ໂຮງງານຊາພູສັນມອບຊຸດກິລາໃຫ້ຄະນະໂຄສະນາອົບຮົມແຂວງ
ວັນທີ 4 ມີນາ 2026 ໄດ້ມີພິທີມອບ-ຮັບເຄື່ອງຈາກໂຮງງານຊາພູສັນໃຫ້ແກ່ຄະນະໂຄສະນາອົບຮົມແຂວງ, ມອບໂດຍທ່ານ ວ່າໄຄມົວ ໜາວເຢັ້ງ ພ້ອມດ້ວຍຄອບຄົວ ແລະ ຮັບໂດຍ ທ່ານ ເພັງ ສີອາໄພ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍພະນັກງານຄະນະໂຄສະນາອົບຮົມແຂວງເຂົ້າຮ່ວມ, ເຊິງເຄື່ອງທີ່ນໍາມາມອບໃນຄັ້ງນີ້ມີ ຊຸດກິລາຈໍານວນ 15 ຊຸດ ແລະ ຊາພູສັນ ຈໍານວນ 10 ຖົງ ລວມມູນຄ່າ 2 500 000 ກີບ( ສອງລ້ານຫ້າແສນກີບ). ນະໂອກາດນີ້ ຕາງໜ້າຄະນະໂຄສະນາອົບຮົມແຂວງກໍ່ໄດ້ມອບໃບກຽດຕິຄຸນ ແລະ ສະແດງຄວາມຂອບໃຈມາຍັງທ່ານ ວ່າໄຄມົວ ໜາວເຢັ້ງ ທີ່ໄດ້ອຄປະຖໍາເຄື່ອງໃນຄັ້ງນີ້. ຫວັງຢ່າງຍິ່ງວ່າໂອກາດໜ້າຈະໄດ້ຮັບການອຸປະຖໍາອີກຕື່ມ.
ຂຽນໂດຍ: ສອນໄຊ