ກອງປະຊຸມວຽກງານໂຄສະນາຜ່ານສື່ເອເລັກໂຕຣນິກ ປະຈໍາປີ 2025 ຂອງຄະນະໂຄສະນາອົບຮົມແຂວງ ໃນທົ່ວປະເທດ

 

ກອງປະຊຸມວຽກງານໂຄສະນາຜ່ານສື່ເອເລັກໂຕຣນິກ

ປະຈໍາປີ 2025 ຂອງຄະນະໂຄສະນາອົບຮົມແຂວງ ໃນທົ່ວປະເທດ

ໃນຕອນເຊົ້າ ຂອງວັນທີ 8 ທັນວາ 2025 ຄະນະໂຄສະນາອົບຮົມແຂວງຊຽງຂວາງ ໄດ້ເຂົ້າຮ່ວມປະຊຸມສ່ອງແສງລາຍງານການເຄື່ອນໄຫວວຽກງານໂຄສະນາຜ່ານສື່ເອເລັກໂຕຣນິກ ປະຈໍາປີ 2025  ແລະ ທິດທາງແຜນການປີ 2026, ໂດຍຜ່ານລະບົບອອນລາຍ (Video Conference) ທີ່ຄະນະໂຄສະນາອົບຮົມສູນກາງພັກຈັດຂຶ້ນ, ໂດຍໃຫ້ກຽດເປັນປະທານຂອງ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ສົມປະສົງ ພົງປະເສີດ ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ຄະນະໂຄສະນາອົບຮົມແຂວງຊຽງຂວາງມີທ່ານ ວັນນະສິນ ຜະລີຈັນ ຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ຫົວໜ້າໜ້າຂະແໜງ ແລະ ວິຊາການຂະແໜງສັງລວມຂໍ້ມູນຂ່າວສານເຂົ້າຮ່ວມ ຈໍານວນ 5 ທ່ານ, ຍິງ 2 ທ່ານ.

ໃນກອງປະຊຸມ ທ່ານ ນາງ ວິລະວອນ ພັນທະວົງ ໄດ້ກ່າວເປີດພິທີ ແລະ ສະເໜີຈຸດປະສົງຂອງກອງປະຊຸມ, ພ້ອມທັງແນະນໍາການປະກອບຄໍາເຫັນການລາຍງານຂອງບັນດາແຂວງ ຈາກນັ້ນ, ບັນດາແຂວງໄດ້ລາຍງານການຈັດຕັ້ງປະຕິບັດວຽກງານໂຄສະນາຜ່ານສື່ເອເລັກໂຕຣນິກ ໂດຍຫຍໍ້. ເຊິ່ງແຕ່ລະແຂວງໄດ້ຍົກໃຫ້ເຫັນເຖິງຜົນສໍາເລັດດ້ານທີ່ຕັ້ງໜ້າ, ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ, ພ້ອມທັງຂໍ້ສະເໜີຕ່າງໆ, ຖອດຖອນບົດຮຽນການເຄື່ອນໄຫວວຽກງານພາຍຫຼັງໄດ້ມີການມອບ-ໂອນວຽກງານສື່ມວນຊົນ ມາຂຶ້ນກັບຄະນະໂຄສະນາອົບຮົມແຂວງ ເພື່ອຈະໄດ້ນຳໄປສືບຕໍ່ປັບປຸງແກ້ໄຂໃນຕໍ່ໜ້າ, ພ້ອມທັງກໍານົດທິດທາງແຜນການເຄື່ອນໄຫວ ປີ 2026, ເພື່ອເຮັດໃຫ້ວຽກງານໂຄສະນາຜ່ານສື່ເອເລັກໂຕຣນິກ ແລະ ຂໍ້ມູນຂ່າວສານ ຂອງຄະນະໂຄສະນາອົບຮົມແຂວງ ກາຍເປັນສື່ທີ່ທັນສະໄຫມເຂົ້າໃນການເຜີຍແຜ່ຂໍ້ມູນ, ບັນດາມະຕິ, ຄໍາສັ່ງ ແລະ ແນວທາງຂອງພັກ-ລັດ ໃຫ້ມີຄວາມວ່ອງໄວທັນກັບສະພາບການ, ສາມາດເຂົ້າເຖິງທຸກເປົ້າໝາຍຂອງສັງຄົມ ແລະ ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງຂອງພັກໃນໄລຍະໃໝ່.

ໃນຕອນທ້າຍ ທ່ານປະທານກອງປະຊຸມໄດ້ມີຄໍາເຫັນຊີ້ນໍາໃຫ້ແອັດມິນຂອງບັນດາແຂວງ ສືບຕໍ່ຕິດຕາມກວດກາເວັບໄຊຂອງຕົນ, ເກັບກໍາຂ່າວ, ຂຽນຂ່າວ, ການຕັດຕໍ່ຮູບພາບ, ການຕັດຕໍ່ວິດີໂອ, ການຈັດຂ່າວລົງບັນດາຄໍລໍາຕ່າງໆ ໃຫ້ມີເນື້ອໃນອຸດົມສົມບູນ, ມີການເຜີຍແຜ່ຂໍ້ມູນຂ່າວສານຂອງຄະນະໂຄສະນາອົບຮົມແຂວງ ແລະ ເມືອງ ໃຫ້ມີຫຼາກຫຼາຍສີສັນ ເພື່ອເປັນການດຶງດູດຜູ້ເຂົ້າຊົມເຂົ້າອ່ານ ເປັນຕົ້ນແມ່ນການປັບປຸງພາລະບົດບາດ ແລະ ການປັບປຸງກົງຈັກການຈັດຕັ້ງ, ໃຫ້ໄປໃນທິດທາງດຽວກັນເພື່ອເຮັດໃຫ້ວຽກງານມີຜົນສໍາເລັດສູງ.

ໂດຍ: ສີຍອງ ພອນທະຈັນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa