ພິທີສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນວັນທີ 1 ມິຖຸນາ ຄົບຮອບ 45 ປີ

ພິທີສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນວັນທີ 1 ມິຖຸນາ ຄົບຮອບ 45 ປີ

ວັນທີ 30 ພຶດສະພາ 2025 ແຂວງຊຽງຂວາງໄດ້ຈັດພິທີປູກຕົ້ນໄມ້ເພື່ອສ້າງຂະບວນການ ໃນວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ວັນທີ 1 ມິຖຸນາ ຄົບຮອບ 45 ປີ ຢູ່ທີ່ບ້ານຍວນ ເມືອງແປກ ແຂວງຊຽງຂວາງບໍລິເວນອ້ອມຂ້າງເຂດສະມາຄົມສົ່ງເສີມກິລາ, ວັນນະຄະດີພື້ນເມືອງ ແລະ ອານຸລັກຮີດຄອງປະເພນີເຜົ່າມົ້ງ ໂດຍເຂົ້າຮ່ວມພິທີມີ ທ່ານ ສີວິໄລ ແສງຈະເລີນ ຮອງເຈົ້າແຂວງຊຽງຂວາງ, ທ່ານ ໄຊບຼົ່ງລໍ່ ໄຊຈູ ປະທານສະມາຄົມສົ່ງເສີມກິລາວັນນະຄະດີພື້ນເມືອງ ແລະ ອານຸລັກຮີດຄອງປະເພນີເຜົ່າມົ້ງ, ບັນດາທ່ານການນໍາຂອງແຂວງ, ເມືອງແປກ ແລະ ບັນດາພະນັກງານຈາກພະແນກການ, ກົມກອງອ້ອມຂ້າງແຂວງເຂົ້້າຮ່ວມ.

ໃນພິທີທ່ານ ສົມສະໝອນ ຜະລິຈັນ ໄດ້ຜ່ານບົດລາຍງານກ່ຽວກັບການກະກຽມຄວາມພ້ອມເພື່ອປູກຕົ້ນໄມ້ໃນຄັ້ງນີ້ໂດຍແບ່ງອອກເປັນ 52 ພາກສ່ວນ, ຈັດຫາເບ້ຍໄມ້, ໄດ້ແບ່ງຕົ້ນໄມ້ໃຫ້ແຕ່ລະພາກສ່ວນຕາມຄວາມເໝາະສົມ ເຊິ່ງຕົ້ນໄມ້ທີ່ນໍາມາປູກໃນຄັ້ງນີ້ທັງໝົດ 3076 ຕົ້ນ, ໃນເນື້ອທີ່ທັງໝົດ 6 ເຮັກຕາ, ປະເພດຕົ້ນໄມ້ທີ່ນໍາມາປູກລວມມີ ຕົ້ນໄມ້ຫິ້ງຫອມ, ຕົ້ນດອກຄາຍປ່າ ແລະ ຕົ້ນໄມ້ໂລງເລງຈໍານວນໜຶ່ງ. ຈຸດປະສົງໃນການປູກຕົ້ນໄມ້ໃນປີນີ້ ແມ່ນເພຶ່ອເຮັດໃຫ້ຂະບວນ ການປູກຕົ້ນໄມ້ແຫ່ງຊາດປະຈໍາປີ 2025 ໃຫ້ເປັນຂະບວນການຟົດຟື້ນ ແລະ ເປັນການປູກຈິດສໍານຶກໃຫ້ແກ່ເຍົາວະຊົນຄົນຮຸ່ນຫຼັງຮັບຮູ້ເຖິງຄວາມສໍາຄັນຂອງການປົກປັນຮັກສາປ່າໄມ້, ຮັກສາແມ່ນໍ້າ ແລະ ຮັກສາສິ່ງແວດລ້ອມທີ່ຂຽວງາມ ຂອງປ່າໄມ້ທີ່ພົວພັນໂດຍກົງຕໍ່ການດໍາລົງຊີວິດຂອງປະຊາຊົນລາວບັນດາເຜົ່າ ແລະ ມີຜົນການປຽ່ນແປງຂອງສະພາບດິນຟ້າອາກາດ. ນອກນັ້ນຍັງເປັນການສ້າງຂະບວນການຂໍ່ານັບຮັບຕ້ອນຊົມເຊີຍກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ຕິດພັນກັບ 3 ວັນປະຫວັດສາດຂອງພັກ, ຂອງຊາດທັງເປັນການຜູກແໜ້ນຄວາມສາມັກຄີລະຫວ່າງບັນດາພະແນກການ, ກົມກອງໃຫ້ມີຄວາມແໜ້ນແຟ້ນຕື່ມ. ຫຼັງຈາກນັ້ນທ່ານ ໄຊບຼົ່ງລໍ່ ໄຊຈູ ປະທານສະມາຄົມໄດ້ລາຍງານສະພາບຄວາມເປັນມາຂອງເດີນງົວຊົນ ແລະ ໄດ້ມອບເງິນຈໍານວນໜຶ່ງໃຫ້ຄະນະຮັບຜິດຊອບເພື່ອຊື້ເບ້ຍໄມ້ທີ່ນໍາມາປູກໃນຄັ້ງນີ້.

ໃນຕອນທ້າຍພິທີຍັງໄດ້ຮັບຟັງການໂອ້ລົມຂອງທ່ານ ສີວິໄລ ແສງຈະເລີນ ຮອງເຈົ້າແຂວງຊຽງຂວາງ ທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍມາຍັງສະມາຄົມເດີນງົວຊົນທີ່ໄດ້ອໍານວຍຄວາມສະດວກສະຖານທີ ແລະ ງົບປະມານຈໍານວນໜຶ່ງ, ຊົມເຊີຍມາຍັງທຸກພາກສ່ວນພາຍໃນແຂວງທີ່ໄດ້ຮ່ວມມືກັນປູກຕົ້ນໄມ້ໃນຄັ້ງນີ້ ເຮັດໃຫ້ການສະເຫຼີມ ສະຫຼອງປູກຕົ້ນໄມ້ໃນປີນີ້ເຕັມໄປດ້ວຍຄວາມໝາຍທີ່ສໍາຄັນ, ຫຼັງຈາກເປີດພິທີແລ້ວການນໍາຂອງແຂວງໄດ້ຮ່ວມກັບຜູ້ເຂົ້າຮ່ວມທັງໝົດໄດ້ພ້ອມກັນນໍາເອົາເບ້ຍໄມ້ໄປປູກໃສ່ບໍລິເວນເປີ້ນພູທີ່ກໍານົດໄວ້ດ້ວຍບັນຍາກາດຟົດຟື້ນດີ ແລະ ສໍາເລັດຕາມແຜນການວາງໄວ້ຢ່າງຈົບງາມ, ຫຼັງຈາກປູກແລ້ວທາງແຂວງກໍ່ໄດ້ມອບໃຫ້ສະມາຄົມເປັັນເຈົ້າການປົກປັກຮັກສາຕໍ່ໄປ.

ຂຽນໂດຍ: ບົວສີ ພັນທະສອນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa