ຄະນະໂຄສະນາອົບຮົມແຂວງ ລົງເຄື່ອນໄຫວເຜີຍແຜ່ບັນດານິຕິກຳທີ່ສໍາຄັນຂອງຂັ້ນເທິງ

ຄະນະໂຄສະນາອົບຮົມແຂວງ ລົງເຄື່ອນໄຫວເຜີຍແຜ່ບັນດານິຕິກຳທີ່ສໍາຄັນຂອງຂັ້ນເທິງ

ໃນລະຫວ່າງວັນທີ 23-27 ກັນຍາ 2024 ຄະນະໂຄສະນາອົບຮົມແຂວງ ນໍາໂດຍ ສະຫາຍ ວັນນະສິນ ຜະລີຈັນ ຮອງຫົວໜ້າ ຄະນະໂຄສະນາອົບຮົມແຂວງ ສົມທົບກັບ ພະແນກພະລັງງານ ແລະ ບໍ່ແຮ່ແຂວງ, ຫ້ອງການພະລັງງານ ແລະ ບໍ່ແຮ່ ເມືອງແປກ ແລະ ຄະນະໂຄສະນາອົບຮົມ ເມືອງແປກ  ລົງເຄື່ອນໄຫວເຜີຍແຜ່ບັນດານິຕິກໍາຂອງທ່ານ ເຈົ້າແຂວງ ແລະ ເອກະສານທີ່ສໍາຄັນຂອງຂັ້ນເທິງ ຢູ່ 10 ບ້ານ ທີ່ຕິກັບຕີນພູແຮ້. ເຊິ່ງມີບັນດາພໍ່ແມ່ປະຊາຊົນບັນດາເຜົ່າມາເຂົ້າຮ່ວມຮັບຟັງທັງໝົດ 718 ຄົນ, ຍິງ 322 ຄົນ.

ຈຸດປະສົງໃນການລົງເຄື່ອນໄຫວເທື່ອນີ້ ແມ່ນເພື່ອປະຕິບັດຕາມ ຂໍ້ກໍານົດເລກທີ 15/ຄປກຊ-ປກສ, ລົງວັນທີ 6 ຕຸລາ 2023, ມາດຕາທີ 2 ຂໍ້ທີ​ 4 ທີ່ໄດ້ລະບຸໃຫ້ຄະນະໂຄສະນາອົບຮົມແຂວງສົມທົບກັບພະແນກພະລັງງານ ແລະ ບໍແຮ່ ລົງເຄື່ອນໄຫວເຜີຍແຜ່ນິຕິກໍາດັ່ງກ່າວໃຫ້ແກ່ບ້ານທີ່ຕິດກັບຕີນພູແຮ້. ດັ່ງນັ້ນ; ຄະນະໂຄສະນາອົບຮົມແຂວງ ສົມທົບກັບ ພະແນກພະລັງງານ ແລະ ບໍ່ແຮ່ ຈຶ່ງໄດ້ສ້າງແຜນເຄື່ອນໄຫວ ເພື່ອຜັນຂະຫຍາຍບັນດາຕິນິກຳຂອງທ່ານ ເຈົ້າແຂວງ ແລະ ເອກະສານທີ່ສໍາຄັນຂອງຂັ້ນເທິງເປັນຕົ້ນແມ່ນ: ກົດໝາຍວ່າດ້ວຍແຮ່ທາດ ສະບັບເລກທີ 31/ສພຊ, ລົງວັນທີ 3 ພະຈິກ 2017; ຄໍາສັ່ງເລກທີ 18/ຊຂ ລົງວັນທີ 21 ຕຸລາ 2021 ວ່າດ້ວຍການແກ້ໄຂການລັກລອບຂຸດຄົ້ນ ແລະ ປຸງແຕ່ງແຮ່ຄໍາໂດຍບໍ່ຖືກຕ້ອງຕາມກົດໝາຍ; ຂໍ້ກໍານົດເລກທີ 15/ຄປກຊ-ປກສ ລົງວັນທີ 6/10/2023 ວ່າດ້ວຍການກໍານົດພື້ນທີ່ຫວງຫ້າມ(ເຂດຂາວ) ປກຊ-ປກສ ຢູ່ບໍລິເວນພື້ນທີ່ພູແຮ້ ເມືອງແປກ ແຂວງຊຽງຂວາງ; ດໍາລັດເລກທີ 373/ລບ, ລົງວັນທີ 1/12/2023. ວ່າດ້ວຍການປັບໃໝ ແລະ ການນໍາໃຊ້ມາດຕະການອື່ນຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການກ່ຽວກັບແຮ່ທາດ; ຄໍາສັ່ງເລກທີ 01/ຊຂ, ລົງວັນທີ 6 ກຸມພາ 2023. ວ່າດ້ວຍການປ້ອງການຖາງປ່າເຮັດໄຮ່ຊະຊາຍ ແລະ ສະກັດກັ້ນໄຟໄໝ້ລາມປ່າ ຢູ່ພາຍໃນແຂວງຊຽງຂວາງ ແລະ ຄໍາສັ່ງເລກທີ 01/ຊຂ, ລົງວັນທີ 3 ກຸມພາ 2022. ວ່າດ້ວຍການຫ້າມຈັບຈອງ, ບຸກລຸກ ແລະ ຊື້-ຂາຍສິດນໍໍາໃຊ້ທີ່ດິນບໍ່ຖືກຕ້ອງຢູ່ພາຍໃນແຂວງຊຽງຂວາງ. ຜ່ານຈາກການຮັບຟັງການເຜີຍແຜ່ນິຕິກໍາຕ່າງໆສາມາດເຮັດໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າໃນ 10 ບ້ານ ມີຄວາມຮັບຮູ້, ເຂົ້າໃຈຕໍ່ນິຕິກຳຕ່າງໆທີ່ຂັ້ນເທິງວາງອອກຢ່າງຈະແຈ້ງ, ສຶກສາອົບຮົມໃຫ້ພໍ່ແມ່ປະຊາຊົນເຫັນໄດ້ຜົນກະທົບຕ່າງໆຕໍ່ການຂຸດຄົ້ນແຮ່ຄໍາ ເປັນຕົ້ນແມ່ນການບົ່ມ, ການແຊ່, ຫ້າມບຸກຄົນ ແລະ ນິຕິບຸກຄົນຂຸດຄົ້ນແຮ່ໂດຍບໍ່ໄດ້ຮັບອະນຸຍາດ ເພາະວ່າເປັນຊັບສິນຂອງວົງຄະນະຍາດແຫ່ງຊາດ ຖ້າຜູ້ໃດລະເມີດຈະຖືກລົງໂທດ ຕາມສະຖານໜັກຫຼືເບົາທີ່ກົດໝາຍກຳນົດໄວ້.

ໃນຕອນທ້າຍຂອງກອງປະຊຸມຢູ່ແຕ່ລະບ້ານ ສະຫາຍ ວັນນະສິນ ຜະລີຈັນ ຍັງໄດ້ເນັ້ນໃຫ້ ສະຫາຍເລຂາພັກບ້ານ ຈົ່ງນໍາເອົາເນື້ອໃນເອກະສານໄປເຜີຍແຜ່ຕໍ່ໃຫ້ແກ່ພໍ່ແມ່ປະຊາຊົນຂອງບ້ານທີ່ຕົນຮັບຜິດຊອບ ເປັນຕົ້ນແມ່ນຄອບຄົົວທີ່ຍັງບໍ່ທັນໄດ້ມາຮັບຟັງ ຈົ່ງຮັບຮູ້, ເຂົ້າໃຈ ແລະ ພ້ອມກັນຈັດຕັ້ງປະຕິບັດຕາມນິຕິກຳທີ່ຂັ້ນເທິງວາງອອກໃຫ້ເຂັ້ມງວດ ແລະ ເລິກເຊິ່ງຕື່ມ.

ຂຽນຂ່າວ: ນູຢ່າງ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa