ແຂວງຊຽງຂວາງ ຈັດພິທີໂຮມຊຸມນຸມ ຮັບຊົມການຖ່າຍທອດສົດ ແຈ້ງຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກຄອມມູນິດຫວຽດນາມ

ແຂວງຊຽງຂວາງ ຈັດພິທີໂຮມຊຸມນຸມ ຮັບຊົມການຖ່າຍທອດສົດ

ແຈ້ງຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກຄອມມູນິດຫວຽດນາມ

ວັນທີ 5 ກຸມພາ 2026 ຢູ່ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການປົກຄອງ ແຂວງຊຽງຂວາງ ໄດ້ຈັດພິທີໂຮມຊຸມນຸມ ເພື່ອຮັບຊົມການຖ່າຍທອດສົດກອງປະຊຸມແຈ້ງຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກຄອມມູນິດຫວຽດນາມ, ພາຍໃຕ້ການເປັນປະທານຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ແລະ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກຄອມມູນິດຫວຽດນາມ, ຜ່ານລິ້ງຖ່າຍທອດສົດຈາກໂທລະພາບແຫ່ງຊາດ ທີ່ນະຄອນຫຼວງວຽງຈັນ. ເຂົ້າຮ່ວມພິທີມີບັນດາຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ຫົວໜ້າ-ຮອງຫົວໜ້າບັນດາພະແນກການອ້ອມຂ້າງແຂວງ, ກອງບັນຊາການປ້ອງກັນຊາດ, ກອງບັນຊາການປ້ອງກັນຄວາມສະຫງົບ, ລັດວິສາຫະກິດ, ຫົວໜ້າ-ຮອງຫົວໜ້າຂະແໜງ, ພ້ອມດ້ວຍພະນັກງານ-ລັດຖະກອນບັນດາພະແນກການກົມກອງອ້ອມຂ້າງແຂວງເຂົ້າຮ່ວມຮັບຊົມ, ຈໍານວນ 232 ທ່ານ; ຍິງ 101 ທ່ານ.

ໂດຍ: ສີຍອງ ພອນທະຈັນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa