ແຂວງຊຽງຂວາງ ປາຖະກະຖາ ວັນສໍາຄັນຂອງຊາດ
ວັນທີ 15 ສິງຫາ 2025 ຢູ່ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການແຂວງຊຽງຂວາງ ໄດ້ຈັດພິທີປາຖະກະຖາວັນ ສໍາຄັນຂອງຊາດຄື: ວັນຍຶດອໍານາດທົ່ວປະເທດ ຄົບຮອບ 80 ປີ ແລະ 50 ປີ, ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ, ວັນລັດຖະທໍາມະນູນ ແຫ່ງ ສປປລາວ ຄົບຮອບ 34 ປີ ແລະ ວັນສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 75 ປີ ໂດຍການເປັນປະທານຂອງທ່ານ ບຸນໂຮມ ເທດທານີ ປະທານສະພາປະຊາຊົນແຂວງ, ຮອງເລຂາພັກແຂວງ, ມີບັນດາກຳມະການພັກແຂວງ, ຄະນະພັກ, ຫົວໜ້າ-ຮອງຫົວໜ້າ, ພະແນກການກົມກອງອ້ອມຂ້າງແຂວງ, ສອງກອງບັນຊາການ, ອົງການຈັດຕັ້ງມະຫາຊົນ ແລະ ພະນັກງານສື່ມວນຊົນເຂົ້າຮ່ວມທັງໝົດ 223 ທ່ານ; ຍິງ 86 ທ່ານ.
ໃນພິທີ ທ່ານ ບຸນໂຮມ ເທດທານີ ປະທານສະພາປະຊາຊົນແຂວງ, ຮອງເລຂາພັກແຂວງ, ທ່ານ ເພັດສະໝອນ ສຸລິຍະແສງ ຫົວໜ້າພະແນກຖະແຫຼ່ງຂ່າວ, ວັດ ທະນາທໍາ ແລະ ທ່ອງທຽ່ວແຂວງ ແລະ ທ່ານ ເພັດສະໝອນ ດວງປະເສີດ ຮອງປະທານແນວລາວສ້າງຊາດແຂວງ ໄດ້ຜັດປ່ຽນກັນຂຶ້ນປາຖະກະຖາ ເພື່ອຫວນຄືນມູນເຊື້ອອັນພິລະອາດຫານ ແລະ ຜົນງານອັນໃຫຍ່ຫຼວງຂອງພັກ-ລັດ, ແນວລາວສ້າງຊາດ ແລະ ປະຊາຊົນລາວບັນດາເຜົ່າ ໃນແຕ່ລະໄລຍະ ແລະ ຍົກໃຫ້ເຫັນເຖິງປະ ຫວັດການຕໍ່ສູ້ອັນພິລະອາດຫານ, ຍືດເຍື້ອຍາວນານ ເພື່ອຍາດແຍ່ງເອົາໄຊຊະນະ ແລະ ສິດເປັນເຈົ້າຂອງປະເທດຊາດ, ພ້ອມໄດ້ເນັ້ນໝັກເຖິງຄວາມສໍາຄັນຂອງວັນສ້າງຕັ້ງແນວລາວສ້າງຊາດ ເຊິ່ງເປັນອົງການໜຶ່ງທີ່ເຕົ້າໂຮມຄວາມສາມັກຄີຂອງປະຊາຊົນບັນດາເຜົ່າ, ຊັ້ນຄົນ ແລະ ສາສະໜາ ໃຫ້ມີຄວາມສາມັກຄີຢ່າງແໜ້ນແຟ້ນ, ເພື່ອປະກອບສ່ວນເຂົ້າໃນການພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ບົດບາດສໍາຄັນຂອງລັດຖະທໍາມະນູນ ເຊິ່ງເປັນກົດໝາຍພື້ນ ຖານຂອງສາທາລະນະລັດ ປະຊາທິປະໄຕ ແລະ ປະຊາຊົນລາວ, ບົດບາດຂອງສື່ມວນຊົນ ໃນການພິມຈໍາໜ່າຍ ມີບົດບາດເປັນເຄື່ອງມື ທີ່ເປັນກະບອກສຽງອັນແຫຼມຄົມຂອງພັກ-ລັດ ແລະ ເປັນເຄື່ອງມືສໍາຄັນໃນການໂຄສະນາເຜີຍແຜ່ແນວທາງນະໂຍບາຍ ແລະ ນິຕິກໍາຕ່າງໆຂອງພັກ-ລັດ, ເພື່ອເປັນການໂຄສະນາ ສຶກສາອົບຮົມໃຫ້ບັນດາຊັ້ນຄົນຕ່າງໆຢູ່ໃນສັງຄົມ ໃຫ້ເຂົ້າໃຈເລິກເຊິ່ງ ຕໍ່ກັບມູນເຊື້ອຄວາມສາມັກຄີຂອງປະຊາຊົນລາວບັນດາເຜົ່າ ໃຫ້ມີຄວາມເຂັ້ມແຂງຂຶ້ນເລື້ອຍໆ.
ໂດຍ: ສີຍອງ ພອນທະຈັນ