ແຂວງຊຽງຂວາງ ເຊື່ອມຊຶມ, ຜັນຂະຫຍາຍມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ XI ແລະ ນິຕິກໍາຂອງພັກ-ລັດ ແລະ ຂອງແຂວງ
ວັນທີ 24 ເມສາ 2025 ຢູ່ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການແຂວງຊຽງຂວາງ ໄດ້ຈັດພິທີເຊື່ອມຊຶມ, ຜັນຂະຫຍາຍມະຕິກອງປະຊຸມ ຄົບຄະນະວິສາມັນ ຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ XI ແລະ ນິຕິກໍາຂອງພັກ,ລັດຖະບານ ແລະ ຂອງແຂວງ ໂດຍການເປັນປະທານຂອງທ່ານ ບູນຈັນ ສີວົງພັນ ກໍາມະການສູນກາງພັກ, ເລຂາພັກແຂວງເຈົ້າແຂວງຊຽງຂວາງ, ມີຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ຫົວໜ້າ-ຮອງຫົວໜ້າພະແນກການ, ກອງບັນຊາການປ້ອງກັນຊາດ, ປ້ອງກັນຄວາມສະຫງົບແຂວງ, ອົງການ, ລັດວິສາຫະກິດອ້ອມຂ້າງແຂວງ, ພະນັກງານຫຼັກແຫຼ່ງຂອງແຂວງ, ພະນັກງານຄະນະໂຄສະນາອົບຮົມແຂວງ ແລະ ຫົວໜ້າຄະນະໂຄສະນາອົບຮົມ 7 ເມືອງເຂົ້າຮ່ວມ.
ໃນພິທີ ທ່ານ ບຸນຈັນ ສີວົງພັນ ໄດ້ມີຄໍາເຫັນກ່າວເປີດພິທີ ແລະ ເຜີຍແຜ່ມະຕິກອງປະຊຸມຄົບຄະນະສະໄໝວິສາມັນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ສະບັບເລກທີ 02/ຄບສພ, ລົງວັນທີ 7 ມີນາ 2025; ຈາກນັ້ນ, ການນໍາແຂວງກໍ່ໄດ້ຜັດປ່ຽນກັນຂຶ້ນເຜີຍແຜ່ບັນດາເອກະສານທີ່ສໍາຄັນຄື: ມະຕິຂອງຄະນະບໍລິ ຫານງານສູນກາງພັກ ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງ ສະບັບເລກທີ 03/ຄບສພ, ລົງວັນທີ 12 ມີນາ 2025; ຄໍາແນະນໍາ ຂອງຄະນະເລຂາທິການສູນກາງພັກ ກ່ຽວກັບການປັບປຸງກົງຈັກການຈັດຕັ້ງ ສະບັບເລກທີ 483/ຄລສພ, ລົງວັນທີ 4 ເມສາ 2025; ແຈ້ງການ ສະບັບເລກທີ 426/ຄຈສພ, ລົງວັນທີ 4 ເມສາ 2025 ເລື່ອງ: ໂຈະການຄົ້ນຄວ້າຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານດໍາລົງຕໍ່າແໜ່ງບໍລິຫານ; ແຈ້ງການສະບັບເລກທີ 432/ຄຈສພ, ລົງວັນທີ 10 ເມສາ 2025 ເລື່ອງ: ລາຍງານຜົນການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ອົງຄະນະພັກເມືອງ, ນະຄອນ, ກອງປະຊຸມໃຫຍ່ຮາກຖານພັກອ້ອມຂ້າງນະຄອນຫຼວງ, ແຂວງ ແລະ ແຜນຄາດຄະເນການກະກຽມດໍາເນີນກອງປະຊຸມໃຫຍ່ອົງຄະນະພັກນະຄອນ, ແຂວງ; ເຜີແຜ່ໂດຍຫຍໍ້ລັດຖະທໍາມະນູນແຫ່ງສາທາລະນະລັດ ປະຊາທິປະໄຕ
ປະຊາຊົນລາວ (ສະບັບປັບປຸງປີ 2025) ແລະ ງານລາຍໂດຍຫຍໍ້ກ່ຽວກັບຜົນສໍາເລັດການດໍາເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ IX; ມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 25/ກມສພ, ລົງວັນທີ 24 ທັນວາ 2024 ວ່າດ້ວຍເອກະສານຂອງພັກປະຊາຊົນປະຕິວັດລາວ; ຂໍ້ຕົກລົງ ຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ວ່າດ້ວຍແຜນກໍານົດໃນເວລາດໍາເນີນກອງປະຊຸມລັດຖະບານ, ກອງປະຊຸມນາຍົກລັດຖະມົນຕີ, ກອງປະຊຸມສ່ອງແສງອ້ອມຂ້າງລັດຖະບານ ແລະ ກອງປະຊຸມກະກຽມຕ່າງໆ ປະຈໍາປີ 2025, ສະບັບເລກທີ 35/ຫສນຍ, ລົງວັນທີ 3 ມັງກອນ 2025 ; ຂໍ້ຕົກລົງ ຂອງນາຍົກລັດຖະ ມົນຕີ ວ່າດ້ວຍການແບ່ງວຽກ ລະຫວ່າງນາຍົກລັດຖະມົນຕີ ແລະ ບັນດາຮອງນາຍົກລັດຖະມົນຕີ, ສະບັບເລກທີ 36/ນຍ, ລົງວັນທີ 1 ເມສາ 2025; ແຈ້ງການ: ຂອງສໍານັກງານນາຍົກລັດຖະມົນຕີ ກ່ຽວກັບກົນໄກການຈັດສົ່ງເອກະສານທາງລັດຖະການຈໍານວນໜຶ່ງເປັນທັນສະໄໝ, ສະບັບເລກທີ 412/ຫສນຍ, ລົງວັນທີ 13 ມີນາ 2025; ແຈ້ງການ: ເລກທີ 570/ຫສນຍ ວັນທີ 20 ເມສາ 2025 ວ່າດ້ວຍການຈັດຕັ້ງເຜີຍແຜ່ເຊື່ອມຊຶມຄໍາສັ່ງ ເລກທີ 06/ນຍ, ລົງວັນທີ 7 ມີນາ 2025; ຄໍາສັ່ງ ເລກທີ 06/ນຍ, ລົງວັນທີ 7 ມີນາ 2025 ວ່າດ້ວຍການຕິດຕາມກວດກາ ແລະ ແກ້ໄຂ ບັນຫາແຮ່ຄໍາຕົກຂ້ອນ, ຫີນ ແລະ ຊາຍ ຕາມບັນດາສາຍນໍ້າ, ຮ່ອງຫ້ວຍ ແລະ ການຄຸ້ມຄອງການຂຸດຄົ້ນແຮ່ທາດຕ່າງໆ ໃນຂອບເຂດທົ່ວປະເທດ; ຄໍາສັ່ງສະບັບເລກທີ 03/ຊຂ, ລົງວັນທີ 10 ເມສາ 2025 ວ່າດ້ວຍການຕິດຕາມກວດກາ ແລະ ແກ້ໄຂ ບັນຫາແຮ່ຄໍາຕົກຂ້ອນ, ຫີນ ແລະ ຊາຍ ຕາມບັນດາສາຍນໍ້າ, ຮ່ອງຫ້ວຍ ແລະ ການຄຸ້ມຄອງການຂຸດຄົ້ນແຮ່ທາດຕ່າງໆ ໃນຂອບເຂດທົ່ວແຂວງຊຽງຂວາງ; ເຜີແຜ່ຜົນສໍາເລັດ ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈໍາເດືອນມີນາ 2025 (ວັນທີ 25 ມີນາ 2025); ແຈ້ງການ: ຂອງຫ້ອງວ່າການສໍານັກງານ
ນາຍົກລັດຖະມົນຕີ ເລື່ອງ: ທິດຊີ້ນໍາ ກ່ຽວກັບຜົນກອງປະຊຸມໂຕະມົນ ປະຈໍາປີ 2025 ພາຍໃຕ້ຫົວຂໍ້: (ເພີ່ມທະວີການເປັນຄູ່ຮ່ວມ) ເພື່ອສະໜັບສະໜູນການຈັດ ຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຂອງ ສປປ ລາວ, ສະບັບເລກທີ 252/ຫສນຍ, ລົງວັນທີ 12 ກຸມພາ 2025; ແຈ້ງການ ຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 569/ຫສນຍ, ລົງວັນທີ 2 ເມສາ 2025 ເລື່ອງ: ສະຫຼຸບສັງລວມລາຍງານຄວາມຄືບໜ້າການຈັດຕັ້ງຜັນຂະຫຍາຍ ມະ ຕິ 04/ກມສພ ແລະ ມະຕິ 05/ລບ ກ່ຽວກັບການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ແລະ ຄວາມຄືບໜ້າໃນການຈັດຕັ້ງປະຕິບັດ ໂຄງການບຸລິມະສິດຂອງລັດຖະບານ; ເອກະສານຂອງກະຊ່ວງອຸດສາຫະກໍາ ແລະ ການຄ້າ ເລື່ອງ: ຜົນການປະເມີນການຈັດຕັ້ງປະຕິບັດແຈ້ງການ ສະບັບເລກທີ 141/ຈຂ.ຊຍ ກ່ຽວກັບການຫ້າມນໍາເຂົ້າສິນຄ້າທີ່ບໍ່ຈໍາເປັນ ຈາກຕ່າງປະເທດຢູ່ແຂວງໄຊຍະບູລີ ສະບັບເລກທີ 0006/ອຄ, ລົງວັນທີ 9 ມັງກອນ 2025; ແຈ້ງການ ຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, (ສະບັບເລກທີ 253/ຫສນຍ, ລົງວັນທີ 12 ກຸມພາ 2025 ເລື່ອງ: ການສະເໜີທຶນເຂົ້າມາລົງທຶນໃນ ສປປ ລາວ ເປັນເງິນຕາຕ່າງປະເທດຈໍານວນມະຫາສານ; ຂໍ້ຕົກລົງ ຂອງນາຍົກລັດຖະມົນຕີ ວ່າດ້ວຍການນໍາໃຊ້ເງິນເກັບລາຍຮັບເກີນແຜນປະຈໍາປີ 2024 ຂອງທ້ອງຖິ່ນ, ສະບັບເລກທີ 31/ນຍ,
ລົງວັນທີ 17 ມີນາ 2025; ແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ສະບັບເລກທີ 2654/ຫສນຍ, ລົງວັນທີ 19 ທັນວາ 2024 ເລື່ອງ: ການແກ້ໄຂພະຫະນະທີ່ນໍາເຂົ້າບໍ່ຖືກຕ້ອງ ແລະ ນໍາໃຊ້ບໍ່ຖືກເປົ້າໝາຍ ຢູ່ນະຄອນຫຼວງວຽງຈັນ ແລະ ບັນດາແຂວງທົ່ວປະເທດ; ຂໍ້ຕົກລົງຂອງນາຍົກລັດຖະ ມົນຕີ, ສະບັບເລກທີ 44/ນຍ, ລົງວັນທີ 11 ເມສາ 2025 ວ່າດ້ວຍການແຕ່ງຕັ້ງຄະນະສະເພາະກິດ ເພື່ອຄົ້ນຄວ້າມາດຕະການຮັບມືກັບການຂຶ້ນອັດຕາພາສີນໍາເຂົ້າຂອງ ສ. ອາ ເມລິກາ) ຜ່ານແຈ້ງການເຊີນ ຂອງຄະນະຮັບຜິດຊອບຈັດງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XII ສະບັບເລກທີ 05/ຄຈສຊ, ລົງວັນທີ 20 ກຸມພາ 2025 ເລື່ອງ: ການເຊີນເຂົ້າຮ່ວມງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XII ແລະ ງານມະຫາກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ທີ່ນະຄອນຫຼວງວຽງຈັນເປັນເຈົ້າພາບ; ແຈ້ງ ການ ຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ສະບັບເລກທີ 549/ຫສນຍ, ລົງວັນທີ 28 ມີນາ 2025 ເລື່ອງ: ທິດຊີ້ນໍາກ່ຽວກັບການເພີ່ມທະວີຄວາມເອົາ ໃຈໃສ່ ໃນການປະຕິບັດບັນດາມາດຕະການປ້ອງກັນ ແລະ ແກ້ໄຂໝອກຄວັນ ປະຈໍາປີ 2025; ແຈ້ງການ ຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ສະບັບເລກທີ 626/ສຫນຍ, ລົງວັນທີ 11 ເມສາ 2025 ເລື່ອງ: ທິດຊີ້ນໍາກ່ຽວກັບການແກ້ໄຂບັນຫາການລັກລອບຂຸດຄົ້ນແຮ່ຄໍາຕົກຂ້ອນ ໃນຂອບເຂດທົ່ວປະ ເທດ ແລະ ແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ສະບັບເລກທີ 191/ຫສນຍ, ລົງວັນທີ 5 ກຸມພາ 2025 ເລື່ອງ: ທິດຊີ້ນໍາຕໍ່ກັບສະພາບຄວາມບໍ່ເປັນລະບຽບຮຽບຮ້ອຍຢູ່ໃນສັງຄົມ.
ໂດຍ: ສີຍອງ ພອນທະຈັນ