ແຂວງຊຽງຂວາງ ຈັດພິທີໂຮມຊຸມນຸມ ຮັບຊົມການຖ່າຍທອດສົດ ພິທີສະເຫຼີມສະຫຼອງ ວັນສະຖາປານາ ສປປລາວ ຄົບຮອບ 50 ປີ

ແຂວງຊຽງຂວາງ ຈັດພິທີໂຮມຊຸມນຸມ

ຮັບຊົມການຖ່າຍທອດສົດ ພິທີສະເຫຼີມສະຫຼອງ ວັນສະຖາປານາ ສປປລາວ ຄົບຮອບ 50 ປີ

  ໃນຕອນເຊົ້າຂອງວັນທີ 2 ທັນວາ 2025 ຢູ່ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການປົກຄອງ ແຂວງຊຽງຂວາງ ໄດ້ຈັດຕັ້ງພິທີໂຮມຊຸມນຸມ ເພື່ອຮັບຊົມການຖ່າຍທອດສົດ ພິທີສະເຫຼີມສະຫຼອງວັນສະຖາປານາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (2 ທັນວາ 1975 – 2 ທັນວາ 2025) ຄົບຮອບ 50 ປີ, ຈາກໂທລະພາບແຫ່ງຊາດ, ຄະນະໂຄສະນາອົບຮົມສູນກາງພັກ ທີ່ສະໜາມຫຼວງ ນະຄອນຫຼວງວຽງຈັນ, ເຂົ້າຮ່ວມພິທີມີທ່ານ ບຸນຈັນ ສີວົງພັນ ກໍາມະການສູນກາງພັກ, ເລຂາພັກແຂວງ, ມີບັນດາຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ອາດີດການນໍາພັກ-ລັດ, ຫົວໜ້າ-ຮອງຫົວໜ້າບັນດາພະແນກການອ້ອມຂ້າງແຂວງ, ກອງບັນຊາການປ້ອງກັນຊາດ, ກອງບັນຊາການປ້ອງກັນຄວາມສະຫງົບ, ລັດວິສາຫະກິດ, ພ້ອມດ້ວຍພະ ນັກງານ-ລັດຖະກອນບັນດາພະແນກການກົມກອງອ້ອມຂ້າງແຂວງເຂົ້າຮ່ວມຮັບຊົມ, ຈໍານວນ 397 ທ່ານ; ຍິງ 196 ທ່ານ.

ໃນພິທີ ບັນດາຜູ້ເຂົ້າຮ່ວມຮັບຊົມ ແລະ ຮັບຟັງການຖ່າຍທອດສົດ ການກ່າວສູນທອດພົດ ຂອງພະນະທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດແຫ່ງ ສປປລາວ  ແລະ ຮັບຊົມພາບການເດີນສວນສະໝາມ ອັນຍິ່ງໃຫຍ່ທີ່ສຸດ ຂອງແຕ່ລະກ້ອນກໍາລັງຕ່າງໆ ເຊິ່ງໄດ້ສະແດງໃຫ້ເຫັນຄວາມເຂັ້ມແຂງຂອງກອງທັບປະຊາຊົນລາວ, ການເຕີບໃຫຍ່ເຂັ້ມແຂງຂອງການພັດທະນາເສດຖະກິດສັງຄົມ, ຄວາມຈະເລີນຮຸ່ງເຮືອງ ແລະ ມູນເຊື້ອອັນດີງາມຂອງຊາດລາວ ອັນພິລະອາດຫານ ອົງອາດກ້າຫານຂອງປວງຊົນລາວ ໃນໄລຍະ 50 ປີຜ່ານມາ, ເພື່ອເປັນການເຊີດຊູມູນເຊື້ອ ແລະ ຄວາມສາມັກຄີຮັກແພງຂອງປະຊາຊົນລາວບັນດາເຜົ່າ, ທີ່ມີຄວາມສາມັກຄີເປັນປຶກແຜ່ນ ໃນການປົກປັກ ແລະ ຮັກສາປະເທດຊາດໃຫ້ຈະເລີນກ້າວໜ້າ.

ໂດຍ: ສີຍອງ ພອນທະຈັນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa