ກອງປະຊຸມວຽກງານໂຄສະນາຜ່ານສື່ເອເລັກໂຕຼນິກ ປະຈໍາໄຕມາດ I/2026
ໃນຕອນເຊົ້າຂອງວັນທີ 25 ມີນາ 2026, ຄະນະໂຄສະນາອົບຮົມແຂວງຊຽງຂວາງ ເຂົ້າຮ່ວມກອງປະຊຸມສ່ອງແສງລາຍງານການເຄື່ອນໄຫວວຽກງານໂຄສະນາຜ່ານສື່ເອເລັກໂຕຼນິກ ປະຈໍາໄຕມາດ I ແລະ ທິດທາງແຜນການ ປະຈໍາໄຕມາດ II/2026 ໂດຍຜ່ານລະບົບກອງປະຊຸມທາງໄກ (Video Conference) ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມສູນກາງພັກ ໂດຍການເປັນປະທານຂອງ ທ່ານ ສົມປະສົງ ພົງປະເສີດ ຫົວໜ້າກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ, ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ເພັງ ສີອາໄພ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງຊຽງຂວາງ, ພ້ອມດ້ວຍຄະນະຮັບຜິດຊອບວຽກງານຄຸ້ມຄອງເວັບໄຊຂອງຄະນະໂຄສະນາອົບຮົມແຂວງ.
ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອຮັບຟັງການສ່ອງແສງລາຍງານການເຄື່ອນໄຫວວຽກງານໂຄສະນາຜ່ານສື່ເອເລັກໂຕຼນິກ (ເວັບໄຊ) ຂອງຄະນະໂຄສະນາອົບຮົມບັນດາແຂວງ ໃນທົ່ວປະເທດ ປະຈໍາໄຕມາດ I ແລະ ທິດທາງແຜນ ການປະຈໍາໄຕມາດ II/2026 ແນໃສ່ປັບປຸງ, ພັດທະນາວຽກງານເວັບໄຊ, ປະເມີນຜົນການດໍາເນີນວຽກງານເວັບໄຊ ໃນໄລຍະຜ່ານມາ, ການແລກປ່ຽນຖອດຖອນບົດຮຽນ ແລະ ການກໍານົດທິດທາງແຜນການພັດທະນາວຽກງານເວັບໄຊ ເພື່ອຮັບ ປະກັນໃນການເປັນເສນາທິການທາງດ້ານວຽກງານຂໍ້ມູນຂ່າວສານ ແລະ ການໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ-ລັດ ໃຫ້ມີຄວາມສະດວກ, ວ່ອງໄວ, ຊັດເຈນ ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນແຕ່ລະໄລຍະໃຫ້ມີປະສິດຜົນສູງ.
ຄະນະຮັບຜິດຊອບວຽກງານເວັບໄຊ ຂອງຄະນະໂຄສະນາອົບຮົມແຕ່ລະແຂວງ ທົ່ວປະເທດ ໄດ້ລາຍງານການ ເຄື່ອນໄຫວຈັດຕັ້ງປະຕິບັດວຽກງານໂຄສະນາຜ່ານສື່ເອເລັກໂຕຼນິກ ເຊິ່ງໄດ້ຍົກໃຫ້ເຫັນເຖິງຜົນສໍາເລັດທີ່ພົ້ນເດັ່ນໃນການ ຈັດຕັ້ງປະຕິບັດຕະຫຼອດໄລຍະ 3 ເດືອນຜ່ານມາ, ຂໍ້ຫຍຸ້ງຍາກ, ດ້ານອ່ອນ-ຂໍ້ຄົງຄ້າງ ທີ່ຈະໄດ້ສືບຕໍ່ປັບປຸງແກ້ໄຂ, ກໍານົດທິດທາງແຜນການ, ວຽກງານຈຸດສຸມໃນຕໍ່ໜ້າ. ພ້ອມກັນນັ້ນກໍ່ໄດ້ມີການປະກອບຄໍາເຫັນແລກປ່ຽນບົດຮຽນໃນການ ເຄື່ອນໄຫວວຽກງານໂຄສະນາຜ່ານສື່ເອເລັກໂຕຼນິກ ຢ່າງກົງໄປກົງມາ ດ້ວຍບັນຍາກາດອັນຟົດຟື້ນ.
ໃນຕອນທ້າຍກອງປະຊຸມໄດ້ຮັບຟັງການໂອ້ລົມຂອງທ່ານ ສົມປະສົງ ພົງປະເສີດ ຫົວໜ້າກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ ເຊິ່ງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຄະນະໂຄສະນາອົບຮົມແຕ່ລະແຂວງ ທົ່ວປະເທດ ເອົາໃຈໃສ່ໃນການເຄື່ອນໄຫວວຽກງານໂຄສະນາຜ່ານສື່ເອເລັກໂຕຼນິກ (ເວັບໄຊ) ທີ່ສາມາດຈັດຕັ້ງປະຕິບັດມີຜົນສໍາເລັດຫຼາຍດ້ານໃນໄລຍະຜ່ານມາ, ພ້ອມນັ້ນ ຍັງໄດ້ສະແດງຄວາມເປັນຮ່ວງເປັນໄຍຕໍ່ຂໍ້ຫຍຸ້ງຍາກ, ດ້ານອ່ອນ-ຂໍ້ຄົງ ຄ້າງ ພ້ອມທັງຮັບເອົາບັນດາຂໍ້ສະເໜີຂອງແຂວງຕ່າງໆທີ່ຈະໄດ້ສືບຕໍ່ປັບປຸງແກ້ໄຂໃນຕໍ່ໜ້າ. ພ້ອມນີ້ ທ່ານ ໄດ້ມີຄໍາເຫັນຊີ້ ນໍາໃຫ້ຄະນະຮັບຜິດຊອບເວັບໄຊ ເອົາໃຈໃສ່ຈັດເນື້ອໃນການສື່ສານ ເພື່ອເຜີຍແຜ່ ແລະ ອັບເດດຂ່າວເນື້ອໃນເວັບໄຊ ໃຫ້ອຸ ດົມສົມບູນດ້ວຍຫຼາກຫຼາຍສີສັນ, ຈັດການເນື້ອໃນເວັບໄຊຢ່າງມີລະບົບ, ຄົ້ນຄວ້າປັບປຸງເພີ່ມຂະໜາດການນໍາໃຊ້ ເພື່ອສື່ ສານຂ່າວສານ ແລະ ກິດຈະກໍາຂອງແຂວງ ໃຫ້ກວ້າງຂວາງ, ຈັດລະບົບຄວບຄຸມ, ດູແລຮັກສາ, ຕິດຕາມ, ຄຸ້ມຄອງເວັບໄຊ ເຮັດໃຫ້ການນໍາໃຊ້ເວັບໄຊມີຄວາມປອດໄພ, ຍົກສູງຄຸນນະພາບເວັບໄຊ, ການເສີມສ້າງລະບົບບໍລິຫານເວັບໄຊໃຫ້ມີມາດ ຕະຖານ, ຍົກສູງທັກສະເຕັກນິກໃຫ້ພະນັກງານຮັບຜິດຊອບເວັບໄຊ ເພື່ອສ້າງຄວາມສາມາດການນໍາໃຊ້ເວັບໄຊ, ສາມາດເຮັດວຽກປ່ຽນແທນກັນໄດ້ເປັນປົກກະຕິ, ການປະສານງານລະຫວ່າງສູນກາງ ແລະ ທ້ອງຖິ່ນ ຢ່າງຕໍ່ເນື່ອງ. ພ້ອມດຽວກັນນັ້ນ ໄດ້ຮຽກຮ້ອງໃຫ້ຄະນະຮັບຜິດຊອບເວັບໄຊ ຄະນະໂຄສະນາອົບຮົມບັນດາແຂວງ ໃນທົ່ວປະເທດ ຈົ່ງນໍາເອົາເນື້ອໃນກອງປະຊຸມທີ່ເປັນພື້ນຖານສໍາຄັນໃນຄັ້ງນີ້ ໄປຈັດຕັ້ງປະຕິບັດເຂົ້າໃນການພັດທະນາວຽກງານເວັບໄຊໃນຕໍ່ໜ້າ ໃຫ້ເກີດປະໂຫຍດສູງສຸດ.
ໂດຍ: ສາຍທອງ ວື່ໄຊຫວັງ