.