ກອງປະຊຸມສ່ອງແສງລາຍງານຫາງສຽງສັງຄົມປະຈໍາເດືອນ 9 ປີ 2024 

ກອງປະຊຸມສ່ອງແສງລາຍງານຫາງສຽງສັງຄົມປະຈໍາເດືອນ 9 ປີ 2024 

ວັນທີ 16 ກັນຍາ 2024 ຄະນະເກັບກໍາຫາງສຽງສັງຄົມແຂວງຊຽງຂວາງ ໄດ້ເປີດກອງປະຊຸມສ່ອງແສງລາຍງານສະພາບແນວຄິດ-ຫາງສຽງສັງຄົມ ປະຈໍາເດືອນ ກັນຍາ 2024 ຢູ່ທີ່ຫ້ອງປະຊຸມຂອງຄະນະໂຄສະນາອົບຮົມແຂວງ ພາຍໃຕ້ການເປັນປະທານຂອງ ທ່ານ ໜໍບີ ຫາຕົງປາວ ຮອງເລຂາຄະນະບໍລິຫານງານພັກແຂວງ, (ຜູ້ຊີ້ນໍາວຽກງານການເມືອງແນວຄິດຂັ້ນແຂວງ) ມີທ່ານ ນາງ ພວງພະຈັນ ມູນທະວົງ ກໍາມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຄະນະກຳມະການເກັບກໍາຫາງສຽງສັງຄົມຂັ້ນແຂວງ ແລະ ພະນັກງານຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມທັງໝົດ 22 ທ່ານ ; ຍິງ 7 ທ່ານ.

ໃນກອງປະຊຸມ ທ່ານ ນາງ ພວງພະຈັນ ມູນທະວົງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ຂຶ້ນຜ່ານບົດລາຍງານສະພາບແນວຄິດ-ຫາງສຽງສັງຄົມປະຈໍາເດືອນກັນຍາ ແລະ ຜ່ານທິດທາງແຜນການໃນການຈັດຕັ້ງເຄື່ອນໄຫວວຽກງານໃນເດືອນຕຸລາ 2024 ທ່ານໄດ້ຍົກໃຫ້ເຫັນດ້ານດີທີ່ສ່ອງແສງເຖິງບົດບາດການຊີ້ນໍາ-ນໍາພາຂອງຄະນະພັກ, ຄະນະນໍາທຸກຂັ້ນໄດ້ສຸມໃສ່ເຮັດວຽກງານໂຄສະນາ​ສຶກສາ​ອົບຮົມ​ການ​ເມືອງ-​ແນວ​ຄິດ ໃຫ້ພະ​ນັກ​ງານ-ລັດ​ຖະ​ກອນ ແລະ ປະຊາຊົນບັນດາເຜົ່າຢ່າງຕໍ່ເນື່ອງ, ພ້ອມທັງໄດ້ນໍາພາຈັດຕັ້ງເຜີຍແຜ່ເຊື່ອມຊຶມຜັນຂະຫຍາຍມະຕິ,​ ຄໍາສັ່ງ, ແຈ້ງການ ແລະ ນິຕິກໍາຕ່າງໆ ຂອງພັກ-ລັດ, ລວມທັງການໂຄສະນາປາຖະກະຖາວັນສໍາຄັນຂອງພັກ, ຂອງຊາດຢ່າງເປັນຂະບວນຟົດຟື້ນ; ຄຽງຄູ່ກັບດ້ານດີນັ້ນ ທ່ານຍັງໄດ້ຍົກໃຫ້ເຫັນຫາງສຽງສັງຄົມກ່ຽວກັບປະກົດການຫຍໍ້ທໍ້ໃນສັງຄົມທີ່ຈະຕ້ອງເອົາໃຈໃສ່ສືບຕໍ່ແກ້ໄຂ ໂດຍສະເພາະແມ່ນການສ້ອມແປງທາງ, ການປົກປັກຮັກສາສິ່ງແວດລ້ອມ, ການອະນາໄມຕົວເມືອງ, ບັນຫາການຖິ້ມຂີ້ເຫຍື້ອຊະຊາຍຢູ່ແຫ່ງຕ່າງໆ, ບັນຫາຢາເສບຕິດ, ນໍ້າກະທ່ອມ ແລະ ຄໍລະເຈນ, ການຄຸ້ມຄອງຮ້ານອາຫານ-ຮ້ານບັນເທິງ  ແລະ ການຖືເບົາຕໍ່ການປະຕິບັດກົດໝາຍຕ່າງໆ ທີ່ພາໃຫ້ເກີດມີປະກົດການຫຍໍ້ທໍ້ຢູ່ໃນສັງຄົມ ຈາກນັ້ນ, ບັນດາທ່ານຄະນະກຳມະການເກັບກຳຫາງສຽງສັງຄົມ ຍັງໄດ້ປະກອບຄໍາຄິດເຫັນຕໍ່ຫາງສຽງສັງຄົມດ້ານຫຍໍ້ທໍ້ມາຄົ້ນຄວ້າ, ວິເຄາະ, ວິໃຈ ເພື່ອຊອກຫາວິທີແກ້ໄຂໃຫ້ທັນເວລາ.

ໃນຕອນທ້າຍ ທ່ານ ໜໍບີ ຫາຕົງປາວ ປະທານກອງປະຊຸມ ໄດ້ມີຄໍາເຫັນຊີ້ນໍາຕໍ່ກອງປະຊຸມ ທ່ານໄດ້ຮຽກຮ້ອງມາຍັງບັນດາທ່ານຄະນະເກັບກໍາຫາງສຽງສັງຄົມຂັ້ນແຂວງ ແລະ ເມືອງ, ໃຫ້ສືບຕໍ່ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຕາມແນວທາງຂອງພັກ, ໃຫ້ຖືເອົາວຽກງານຕິດຕາມເກັບກໍາຫາງສຽງຄົມເປັນວຽກງານທີ່ສໍາຄັນຂອງພັກ, ຖ້າຫາກວ່າມີຫາງສຽງເກີດຂຶ້ນຢູ່ຂົງເຂດໃດ, ກ່ຽວຂ້ອງກັບພະແນກການໃດ, ແມ່ນມອບໃຫ້ຄະນະພັກຢູ່ຂົງເຂດນັ້ນເປັນເຈົ້າການຕິດຕາມກວດກາແກ້ໄຂໃຫ້ຖືກຕ້ອງຕາມແນວທາງຂອງພັກ-ລັດຢ່າງເຂັ້ມງວດ.

 

 ໂດຍ: ສີຍອງ ພອນທະຈັນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa