ຊຽງຂວາງ ປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ
ວັນທີ 1 ທັນວາ 2025 ຢູ່ທີ່ຫ້ອງວ່າການແຂວງຊຽງຂວາງ ໄດ້ມີພິທີປະດັບຫຼຽນກາ ລະນຶກ50 ປີ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ, ເລຂາພັກແຂວງ, ມີຄະນະປະຈຳພັກແຂວງ ກຳມະການພັກແຂວງ, ອາດີດການນຳແຂວງ, ຫົວໜ້າ, ຮອງຫົວໜ້າພະແນກການ, ກອງບັນຊາການປ້ອງກັນຊາດ, ກອງບັນຊາການປ້ອງກັນຄວາມສະຫງົບ ແລະ ພະນັກງານ-ລັດຖະກອນບັນດາພະແນກການອ້ອມຂ້າງແຂວງເຂົ້າຮ່ວມ.
ໃນພິທີ ທ່ານ ຄຳວຽນ ສີຫານາດ ກຳມະການພັກແຂວງ ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຂື້ນຜ່ານແຈ້ງການຂອງຄະນະຈັດຕັ້ງສູນກາງພັກ, ສະບັບເລກທີ 2160/ຄຈສພ, ລົງວັນທີ 21 ພະຈິກ 2025 ເລື່ອງການດໍາເນີນພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢູ່ນະຄອນຫຼວງວຽງຈັນ, ບັນດາແຂວງ ແລະ ກະຊວງ-ອົງການ ໃນທົ່ວປະເທດ, ໃຫ້ກຽດປະດັບຫຼຽນກາໂດຍທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ ເລຂາພັກແຂວງ, ທ່ານ ບົວເງິນ ຫຸມໄຊຍະພົມ ຮອງເລຂາພັກແຂວງ ປະທານຄະນະກຳມະການປົກຄອງແຂວງ ເຊິ່ງປະດັບຫຼຽນໃຫ້ແກ່ການນຳແຂວງ, ອາດີດການນຳແຂວງ, ພະນັກງານຫຼັກແຫຼ່ງ, ພະນັກງານ-ລັດຖະກອນ, ພະນັກງານບຳນານ, ຄະນະພັກກອງບັນຊາການ
ທະຫານແຂວງ ແລະ ຄະນະພັກກອງບັນຊາການປ້ອງກັນຄວາມສະຫງົບແຂວງ, ທີ່ມີຜົນງານດີເດັ່ນ, ມີຄຸນງາມຄວາມດີ ໃນພາລະກິດຕໍ່ສູ້ກູ້ຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫຼອດໄລຍະເວລາ 50 ປີ, ພິທີປະດັບຫຼຽນກາໃນຄັ້ງນີ້ ສະແດງໃຫ້ເຫັນເຖິງ ຄວາມຮູ້ບຸນຄຸນ, ຄຸນງາມຄວາມດີ ແລະ ຜົນງານຂອງບັນດາທ່ານທີ່ໄດ້ປະກອບສ່ວນພາລະກິດ ການປະຕິວັດຊາດ, ເປັນການຈາລຶກ ແລະ ຈົດຈຳຜົນງານອັນຍິ່ງໃຫຍ່ ທີ່ໄດ້ອູທິດເຫື່ອແຮງ ສະຕິປັນຍາ, ເລືອດເນື້ອ ໃນພາລະກິດຕໍ່ສູ້ກູ້ຊາດຢ່າງພິລະອາດຫານ ແລະ ໃນພາລະກິດ ປົກປັກຮັກສາ, ສ້າງສາພັດທະນາປະເທດຊາດ ຕະຫຼອດໄລຍະ 50 ປີຜ່ານມາ.

ໂດຍ: ສີຍອງ ພອນທະຈັນ