ກອງປະຊຸມວຽກງານໂຄສະນາຜ່ານສື່ເອເລັກໂຕຣນິກ ປະຈໍາໄຕມາດ III ປະຈໍາປີ 2025 ຂອງຄະນະໂຄສະນາອົບຮົມແຂວງ ໃນທົ່ວປະເທດ

 

ກອງປະຊຸມວຽກງານໂຄສະນາຜ່ານສື່ເອເລັກໂຕຣນິກ

ປະຈໍາໄຕມາດ III ປະຈໍາປີ 2025 ຂອງຄະນະໂຄສະນາອົບຮົມແຂວງ ໃນທົ່ວປະເທດ

ໃນຕອນເຊົ້າ ຂອງວັນທີ 4 ກັນຍາ 2025 ຄະນະໂຄສະນາອົບຮົມແຂວງຊຽງຂວາງ ໄດ້ເຂົ້າຮ່ວມປະຊຸມສ່ອງແສງລາຍງານການເຄື່ອນໄຫວວຽກງານໂຄສະນາຜ່ານສື່ເອເລັກໂຕຣນິກ ປະຈໍາໄຕມາດ III/2025  ແລະ ທິດທາງແຜນການໃນຕໍ່ໜ້າ, ໂດຍຜ່ານລະບົບ (Video Conference) ທີ່ຄະນະໂຄສະນາອົບຮົມສູນກາງພັກຈັດຂຶ້ນ, ໂດຍໃຫ້ກຽດເປັນປະທານຂອງ ທ່ານ ວັນຕຸລາ ຮັກນຸດ ກໍາມະການຄະນະພັກ, ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ຄະນະໂຄສະນາອົບຮົມແຂວງຊຽງຂວາງມີທ່ານ ວັນນະສິນ ຜະລີຈັນ ຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ຫົວໜ້າ-ຮອງຫົວໜ້າຂະແໜງ ແລະ ວິຊາການຂະແໜງສັງລວມຂໍ້ມູນຂ່າວສານເຂົ້າຮ່ວມຈໍານວນ 6 ທ່ານ, ຍິງ 2 ທ່ານ.

ໃນກອງປະຊຸມ ທ່ານ ວັນຕຸລາ ຮັກນຸດ ໄດ້ກ່າວເປີດພິທີ ແລະ ກ່າວຈຸດປະສົງຂອງກອງປະຊຸມ ຈາກນັ້ນ, ຍັງໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດວຽກງານໂຄສະນາຜ່ານສື່ເອເລັກໂຕຣນິກ ໂດຍຫຍໍ້ ຈາກບັນດາຄະນະໂຄສະນາອົບຮົມ 16 ແຂວງ ແລະ 1 ນະຄອນຫຼວງ. ເຊິ່ງແຕ່ລະແຂວງໄດ້ຍົກໃຫ້ເຫັນເຖິງຜົນສໍາເລັດດ້ານທີ່ຕັ້ງໜ້າ, ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ, ພ້ອມທັງຂໍ້ສະເໜີຕ່າງໆ ພາຍຫຼັງໄດ້ມີການມອບ-ໂອນວຽກງານສື່ມວນຊົນ ຈາກພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງ ມາຂຶ້ນກັບຄະນະໂຄສະນາອົບຮົມແຂວງ ເພື່ອຈະໄດ້ນຳໄປສືບຕໍ່ປັບປຸງແກ້ໄຂໃນຕໍ່ໜ້າ, ພ້ອມທັງກໍານົດທິດທາງແຜນການໄຕມາດ IV/2025, ເພື່ອເຮັດໃຫ້ວຽກງານໂຄສະນາຜ່ານສື່ ແລະ ຂໍ້ມູນຂ່າວສານ ຂອງຄະນະໂຄສະນາອົບຮົມແຂວງ ກາຍເປັນສື່ທີ່ທັນສະໄຫມເຂົ້າໃນການເຜີຍແຜ່ຂໍ້ມູນ, ບັນດາມະຕິ, ຄໍາສັ່ງ ແລະ ແນວທາງຂອງພັກ-ລັດ ໃນການສະໜອງຂໍ້ມູນໃຫ້ແກ່ສັງຄົມໄດ້ຢ່າງກວ້າງຂວາງ.

ໃນຕອນທ້າຍ ທ່ານປະທານກອງປະຊຸມໄດ້ມີຄໍາເຫັນຊີ້ນໍາໃຫ້ແອັດມິນຂອງບັນດາແຂວງ ສືບຕໍ່ຕິດຕາມກວດກາເວັບໄຊຂອງຕົນ, ເກັບກໍາຂ່າວ, ຂຽນຂ່າວ, ຈັດຂ່າວລົງບັນດາຄໍລໍາຕ່າງໆໃຫ້ມີເນື້ອໃນອຸດົມສົມບູນ, ມີການເຜີຍແຜ່ຂໍ້ມູນຂ່າວສານຂອງຄະນະໂຄສະນາອົບຮົມແຂວງ ແລະ ເມືອງ ເປັນຕົ້ນແມ່ນພາລະບົດບາດ, ກົງຈັກການຈັດຕັ້ງ, ເພື່ອເຮັດໃຫ້ວຽກງານມີຜົນສໍາເລັດສູງ.

 

ໂດຍ: ສີຍອງ ພອນທະຈັນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa