ເປີດອົບຮົມເອກະສານການເມືອງ-ແນວຄິດໃຫ້ຜູ້ຊົງຄຸນວຸດທິບັນດາຊົນເຜົ່າ ຢູ່ກຸ່ມສົມບຸນ ເມືອງຜາໄຊ ແຂວງຊຽງຂວາງ
ໃນວັນທີ່ 11-12 ກັນຍາ 2025 ຄະນະໂຄສະນາອົບຮົມແຂວງ ຮ່ວມກັບຄະນະພັກ, ອົງການປົກຄອງເມືອງຜາໄຊໄດ້ເປີດພິທີອົບຮົມເອກະສານການ ເມືອງ-ແນວຄິດໃຫ້ຜູ້ຊົງຄຸນວຸດທິບັນດາຊົນເຜົ່າ ທີ່ ຫ້ອງການກຸ່ມສົມບຸນ ເມືອງຜາໄຊ ແຂວງຊຽງຂວາງ ໂດຍການເປັນປະທານຮ່ວມຂອງ ສະຫາຍ ຄຳຫຼ້າ ແກ້ວດາວັນ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງໆ ຜາໄຊ ແລະ ສະຫາຍ ຈັນທະບຸນ ແພງສົມພູ ຮອງຫົວໜ້າຄະນະໂຄສະ ນາອົບຮົມແຂວງ, ໄດ້ມີເລຂາພັກກຸ່ມ, ເລຂາ, ຮອງເລຂາພັກບ້ານ, ແນວໂຮມ, ແມ່ຍິງ, ຊາວໝຸ່ມ ຈາກ 8 ບ້ານ ເຂົ້າຮ່ວມ, ທັງໝົດ 30 ສະຫາຍ. ຍິງ 8 ສະຫາຍ.
ຊຸດອົບຮົມຄັ້ງນີ້ ເປັນການຍົກສູງທັດສະນະການເມືອງ ແລະ ບົົດບາດການນຳພາຂອງພັກໃຫ້ແກ່ຜູ້ທີ່ມີບົດບາດເປັນ ໃຈກາງເຕົ້າໂຮມຄວາມສາມັກຄີພາຍໃນບ້ານ, ຜູ້ທີ່ເປັນການຈັດຕັ້ງບ້ານ ໃຫ້ຮັບຮູ້-ເຂົ້າໃຈກ່ຽວເອກະສານອົບຮົມການ ເມືອງ-ແນວຄິດໃຫ້ຜູ້ຊົງຄຸນວຸດທິບັນດາຊົນເຜົ່າ ເຊິ່ງຄະນະຮັບຜິດຊອບຂັ້ນແຂວງ ແລະ ເມືອງ ກໍ່ໄດ້ຜັນປ່ຽນກັນຂຶ້ນບັນຍາຍເອກະສານອົບເນື້ອໃນການເມືອງ-ແນວຄິດໃຫ້ຜູ້ຊົງຄຸນວຸດທິບັນດາຊົນເຜົ່າ ເຊິ່ງປະກອບດ້ວຍເອກະສານຄື: 1. ເສີມຂະຫຍາຍມູນເຊື້ອອັນສະຫງ່າລາສີຂອງປະຊາຊົນລາວບັນດາເຜົ່າ. 2. ບົດບາດ ແລະ ໜ້າທີ່ຂອງຜູ້ຊົງຄຸນວຸດທິບັນດາຊົນເຜົ່າ3. ເພີ່ມທະວີຄວາມສາມັກຄີເປັນປຶກແຜນ ແລະ ຄວາມສະເໝີພາບຂອງປະຊາຊົນລາວບັນດາເຜົ່າ, ພ້ອມກັນນັ້ນ ກໍ່ໄດ້ຜັນຂະຫຍາຍເຊື່ອມ
ຊຶມຜົນສໍາເລັດຂອງມະຕິກອງປະຊຸມຜູ້ແທນອົງຄະນະພັກເມືອງ ຜາໄຊ ຄັ້ງທີ VI, ຜົນສໍາເລັດຂອງມະຕິກອງປະຊຸມຜູ້ແທນອົງຄະນະພັກແຂວງ ຄັ້ງທີ IX ແຂວງຊຽງຂວາງ, ຄໍາສັ່ງ ເລກທີ 01/ ຊຂ ລົງວັນທີ 06 ກຸມພາ 2023 ວ່າດ້ວຍການປ້ອງກັນການຖາງປ່າເຮັດໄຮ່ຊະຊາຍ ແລະ ສະກັດກັ້ນໄຟໄໝ້ລາມປ່າ ຢູ່ພາຍໃນແຂວງ ຊຽງຂວາງ, ຄຳສັ່ງ ເລກທີ 02/ຊຂ ລົງວັນທີ 24/01/2025 ວ່າດ້ວຍການເພີ່ມທະວີຄວາມເອົາໃຈໃສ່ສະກັດກັ້ນການຕັດໄມ້ທໍາລາຍປ່າໄມ້, ຈັບຈ່ອງເນື້ອທີປ່າໄມ້, ທີ່ດິນປ່າໄມ້, ຈູດປ່າ ແລະ ໄຟໄໝ້ລາມປ່າໃນທົ່ວແຂວງ ຊຽງຂວາງ ແລະ ຄໍາສັ່ງ ເລກທີ 15/ຄປກຊ-ປກສ ລົງວັນທີ06/10/2023 ວ່າດ້ວຍການກໍານົດພື້ນທີ່ຫວງຫ້າມ(ເຂດຂາວ)ປກຊ-ປກສ ຢູ່ບໍລິເວນພື້ນທີ່ ພູແຮ້ ເມືອງແປກ ແຂວງຊຽງຂວາງ, ຄໍາສັ່ງ ເລກທີ 18/ຊຂ ລົງວັນທີ 2 ຕຸລາ 2021 ວ່າດ້ວຍການແກ້ໄຂລັກລອບຂຸດຄົ້ນ ແລະ ປຸງແຕ່ງແຮ່ຄໍາ ໂດຍບໍ່ຖືກຕ້ອງຕາມກົດໝາຍ ຢູ່ແຂວງຊຽງຂວາງ.
ຊຸດອົບຮົມເຕັມໄປດ້ວຍບັນຍາກາດຝົດຟື້ນເຊິ່ງໄດ້ມີການສົນທະນາແລກປ່ຽນບົດຮຽນ, ຄວາມຮັບຮູ້ເຂົ້າໃຈຕໍ່ແຕ່ລະບັນຫາລະຫວ່າງ ນັກສໍາມະນາກອນກັບຄະນະຮັບຜິດຊອບ, ລະຫວ່າງນັກສໍາມະນາກອນດ້ວຍກັນ, ເຮັດໃຫ້ມີຄວາມເປັນເອກະພາບກັນ ແລະ ພ້ອມທີ່ຈະໝູນໃຊ້ບົດຮຽນທີ່ໄດ້ຈາກການອົບຮົມໃນຄັ້ງນີ້ ໄປຜັນຂະຫຍາຍນໍາພາຕໍ່ພໍ່ແມ່ປະຊາຊົນພາຍໃນບ້ານຂອງຕົນ ໃຫ້ມີການປັບປຸງໃຫ້ດີຂຶ້ນເລື້ອຍໆ.
ຂຽນໂດຍ: ນາງ ພູຄໍາ ພົມມະຈັນ