ສ່ອງແສງລາຍງານຫາງສຽງສັງຄົມປະຈໍາເດືອນ 10 ປີ 2024

ສ່ອງແສງລາຍງານຫາງສຽງສັງຄົມປະຈໍາເດືອນ 10 ປີ 2024

ວັນທີ 15 ຕຸລາ 2024 ຄະນະເກັບກໍາຫາງສຽງສັງຄົມແຂວງຊຽງຂວາງ ໄດ້ເປີດກອງປະຊຸມສ່ອງແສງລາຍງານສະພາບແນວຄິດ-ຫາງສຽງສັງຄົມ ປະຈໍາເດືອນ ຕຸລາ 2024 ຢູ່ທີ່ຫ້ອງປະຊຸມຂອງຄະນະໂຄສະນາອົບຮົມແຂວງ ພາຍໃຕ້ການເປັນປະທານຂອງ ທ່ານ ໜໍບີ ຫາຕົງປາວ ຮອງເລຂາຄະນະບໍລິຫານງານພັກແຂວງ, (ຜູ້ຊີ້ນໍາວຽກງານການເມືອງແນວຄິດຂັ້ນແຂວງ) ທ່ານ ວັນນະສິນ ຜະລີຈັນ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຄະນະກຳມະການເກັບກໍາຫາງສຽງສັງຄົມຂັ້ນແຂວງ ແລະ ພະນັກງານຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມທັງໝົດ 28 ທ່ານ ຍິງ 7 ທ່ານ.

ໃນກອງປະຊຸມ ທ່ານ ວັນນະສິນ ຜະລີຈັນ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ຂຶ້ນຜ່ານບົດລາຍງານສະພາບແນວຄິດ-ຫາງສຽງສັງຄົມປະຈໍາເດືອນຕຸລາ ແລະ ຜ່ານທິດທາງແຜນການໃນການຈັດຕັ້ງເຄື່ອນໄຫວວຽກງານໃນເດືອນພະຈິກ 2024 ທ່ານໄດ້ຍົກໃຫ້ເຫັນດ້ານດີທີ່ສ່ອງແສງເຖິງບົດບາດການຊີ້ນໍາ-ນໍາພາຂອງຄະນະພັກ, ຄະນະນໍາທຸກຂັ້ນໄດ້ສຸມໃສ່ເຮັດວຽກງານໂຄສະນາ​ສຶກສາ​ອົບຮົມ​ການ​ເມືອງ-​ແນວ​ຄິດ ໃຫ້ພະ​ນັກ​ງານ-ລັດ​ຖະ​ກອນ ແລະ ປະຊາຊົນບັນດາເຜົ່າຢ່າງຕໍ່ເນື່ອງ, ພ້ອມທັງໄດ້ນໍາພາຈັດຕັ້ງເຜີຍແຜ່ເຊື່ອມຊຶມຜັນຂະຫຍາຍມະຕິ,​ ຄໍາສັ່ງ, ແຈ້ງການ ແລະ ນິຕິກໍາຕ່າງໆ ຂອງພັກ-ລັດ, ລວມທັງການໂຄສະນາປາຖະ ກະຖາວັນສໍາຄັນຂອງພັກ, ຂອງຊາດຢ່າງເປັນຂະບວນຟົດຟື້ນ; ຄຽງຄູ່ກັບດ້ານດີນັ້ນ ທ່ານຍັງໄດ້ຍົກໃຫ້ເຫັນຫາງສຽງສັງຄົມກ່ຽວກັບປະກົດການຫຍໍ້ທໍ້ໃນສັງຄົມທີ່ຈະຕ້ອງເອົາໃຈໃສ່ສືບຕໍ່ແກ້ໄຂ ໂດຍສະເພາະແມ່ນການສ້ອມແປງທາງ, ການຂຸດຄົ້ນແຮ່ທາດຢູ່ແຫ່ງຕ່າງໆ, ການປົກປັກຮັກສາສິ່ງແວດລ້ອມ, ການອະນາໄມຕົວເມືອງ, ບັນຫາການຖິ້ມຂີ້ເຫຍື້ອຊະຊາຍ, ບັນຫາຢາເສບຕິດ, ໄວໜຸ່ມຈໍານວນໜຶ່ງດື່ມນໍ້າກະທ່ອມ ແລະ ຄໍລະເຈນ, ບັນດາຮ້ານອາຫານ-ຮ້ານບັນເທິງທີ່ບໍ່ປະຕິບັດຕາມລະບຽບການ, ແລະ ການຖືເບົາຕໍ່ການປະຕິບັດກົດໝາຍຕ່າງໆ ທີ່ພາໃຫ້ເກີດມີປະກົດການຫຍໍ້ທໍ້ຢູ່ໃນສັງຄົມ ຈາກນັ້ນ, ບັນດາທ່ານຄະນະກຳມະການເກັບກຳຫາງສຽງສັງຄົມ ຍັງໄດ້ປະກອບຄໍາຄິດເຫັນຕໍ່ຫາງສຽງສັງຄົມດ້ານຫຍໍ້ທໍ້ມາຄົ້ນຄວ້າ, ວິເຄາະ, ວິໃຈ ເພື່ອຊອກຫາວິທີແກ້ໄຂໃຫ້ທັນເວລາ.

ໃນຕອນທ້າຍ ທ່ານ ໜໍບີ ຫາຕົງປາວ ປະທານກອງປະຊຸມ ໄດ້ມີຄໍາເຫັນຊີ້ນໍາຕໍ່ກອງປະຊຸມ ທ່ານໄດ້ຮຽກຮ້ອງມາຍັງບັນດາທ່ານຄະນະເກັບກໍາຫາງສຽງສັງຄົມຂັ້ນແຂວງ ແລະ ເມືອງ, ໃຫ້ສືບຕໍ່ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຕາມແນວທາງຂອງພັກ, ໃຫ້ຖືເອົາວຽກງານການແກ້ໄຂຫາງສຽງທີ່ເກີດຂຶ້ນ ແລະ ຖືເອົາຕິດຕາມເກັບກໍາຫາງສຽງຄົມເປັນວຽກງານທີ່ສໍາຄັນຂອງພັກ, ຖ້າຫາກວ່າມີຫາງສຽງເກີດຂຶ້ນຢູ່ຂົງເຂດໃດ, ກ່ຽວຂ້ອງກັບພະແນກການໃດ, ແມ່ນມອບໃຫ້ຄະນະພັກຢູ່ຂົງເຂດນັ້ນເປັນເຈົ້າການຕິດຕາມກວດກາແກ້ໄຂໃຫ້ຖືກຕ້ອງຕາມແນວທາງຂອງພັກ-ລັດຢ່າງເຂັ້ມງວດ, ພ້ອມທັງສືບຕໍ່ເຮັດວຽກງານການສຶກສາອົບຮົມການເມືອງແນວຄິດ ໃຫ້ພະນັກງານສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າໃຫ້ທົ່ວເຖິງ.

 ໂດຍ: ສີຍອງ ພອນທະຈັນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa