ພິທີປະກາດຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ອອກພັກການ-ຮັບອຸດໜູນບໍານານ

ພິທີປະກາດຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ

ອອກພັກການ-ຮັບອຸດໜູນບໍານານ

   ພິທີປະກາດພະນັກງານ-ລັດຖະກອນ ຄະນະໂຄສະນາອົບຮົມແຂວງ ອອກພັກການ-ຮັບອຸດໜູນບໍຳນານ ຢູ່ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງ ໃນວັນທີ 16 ມັງກອນ 2026 ໂດຍການເປັນປະທານຂອງທ່ານ ບູນເຮືອງ ສຸລິໄຊ ຮອງເລຂາຄະນະບໍລິຫານງານພັກແຂວງ, (ຜູ້ຊີ້ນໍາວຽກງານການເມືອງແນວຄິດຂັ້ນແຂວງ), ຫົວໜ້າ-ຮອງຫົວໜ້າ, ຄະນະໂຄສະນາອົບຮົມແຂວງ, ພ້ອມດ້ວຍພະນັກງານ-ລັດຖະກອນ ຄະນະໂຄສະນາອົບຮົມແຂວງ ແລະ ແຂກຖືກເຊີນຈາກພະແນກການຈຳນວນໜຶ່ງເຂົ້າຮ່ວມ.

        ໃນພິທີ ທ່ານ ຄໍາສີ ວິໄລສັກ ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງ ສະບັບເລກທີ1296/ຊຂ, ລົງວັນທີ 23 ທັນວາ 2025 ຕົກລົງໃຫ້ທ່ານ ຈັນທະບູນ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ຮັບອຸດໜູນບຳນານ ວັນທີ 1 ມັງກອນ 2026 ເປັນຕົ້ນໄປ; ຈາກນັ້ນ, ທ່ານ ຈັນທະບູນ ແພງສົມພູ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ລາຍງານຜົນສຳເລັດ ໃນການປະຕິບັດໜ້າທີ່ ການເປັນພະນັກງານ-ລັດຖະກອນ ທີ່ໄດ້ມີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ, ໄດ້ສຸມສະຕິປັນຍາ, ທຸກເຫື່ອແຮງທາງດ້ານວັດຖຸ ແລະ ຈິດ ໃຈ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ວິຊາສະເພາະ ທີ່ພັກ-ລັດມອບໝາຍໃຫ້ແຕ່ລະໄລຍະມີຜົນສຳເລັດ ເປັນການປະກອບສ່ວນທີ່ສໍາຄັນໃນການພັດທະ ນາທ້ອງຖິ່ນ ກໍ່ຄືແຂວງຊຽງຂວາງ ການເປັນພະນັກງານ-ລັດຖະກອນ ແມ່ນເລີມຈາກເປັນຄູສອນ ຈາກນັ້ນ, ຈິງມາເປັນພະນັກງານຂົງເຂດປົກຄອງ, ເຊິ່ງໄດ້ຜ່ານຜ່າຄວາມຫຍຸ້ງຍາກ ແຕ່ກໍ່ສູ້ຊົນເຮັດໃຫ້ວຽກງານມີຜົນສໍາເລັດຫຼາຍດ້ານ.

ໂອກາດນີ້ ທ່ານ ບູນເຮືອງ ສຸລິໄຊ ປະທານກອງປະຊຸມ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດ ແລະ ການປະຕິບັດໜ້າທີ່ການເມືອງ ອັນສົມກຽດ ແລະ ໃຫ້ສືບຕໍ່ເປັນທີ່ປຶກສາທາງດ້ານວຽກງານການເມືອງ-ແນວຄິດ ໃຫ້ແກ່ຄະນະພັກ-ອົງການປົກຄອງແຕ່ລະຂັ້ນ, ປະກອບສ່ວນໃນການປະຕິບັດໜ້າທີ່ການເມືອງຢູ່ຂັ້ນບ້ານ, ເຕົ້າໂຮມຄວາມສາມັກຄີ, ຄອບຄົວ ແລະ ຍາດພີ່ນ້ອງ ແລະ ສັງຄົມໃຫ້ມີຄວາມເປັນເອກະພາບກັບແນວທາງການເມືອງຂອງພັກ ແລະ ນຳພາການພັດທະນາຢູ່ຂັ້ນທ້ອງຖິ່ນ, ທັງເປັນທີ່ປຶກສາໃຫ້ພະນັກງານ-ລັດຖະກອນ ພາຍໃນຄະນະໂຄສະນາອົບຮົມແຂວງ. ສໍາລັບພະນັກງານ-ລັດຖະກອນ ທີ່ຍັງປະຕິບັດໜ້າທີ່ຢູ່ ກໍ່ໃຫ້ມີຄວາມອຸ່ນອຽນທຸ່ນທ່ຽງ ສືບຕໍ່ປະຕິບັດໜ້າທີ່ການເມືອງ, ໃຫ້ມີຄວາມສາມັກຄີແໜ້ນແຟ້ນ, ເອົາໃຈໃສ່ຄົ້ນຄວ້າຮ່ຳຮຽນສະແຫວງຫາຄວາມຮູ້, ວິຊາສະເພາະຂອງແຕ່ລະວຽກງານ, ມີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ, ປະຕິບັດໜ້າທີ່ວິຊາສະເພາະໃຫ້ມີຜົນສຳເລັດສູງ, ວ່ອງໄວທັນການ ແລະ ຊັດເຈນ, ເພື່ອເປັນເສນາທິການໃຫ້ແກ່ອົງຄະນະພັກແຂວງ, ພ້ອມທັງສືບຕໍ່ຮັກແພງ, ເບິ່ງແຍງ, ອູ້ມຊູຊ່ວຍເຫຼືອພະນັກງານບໍານານ ໃຫ້ມີຊີວິດການເປັນຢູ່ທີ່ດີຕະຫຼອດໄປ.

                                                                                                                                                            ໂດຍ: ສີຍອງ ພອນທະຈັນ                                          

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa