ແຂວງຊຽງຂວາງ ຍົກລະດັບວຽກງານໂຄສະນາ-ປາຖະກະຖາ ໃຫ້ແກ່ພະນັກງານຫຼັກແຫຼ່ງຂັ້ນແຂວງ

ແຂວງຊຽງຂວາງ ຍົກລະດັບວຽກງານໂຄສະນາ-ປາຖະກະຖາ ໃຫ້ແກ່ພະນັກງານຫຼັກແຫຼ່ງຂັ້ນແຂວງ

ຄະນະໂຄສະນາອົບຮົມສູນກາງພັກສົມທົບກັບຄະນະໂຄສະນາອົບຮົມແຂວງຊຽງຂວາງ ໄດ້ຕັ້ງຈັດຕັ້ງການຝຶກອົບຮົມວຽກງານໂຄສະນາ-ປາຖະກະຖາ ໃຫ້ພະ ນັກງານຫຼັກແຫຼ່ງຂອງແຂວງ ຢູ່ທີ່ຫ້ອງປະຊຸມຂອງພະແນກຍຸຕິທໍາແຂວງ ໃນວັນທີ 8-10 ຕຸລາ 2024 ໂດຍການເປັນປະທານກ່າວເປີດ ແລະ ກ່າວປິດ ຂອງທ່ານ ໜໍບີ ຫາຕົ່ງປາວ ຮອງເລຂາພັກແຂວງ (ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດຂັ້ນແຂວງ); ທ່ານ ນາງ ພວງພະຈັນ ມູນທະວົງ ກໍາມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ; ທ່ານ ອານົງສັກ ອິນທະວົງ ກໍາມະການຄະນະພັກ, ຫົວໜ້າກົມໂຄສະນາຂອງຄະນະໂຄສະນາອົບຮົມສູນກາງພັກ ແລະ ນັກສໍາມະນາກອນ (ຫົວໜ້າ-ຮອງຫົວໜ້າພະແນກການຂອງແຂວງ, ຫົວໜ້າ-ຮອງຫົວໜ້າຂະແໜງການຂອງແຂວງ, ພ້ອມດ້ວຍພະນັກງານຄະນະໂຄສະນາອົບຮົມເມືອງ 7 ເມືອງເຂົ້າຮ່ວມທັງໝົດມີ 48 ທ່ານ; ຍິງ 11 ທ່ານ.

ຕະຫຼອດໄລຍະຝຶກອົບຮົມ ນັກສໍາມະນາກອນໄດ້ຮັບຟັງການບັນລະຍາຍ ແລະ ພ້ອມກັນຄົ້ນຄວ້າເອກະສານ 3 ບົດຄື: ບົດທີ 1 ບັນຫາພື້ນຖານຂອງວຽກງານໂຄສະນາ; ບົດທີ 2 ຄຸນລັກສະນະ ແລະ ສິລະປະໃນການປາກເວົ້າ; ບົດທີ 3 ບັນດານິຕິກໍາ ແລະ ບາງບົດຮຽນໃນການເຄື່ອນໄຫວໂຄສະນາ ຈາກວິທະຍາກອນທີ່ມາຈາກກົມໂຄສະນາຂອງຄະນະໂຄສະນາອົບຮົມສູນກາງພັກ, ຈາກນັ້ນ ນັກສໍາມະນາກອນຍັງໄດ້ແບ່ງກຸ່ມເພື່ອຄົ້ນຄວ້າ ແລະ ຂຽນເອກະສານປາຖະກະຖາແລ້ວຂຶ້ນທົດລອງປາຖະກະຖາ, ເປັນການແລກປ່ຽນຄວາມຮູ້, ປະສົບການ, ເຕັກນິກ, ວິທີການໂຄສະນາປາຖະກະຖາ ແລະ ບາງບົດຮຽນເພື່ອນໍາເອົາແນວທາງນະໂຍ ບາຍຂອງພັກ-ລັດ ໄປໂຄສະນາເຜີຍແຜ່ໃຫ້ໄດ້ຮັບຜົນດີ; ຈາກນັ້ນ ທ່ານ ອານົງສັກ ອິນທະວົງ ກໍາມະການຄະນະພັກ, ຫົວໜ້າກົມໂຄສະນາຄະນະໂຄສະນາອົບຮົມສູນກາງພັກ ໄດ້ໃຫ້ກຽດມອບໃບຢັ້ງຢືນໃຫ້ແກ່ນັກສໍາມະນາກອນ.

ໃນຕອນທ້າຍຂອງພິທີຝຶກອົບຮົມ ທ່ານ ໜໍບີ ຫາຕົ່ງປາວ ຮອງເລຂາພັກແຂວງ (ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດຂັ້ນແຂວງ) ໄດ້ໃຫ້ກຽດໂອ້ລົມຕໍ່ຊຸດຝຶກອົບຮົມໃນຄັ້ງນີ້ວ່າ: ວຽກງານໂຄສະນາ-ປາຖະກະຖາ ເປັນວຽກງານໜຶ່ງທີ່ສໍາຄັນຂອງພັກ, ການຝຶກອົບຮົມໃນຄັ້ງນີ້ກໍເພື່ອໃຫ້ພະນັກງານຫຼັກແຫຼ່ງຂອງແຂວງ ໄດ້ມີຄວາມຮັບຮູ້ ແລະ ເຂົ້າໃຈຕໍ່ວຽກໂຄສະນາ-ປາຖະກະຖາ, ຮູ້ເຕັກນິກວິທີການຂຽນເອກະສານ ແລະ ວິທີການເວົ້າ, ການປາຖະກະຖາໃນຫົວຂໍ້ຕ່າງໆໃຫ້ດຶງດູດຜູ້ຟັງ ແລະ ຜູ້ອ່ານໃຫ້ມີຄວາມສົນໃຈຫຼາຍຂື້ນ, ພ້ອມນັ້ນ ທ່ານຍັງໄດ້ເນັ້ນໜັກໃຫ້ນັກສໍາມະນາກອນທຸກທ່ານ ຈົ່ງນໍາເອົາຄວາມຮູ້ ແລະ ບົດຮຽນທີ່ໄດ້ຮຽນມາເພື່ອໄປໝູນໃຊ້ເຂົ້າໃນວຽກງານໃຫ້ມີປະສິດທິຜົນສູງ.

ໂດຍ: ສີຍອງ ພອນທະຈັນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa