ແຂວງຊຽງຂວາງ ເຊື່ອມຊຶມ, ມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງ
ວັນທີ 23 ທັນວາ 2025 ຢູ່ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການແຂວງຊຽງຂວາງ ໄດ້ເປີດກອງປະຊຸມເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງ ໂດຍການເປັນປະທານຂອງສະຫາຍ ບູນຈັນ ສີວົງພັນ ກໍາມະການສູນກາງພັກ, ເລຂາພັກແຂວງເຈົ້າແຂວງຊຽງຂວາງ, ມີຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ເລຂາ-ຮອງເລຂາພັກເມືອງ, ເລຂາຄະນະພັກຮາກຖານ, ໜ່ວຍພັກຮາກຖານ, ຫົວໜ້າ-ຮອງຫົວໜ້າບັນດາພະແນກການ, ກອງບັນຊາການປ້ອງກັນຊາດ, ປ້ອງກັນຄວາມສະຫງົບແຂວງ, ອົງການຈັດຕັ້ງມະຫາຊົນ, ລັດວິສາຫະກິດອ້ອມຂ້າງແຂວງ, ພະນັກງານຫຼັກແຫຼ່ງຂອງແຂວງ, ພະນັກງານຄະນະໂຄສະນາອົບຮົມແຂວງ ແລະ ຫົວໜ້າຄະນະໂຄສະນາອົບຮົມ 7 ເມືອງເຂົ້າຮ່ວມ.
ໃນພິທີ ສະຫາຍ ບຸນຈັນຈັນ ສີວົງພັນ ໄດ້ມີຄໍາເຫັນກ່າວເປີດກອງປະຊຸມຢ່າງເປັນທາງການ. ຈາກນັ້ນ, ການນໍາແຂວງກໍ່ໄດ້ຜັດປ່ຽນກັນຂຶ້ນເຜີຍແຜ່ບັນດາເອກະສານທີ່ສໍາຄັນຄື: ນໍາສະເໜີເອກະສານ ຄໍາສັ່ງຂອງຄະນະປະຈໍາພັກແຂວງ ສະບັບເລກທີ 19/ຄປພຂ, ລົງວັນທີ 12 ພະຈິກ 2025 ແລະ ຄໍາແນະນໍາ ສະບັບເລກທີ 20/ຄອປຂ, ລົງວັນທີ 4 ທັນວາ 2025 ເລື່ອງ: ການຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍເນື້ອໃນມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງຊຽງຂວາງ ຄັ້ງທີ IX, ໂດຍສະຫາຍ ນາງ ພວງພະຈັນ ມູນທະວົງ ກໍາມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ແລະ ສະຫາຍ ບຸນຈັນ ສີວົງພັນ ປະທານກອງປະຊຸມ ໄດ້ອະທີບາຍເນື້ອໃນຄໍາຂວັນຂອງກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງຊຽງຂວາງ ໄດ້ກໍານົດໄວ້ວ່າ: “ຍົກສູງຄວາມສາມາດນໍາພາຂອງພັກໃຫ້ເຂັ້ມແຂງ, ຕັ້ງໜ້າເສີມຂະຫຍາຍມູນເຊື້ອແຂວງວິລະຊົນ, ຍູ້ແຮງການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ຕິດພັນກັບການເຊື່ອມໂຍງຢ່າງເປັນເຈົ້າການ” ແລະ ແຜນທັດທະນາເສດຖະກິດ-ສັງຄົມ ໄລຍະ 5 ປີ ຄັ້ງທີ (2026-2030) ຂອງແຂວງຊຽງຂວາງ ທີ່ໄດ້ຮັບຮອງເອົາໃນກອງປະຊຸມ
ໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງ (ຄັ້ງວັນທີ 28-29 ສິງຫາ 2025) ແລະ ການລາຍງານຫຍໍ້ກ່ຽວກັບຮ່າງບົດສະຫຼຸບຫຍໍ້ການຈັດຕັ້ງປະຕິບັດວຽກງານຈຸດສຸມຂອງລັດຖະບານປະຈໍາ
ເດືອນພະຈິກ ແລະ ທິດທາງແຜນການວຽກງານຈຸດສຸມ ປະຈໍາເດືອນ ທັນວາ 2025 ແລະ ມະຕິຂອງສະພາປະຊາຊົນແຂວງ ສະບັບເລກທີ 28/ສພຂ, ລົງວັນທີ 28 ພະຈິກ 2025 ວ່າດ້ວຍການຮັບຮອງເອົາຈໍານວນຕາແສງຂອງແຂວງຊຽງຂວາງ ເຊິ່ງໄດ້ຮັບຮອງເອົາຈໍານວນ 32 ຕາແສງໃນທົ່ວແຂວງຊຽງຂວາງ.
ໃນຕອນທ້າຍ ປະທານກອງປະຊຸມ ໄດ້ມີຄໍາເຫັນຊີ້ນໍາໃຫ້ຄະນະພັກ-ອົງການປົກຄອງທຸກຂັ້ນ ໃຫ້ນໍາເອົາເນື້ອໃນມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ເພື່ອນໍາໄປສືບຕໍ່ເຊື່ອມຊຶມ ແລະ ຜັນຂະຫຍາຍຢູ່ແຕ່ລະຂົງເຂດວຽກງານ ຫັນເປັນແຜນງານ, ໂຄງການ, ໃນການຈັດຕັ້ງປະຕິບັດຕົວຈິງ ໃຫ້ຖືກຕ້ອງສອດຄ່ອງກັບຈຸດພິເສດ ຂອບເຂດຄວາມຮັບຜິດຊອບຂອງແຕ່ລະທ້ອງຖິ່ນ, ຂັ້ນບ້ານ, ຂັ້ນເມືອງ, ບັນດາຮາກຖານພັກໃນທົ່ວແຂວງ ໃຫ້ທົ່ວເຖິງ ແລະ ມີການສະຫຼຸບຖອດຖອນບົດຮຽນ ເພື່ອນໍາໄປຈັດຕັ້ງຜັນຂະຫຍາຍເຂົ້າສູ່ໜ້າວຽກຕົວຈິງ ໃຫ້ມີຜົນສໍາເລັດສູງ.

ໂດຍ: ສີຍອງ ພອນທະຈັນ