ສ່ອງແສງລາຍງານຫາງສຽງສັງຄົມເດືອນ 6 ປີ 2025
ວັນທີ 16 ມິຖຸນາ 2025 ຄະນະເກັບກໍາຫາງສຽງສັງຄົມແຂວງຊຽງຂວາງ ໄດ້ເປີດກອງປະຊຸມສ່ອງແສງລາຍງານສະພາບແນວຄິດ-ຫາງສຽງສັງຄົມ ປະຈໍາເດືອນ ມິຖຸນາ 2025 ຢູ່ທີ່ຫ້ອງປະຊຸມຂອງຄະນະໂຄສະນາອົບຮົມແຂວງ ພາຍໃຕ້ການເປັນປະທານຂອງ ທ່ານ ຈັນໄຄ ສຸທິຈັກ ຄະນະປະຈໍາພັກແຂວງ, ປະທານກວດກາພັກແຂວງ, ທ່ານ ຈັນທະບູນ ແພງສົມພູ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ຫົວໜ້າຄະນະໂຄສະນາອົບຮົມເມືອງແປກ, ມີຄະນະກຳມະການເກັບກໍາຫາງສຽງສັງຄົມຂັ້ນແຂວງ ແລະ ພະນັກງານຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມທັງໝົດ 22 ທ່ານ ຍິງ 4 ທ່ານ.
ໃນກອງປະຊຸມ ທ່ານ ຈັນທະບູນ ແພງຊົມພູ ໄດ້ຂຶ້ນຜ່ານບົດລາຍງານສະພາບແນວຄິດ-ຫາງສຽງສັງຄົມປະຈໍາເດືອນມິຖຸນາ 2025 ທ່ານໄດ້ຍົກໃຫ້ເຫັນດ້ານດີທີ່ສ່ອງແສງເຖິງບົດບາດການຊີ້ນໍາ-ນໍາພາຂອງຄະນະພັກ, ຄະນະນໍາທຸກຂັ້ນໄດ້ສຸມໃສ່ເຮັດວຽກງານໂຄສະນາສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ-ລັດຖະກອນ ແລະ ປະຊາຊົນບັນດາເຜົ່າຢ່າງຕໍ່ເນື່ອງ, ພ້ອມທັງໄດ້ນໍາພາຈັດຕັ້ງເຜີຍແຜ່ເຊື່ອມຊຶມຜັນຂະຫຍາຍມະຕິ, ຄໍາສັ່ງ, ແຈ້ງການ ແລະ ນິຕິກໍາຕ່າງໆ ຂອງພັກ-ລັດ, ລວມທັງການໂຄສະນາປາຖະກະຖາວັນສໍາຄັນຂອງພັກ, ຂອງຊາດ ໂດຍສະເພາະແມ່ນການສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາ ກົນ, ວັນບໍລິຈາກເລືອດໂລກ ແລະ ການກະກຽມດໍາເນີນກອງປະຊຸມໃຫຍ່ຂອງອົງການຈັດຕັ້ງມະຫາຊົນ ແລະ ກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງ ຢ່າງເປັນ
ຂະບວນຟົດຟື້ນ; ຄຽງຄູ່ກັບດ້ານດີນັ້ນ ທ່ານຍັງໄດ້ຍົກໃຫ້ເຫັນຫາງສຽງສັງຄົມກ່ຽວກັບປະກົດການຫຍໍ້ທໍ້ໃນສັງຄົມທີ່ຈະຕ້ອງເອົາໃຈໃສ່ສືບຕໍ່ແກ້ໄຂ ໂດຍສະເພາະແມ່ນການສ້ອມແປງທາງ, ການຂຸດຄົ້ນແຮ່ທາດຢູ່ແຫ່ງຕ່າງໆ, ການປົກປັກຮັກສາສິ່ງແວດລ້ອມ ແລະ ການຖືເບົາຕໍ່ການປະຕິບັດກົດໝາຍຕ່າງໆ ທີ່ພາໃຫ້ເກີດມີປະກົດການຫຍໍ້ທໍ້ຢູ່ໃນສັງຄົມ ຈາກນັ້ນ, ບັນດາທ່ານຄະນະກຳມະການເກັບກຳຫາງສຽງສັງຄົມ ຍັງໄດ້ປະກອບຄໍາຄິດເຫັນຕໍ່ຫາງສຽງສັງຄົມດ້ານຫຍໍ້ທໍ້ມາຄົ້ນຄວ້າ, ວິເຄາະ, ວິໃຈ ເພື່ອຊອກຫາວິທີແກ້ໄຂໃຫ້ທັນເວລາ.
ໃນຕອນທ້າຍ ປະທານກອງປະຊຸມ ໄດ້ມີຄໍາເຫັນຊີ້ນໍາຕໍ່ກອງປະຊຸມ ທ່ານໄດ້ຮຽກຮ້ອງມາຍັງບັນດາທ່ານຄະນະເກັບກໍາຫາງສຽງສັງຄົມຂັ້ນແຂວງ ແລະ ເມືອງ, ໃຫ້ສືບຕໍ່ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຕາມແນວທາງຂອງພັກ, ໃຫ້ຖືເອົາວຽກງານການແກ້ໄຂຫາງສຽງທີ່ເກີດຂຶ້ນ ແລະ ຖືເອົາການຕິດຕາມເກັບກໍາຫາງສຽງຄົມເປັນວຽກງານທີ່ສໍາຄັນຂອງພັກ, ພ້ອມທັງສືບຕໍ່ເຮັດວຽກງານການສຶກສາອົບຮົມການເມືອງແນວຄິດ ໃຫ້ພະນັກງານສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າໃຫ້ທົ່ວເຖິງ.
ໂດຍ: ສີຍອງ ພອນທະຈັນ