ແຂວງຊຽງຂວາງ  ຮັບຊົມການຖ່າຍທອດສົດ ພິທີສະເຫຼີມສະຫຼອງ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ

ແຂວງຊຽງຂວາງ  ຮັບຊົມການຖ່າຍທອດສົດ

ພິທີສະເຫຼີມສະຫຼອງ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ

ໃນຕອນເຊົ້າຂອງວັນທີ 12 ທັນວາ 2025 ຢູ່ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການປົກຄອງ ແຂວງຊຽງຂວາງ ໄດ້ຈັດຕັ້ງພິທີໂຮມຊຸມນຸມ ເພື່ອຮັບຊົມການຖ່າຍທອດສົດ ພິທີສະເຫຼີມສະຫຼອງວັນເກີດ ປະທານ ໄກສອນ ພົມວິຫານ  (13 ທັນວາ 1920 – 13 ທັນວາ 2025) ຄົບຮອບ 105 ປີ, ຈາກໂທລະພາບແຫ່ງຊາດ, ຄະນະໂຄສະນາອົບຮົມສູນກາງພັກ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ, ເຂົ້າຮ່ວມພິທີມີທ່ານ ບົວເງິນ ຫຸມໄຊຍະພົມ ຮອງເລຂາພັກແຂວງ, ປະທານຄະນະກໍາມະການປົກຄອງແຂວງ, ທ່ານ ບຸນເຮືອງ ສຸລິໄຊ ຮອງເລຂາພັກແຂວງ,  ກໍາມະການພັກແຂວງ, ຫົວໜ້າ-ຮອງຫົວໜ້າບັນດາພະແນກການອ້ອມຂ້າງແຂວງ, ກອງບັນຊາການປ້ອງກັນຊາດ, ກອງບັນຊາການປ້ອງກັນຄວາມສະຫງົບ, ລັດວິສາຫະກິດ, ພ້ອມດ້ວຍພະນັກງານ-ລັດຖະກອນບັນດາພະແນກການກົມກອງອ້ອມຂ້າງແຂວງເຂົ້າຮ່ວມຮັບຊົມ ຢ່າງພ້ອມພຽງ.

ໃນພິທີ ບັນດາຜູ້ເຂົ້າຮ່ວມຮັບຊົມ ແລະ ຮັບຟັງການຖ່າຍທອດສົດ ການກ່າວສູນທອດພົດ ຂອງພະນະທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດແຫ່ງ ສປປລາວ ໄດ້ການລະນຶກ ເຖິງຄຸນງາມຄວາມດີ ແລະ ສໍານຶກບຸນຄຸນອັນໃຫຍ່ຫຼວງ ຂອງປະທານ ໄກສອນ ພົມວິຫານ ທີ່ເພິ່ນໄດ້ອຸທິດຕົນເຂົ້າໃນພາລະກິດຕໍ່ສູ້ປົດປ່ອຍຊາດ ປະເທດຊາດຢ່າງມີໄຊ ແລະ ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫຼອດຊີວິດຂອງເພິ່ນ, ທີ່ພວກເຮົາກໍາລັງທົບທວນຫວນຄືນ ເນື່ອງໃນໂອກາດວັນຄ້າຍວັນເກີດ ຄົບຮອບ 105 ປີ, ພວກເຮົາຈົ່ງພ້ອມກັນຮໍ່າຮຽນເອົາຄຸນສົມບັດສິນທໍາປະຕິວັດຂອງເພິ່ນ ເພື່ອມາໝູນໃຊ້ເຂົ້າໃນການປະຕິບັດວຽກງານ ແລະ ການດໍາລົງຊີວິດຕົວຈິງ ດັ່ງນີ້: ເພີ່ມທະວີຄວາມສາມັກຄີເປັນ ເອກະພາບ ແລະ ຄວາມເປັນປຶກແຜ່ນຂອງຊາດໃຫ້ກາຍເປັນ ຫີນສີລາອັນໝັ້ນແກ່ນໃຫ້ແກ່ກ້ອນກໍາລັງມະຫາສາມັກຄີ ພາຍໃນຊາດ; ພວກເຮົາຈະຕ້ອງໄດ້ເຊີດຊູຄວາມເປັນແບບຢ່າງນໍາໜ້າທາງດ້ານຄຸນສົມບັດສິນທໍາປະຕິວັດ ແລະ ແບບແຜນດໍາລົງຊີວິດລຽບງ່າຍ, ປອດໃສຂາວສະອາດ ທີ່ປະທານ ໄກສອນພົມວິຫານ ໄດ້ສ້າງເປັນຕົວແບບໄວ້ ໃນການດໍາລົງຊີວິດ ແລະ ການຊີ້ນໍາ-ນໍາພາຂອງເພິ່ນ; ຍົກສູງຄວາມເປັນເຈົ້າການ, ປະດິດສ້າງໃນການປັບປຸງ-ບູລະນະແນວທາງ, ແຜນນະໂຍບາຍໃຫ້ແທດເໝາະ ແລະ ສອດຄ່ອງກັບເງື່ອນໄຂ, ສະພາບຈຸພິເສດໃນແຕ່ລະໄລຍະຂອງການປະຕິວັດຂອງປະເທດ; ຍຶດໝັ້ນ ແລະ ເສີມຂະຫຍາຍຈິດໃຈຮັກຊາດ, ເອກະລາດ ເປັນເຈົ້າຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ສົມທົບຢ່າງແໜ້ນແຟ້ນ ລະຫວ່າງ ລັດທິຮັກຊາດອັນແທ້ຈິງ ກັບລັດທິສາກົນອັນຜ່ອງໃສ ເພື່ອເສີມຂະຫຍາຍກໍາລັງແຮງພາຍໃນຊາດ ສົມທົບກັບກໍາລັງແຮງ ຂອງຍຸກສະໄໝ ເຂົ້າໃນການພັດທະນາປະເທດຊາດ ກ້າວຂຶ້ນ; ປະທານ ໄກສອນ ພົມວິຫານ ເຄີຍໃຫ້ນະໂຍບາຍໄວ້ວ່າ: ເອົາການສຶກສາໄປກ່ອນກ້າວໜຶ່ງ ແລະ ເສີມຂະຫຍາຍຄຸນຄ່າທີ່ເປັນເອກະລັກວັດທະນະທໍາຂອງຊາດ ເພິ່ນເຄີຍສັ່ງສອນວ່າ: ເສຍວັດທະນະທໍາ ແມ່ນເສຍຊາດ; ປະທານໄກສອນ ພົມວິຫານ ໄດ້ເອົາໃຈໃສ່ຢ່າງຈົດຈໍ່ ຕໍ່ການພັດທະນາຊົນນະບົດ, ແກ້ໄຂຄວາມທຸກຍາກຂອງປະຊາຊົນ ແລະ ຖືປະຊາຊົນເປັນກົກ ປະທານ ໄກສອນ ພົມວິຫານ ສົມແລ້ວທີ່ເປັນວິລະບູລຸດ ທີ່ຍິ່ງໃຫຍ່ຂອງຊາດລາວ, ເປັນນັກປະຕິວັດທີ່ອົງອາດກ້າແກ່ນ, ນັກຮັກຊາດຜູ້ຍິ່ງໃຫຍ່, ເປັນລູກຜູ້ປະເສີດທີ່ຍິ່ງໃຫຍ່ ຂອງປະຊາຊົນລາວບັນດາເຜົ່າ.

ປະທານ ໄກສອນ ພົມວິຫານ ຍືນຍົງໃນພາລະກິດຂອງພັກເຮົາ ແລະ ຈະປະທັບຢູ່ໃນດວງໃຈຂອງປະຊາຊົນຕະຫຼອດໄປ!

ໂດຍ: ສີຍອງ ພອນທະຈັນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa