ແຂ່ງຂັນກິລາເປຕັງສະເຫຼີມສະຫຼອງວັນສື່ມວນຊົນ ແລະ ການພີມຈໍ່າໜ່າຍ ຄົບຮອບ 75 ປີ
ວັນທີ 14 ສິງຫາ 2025 ທີ່ພະແນກຖະແຫຼງຂ່າວ, ວັດທະນາທຳ ແລະ ທ່ອງທ່ຽວແຂວງຊຽງຂວາງ ໄດ້ຈັດການແຂ່ງຂັນກິລາເປຕັ່ງເພື່ອສະເຫຼີມສະຫຼອງວັນສື່ມວນຊົນ ແລະ ການພີມຈ່ຳໜາຍ ຄົບຮອບ 75 ປີ (13 ສິງຫາ 2025-13 ສິງຫາ 2025) ຢູ່ທີ່ເດີນກິລາຂອງພະແນກ, ມີບັນດາພະແນກການອ້ອມຂ້າງແຂວງ ແລະ ບັນດາເມືອງເຂົ້າຮ່ວມທັງໝົດ 19 ທີມ ເພື່ອຊີງຂັນຫົວໜ້າພະແນກ ຖະແຫຼງຂ່າວ, ວັດທະນາທຳ ແລະ ທ່ອງທ່ຽວແຂວງ.
ໃນພິທີ ທ່ານ ເພັດສະໝອນ ສຸລິຍະແສງ ຫົວໜ້າ ພະແນກຖະແຫຼງຂ່າວ, ວັດທະນາທຳ ແລະ ທ່ອງທ່ຽວແຂວງ ໄດ້ກ່າວຈຸດປະສົງໃນການຈັດແຂ່ງຂັນກິລາ ເພື່ອຂ່ຳນັບຊົມເຊີຍວັນສື່ມວນຊົນແຫ່ງຊາດ ແລະ ພີມຈ່ຳໜ່າຍ ແລະ ຮັບຕ້ອນວັນສໍາຄັນຂອງຊາດ, ທັງເປັນການສົ່ງເສີມສຸຂະພາບຂອງພະນັກງານ-ລັດຖະກອນ, ພັດທະນາສີມື, ຈິດໃຈກິລາ, ສ້າງຄວາມສາມັກຄີ ແລະ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ. ການແຂ່ງຂັນແມ່ນໃຊ້ເວລາ 1 ວັນເຕັມຜ່ານການແຂ່ງຂັນທີມທີ່ສາມາດຍາດໄດ້ທີ່ 1 ໄດ້ແກ່ ທີມເປຕັ່ງກອງບັນຊາການທະຫານແຂວງຊຽງຂວາງພ້ອມຂັນ 1 ໜວ່ຍເງິນ 1 ລ້ານກີບ, ທີ່ 2 ເປັນຂອງທີມເປຕັ່ງກອງບັນຊາການປ້ອງກັບຄວາມສະຫງົບແຂວງຊຽງຂວາງ ເງິນລາງວັນ 8 ແສນກີບ, ທີ່ 3 ເປັນຂອງທີມເປຕັ່ງ ທ່ອງທ່ຽວແຂວງ ເງິນລາງວັນ 6 ແສນກີບ ແລະ ທີ່ 4 ເປັນຂອງທີມເປຕັ່ງພະແນກສຶກສາ ແລະ ກິລາແຂວງ ເງິນລາງວັນ 4 ແສນກີບ.
ທ່ານ ເພັດສະໝອນ ສຸລິຍະແສງ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນາທຳ ແລະ ທ່ອງທ່ຽວແຂວງໄດ້ມອບລາງວັນໃຫ້ແກ່ນັກກິລາຜູ້ທີ່ໄດ້ຮັບໄຊຊະນະ ແລະ ກ່າວປິດພິທີ ພ້ອມນີ້ຍັງໄດ້ເນັ້ນໜັກເຖິງຄວາມສຳຄັນຂອງວັນສື່ມວນຊົນ ແລະ ການພີມຈ່ຳໜ່າຍທີ່ໄດ້ມີພາລະບົດບາດສຳຄັນໃນການພັດທະນາປະເທດຊາດ ແລະ ເປັນສື່ກາງໃນການເຜີຍແຜ່ຂໍ້ມູນຂ່າວສານທີ່ຖືກຕ້ອງ ແລະ ເປັນປະໂຫຍດຕໍ່ສັງຄົມ. ນອກຈາກນັ້ນທ່ານຍັງໄດ້ຍ້ອງຍໍຊົມເຊີຍຕໍ່ນັກກິລາທຸກຄົນທີ່ໄດ້ເຂົ້າຮ່ວມແຂ່ງຂັນເຊິ່ງປະກອບສ່ວນເຮັດໃຫ້ມີບັນຍາກາດຄຶກຄື້ນປະສົບຜົນສຳເລັດເປັນຢ່າງດີ.
ຂຽນໂດຍ: ບົວສີ ພັນທະສອນ