ຄະນະປະເມີນຜົນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ
ຂັ້ນແຂວງ ລົງເຄື່ອນໄຫວວຽກງານຢູ່ໜ່ວຍພັກຮາກຖານຄະນະໂຄສະນາອົບຮົມແຂວງຊຽງຂວາງ
ວັນທີ 19 ພະຈິກ 2025 ນີ້ ຄະນະປະເມີນຜົນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂັ້ນແຂວງລົງເຄື່ອນໄຫວວຽກງານຢູ່ໜ່ວຍພັກຮາກຖານຄະນະໂຄສະນາອົບຮົມແຂວງຊຽງຂວາງ, ນໍາໂດຍ ສະຫາຍ ຄຳໄຊ ບຸນເພັດ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະຈັດຕັ້ງແຂວງ ພ້ອມດ້ວຍຄະນະ, ມີຄະນະພັກ, ຫົວໜ້າຂະແໜງ,ຮອງຂະແໜງ, ພ້ອມດ້ວຍສະມາຊິກພັກພາຍໃນໜ່ວຍພັກຮາກຖານຄະນະໂຄສະນາອົບຮົມແຂວງເຂົ້າຮ່ວມ.
ໜ່ວຍພັກຮາກຖານຄະນະໂຄສະນາອົບຮົມແຂວງ ເປັນໜ່ວຍພັກຮາກຖານໜື່ງ ທີ່ຂື້ນກັບອົງຄະນະພັກແຂວງ, ພາຍໃຕ້ການຊີ້ນໍາ-ນໍາພາໂດຍກົງ, ຮອບດ້ານຈາກ ຄະນະບໍລິຫານງານພັກແຂວງ, ໜ່ວຍພັກຮາກຖານຄະນະໂຄສະນາອົບຮົມແຂວງ ໄດ້ເຄື່ອນໄຫວວຽກງານການນໍາພາການເມືອງ-ແນວຄິດ, ຕິດພັນກັບວຽກງານວິຊາສະເພາະຕາມ 5 ຂະແໜງການຂອງຄະ ນະໂຄສະນາອົບຮົມແຂວງຄື: ຂະແໜງບໍລິຫານ-ຈັດຕັ້ງ, ຂະແໜງໂຄສະນາ, ຂະແໜງອົບຮົມ, ຂະແໜງສັງລວມ-ຂໍ້ມູນຂ່າວສານ ແລະ ຂະແໜງສື່ມວນຊົນ, ໜ່ວຍພັກຄະນະໂຄສະນາອົບ ຮົມແຂວງປະກອບມີຄະນະພັກ 3 ສະຫາຍ, ຍິງ 1 ສະຫາຍ, ມີສະມາຊິກພັກສົມບູນທັງໝົດ 44 ສະຫາຍ, ຍິງ 18 ສະຫາຍ, ມີສະມາຊິກພັກສຳຮອງ 3 ສະຫາຍ; ຍິງ 1 ສະຫາຍ, ມີພະນັກ ງານລັດຖະກອນທັງໝົດ 50 ສະຫາຍ, ຍິງ 20 ສະຫາຍ.
ໃນໂອກາດນີ້ ສະຫາຍ ກິ່ງແກ້ວ ແສງມະນີວົງ ຮອງເລຂາໜ່ວຍພັກ ໄດ້ຂື້ນຜ່ານບົດສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2025 ແລະ ທິດທາງແຜນ ການສືບຕໍ່ຈັດຕັ້ງປະຕິບັດປີ 2026 ຂອງ ໜ່ວຍພັກຮາກຖານຄະນະໂຄສະນາອົບຮົມແຂວງ, ໃນໄລຍະຜ່ານມາຄະນະພັກໄດ້ສະຫຼຸບສັງລວມສະພາບການເຄື່ອນໄຫວ ແລະ ການຊີ້ນໍາ-ນຳພາລວມຂອງໜ່ວຍພັກ ໂດຍຫຍໍ້ ເປັນຕົ້ນແມ່ນດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ໃນໄລຍະຜ່ານມາ ເພື່ອເປັນຂໍ້ມູນໃຫ້ແກ່ການ ວາງແຜນການ, ຄາດໝາຍສູ້ຊົນຂອງໜ່ວຍພັກ, ພາຍຫຼັງໜ່ວຍພັກໄດ້ຮັບຮອງແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ໜັກແໜ້ນ ແລ້ວນໍາເອົາແຜນການດັ່ງກ່າວໄປເຜີຍແຜ່ໃຫ້ສະມາຊິກພັກ-ພັກນັກງານ. ຄະນະໜ່ວຍພັກໄດ້ເປັນເຈົ້າການໃນການສ້າງແຜນການ, ມີການແບ່ງງານ, ແບ່ງຄວາມຮັບຜິດຊອບໃຫ້ ຄະນະໜ່ວຍພັກ ແລະ ສະມາຊິກພັກພາຍໃນໜ່ວຍພັກຢ່າງລະອຽດ ເພື່ອນໍາພາຈັດຕັ້ງປະຕິບັດ ແລະ ໄດ້ຖືເອົາມື້ຮ່ວມຊີວິດຂອງໜ່ວຍພັກໃນແຕ່ລະເດືອນ ເພື່ອເປັນການສໍາຫຼວດກວດກາ, ສະຫຼຸບຕີລາຄາການຈັດຕັ້ງ ປະຕິບັດວຽກງານຂອງສະມາຊິກພັກແຕ່ລະສະ ຫາຍ ພ້ອມທັງກຳນົດທິດທາງໃນເດືອນຕໍ່ໄປ. ໃນຫຼາຍປີຜ່ານມາໜ່ວຍພັກຮາກຖານຄະນະໂຄສະນາອົບຮົມແຂວງ ໄດ້ຮັບຮອງເປັນນາມມະຍົດໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນໄດ້ໃນທຸກໆປີ, ສຳລັບປີ 2025 ໜ່ວຍພັກຮາກຖານຄະນະໂຄສະນາອົບຮົມແຂວງ, ຕີລາຄາການກໍ່ສ້າງໜ່ວຍພັກຕາມ 5 ເນື້ອໃນ, ເຊິ່ງຜ່ານການປະເມີນຜົນແມ່ນມີສະມາຊິກພັກແຂງກວມເອົາ 100%. ນອກຈາກນັ້ນ, ຍັງໄດ້ຜ່ານທິດທາງແຜນການໃນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2026 ຂອງໜ່ວຍພັກຮາກຖານຄະນະໂຄສະນາອົບ ຮົມແຂວງ. ຫຼັງຈາກນັ້ນ, ຄະນະປະເມີນຜົນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂັ້ນແຂວງ ໄດ້ປະກອບຄຳເຫັນໃສ່ບົດສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2025 ຂອງຄະນະໂຄສະນາອົບຮົມແຂວງ ໃຫ້ມີເນື້ອໃນສົມບູນຄົບຖ້ວນ ແລະ ຖືກຕ້ອງການຕາມລະບຽບການກໍ່ສ້າງໜ່ວຍພັກປອດໃສເຂັ້ມແຂງ, ໜັກແໜ້ນ.

ໂດຍ: ສີຍອງ ພອນທະຈັນ