solflare wallet is a secure wallet for Solana that enables easy management of your digital assets, supports staking, and provides a seamless user experience.

ແຂວງຊຽງຂວາງ ຈັດຕັ້ງໂຄສະນາ-ປາຖະກະຖາ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວຄົບຮອບ 70 ປີ ແລະ ເຊື່ອມຊຶມນິຕິກໍາພັກ-ລັດ

ແຂວງຊຽງຂວາງ ຈັດຕັ້ງໂຄສະນາ-ປາຖະກະຖາ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວຄົບຮອບ 70 ປີ ແລະ ເຊື່ອມຊຶມນິຕິກໍາພັກ-ລັດ

                 ໃນວັນທີີ 10 ກຸມພາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການແຂວງ ຄະນະໂຄສະນາອົບຮົມແຂວງ ໄດ້ຈັດຕັ້ງໂຄສະນາ-ປາຖະກະຖາ ວັນສ້າງຕັ້ງພັກປະຊາ ຊົນປະຕິວັດລາວ ຄົບຮອບ 70 ປີ ແລະ ເຊື່ອມຊຶມນິຕິກຳຂອງພັກ-ລັດ. ພາຍໃຕ້ການເປັນປະທານກອງປະຊຸມຂອງສະຫາຍ ບຸນຈັນ ສີວົງພັນ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຊຽງຂວາງ ແລະ ເປັນກຽດເຂົ້າຮ່ວມຟັງຂອງ ຄະນະປະຈໍາພັກແຂວງ, ກຳມະການພັກແຂວງ, ເລຂາພັັກເມືອງ, ເຈົ້າເມືອງ, ຫົວ ໜ້າ-ຮອງຫົວໜ້າພະແນກການ, ກໍາລັງປກຊ-ປກສ ແຂວງ, ກໍາລັງຫຼວງຂອງ​ສູນ​ກາງປະຈໍາຢູ່ທ້ອງ​ຖິ່ນ, ລັດວິສາຫະກິດພາຍໃນແຂວງ ແລະ ພະນັກງານ-ລັດຖະກອນເຂົ້າຮ່ວມຟັງທັງໝົດ 350 ສະຫາຍ, ຍິງ 180 ສະຫາຍ.

         ໂດຍໃຫ້ກຽດຂຶ້ນປາຖະກະຖາ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ (22 ມີນາ 1955 – 22 ມີນາ 2025)  ໂດຍສະຫາຍ ບຸນຈັນ ສີວົງພັນ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຊຽງຂວາງ ເຊິ່ງສະຫາຍໄດ້ຫວນຄືນຂະບວນການວິວັດແຫ່ງການກຳເນີດຂອງພັກປະຊາຊົນປະຕິວັດລາວ, ຍົກໃຫ້ເຫັນເຖິງມູນເຊື້ອທາດແທ້ ແລະ ອຸດົມການຂອງພັກ, ການຊີ້ນໍາ-ນໍາພາຢ່າງສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວໃນໄລຍະ 70 ປີ ເປັນຕົ້ນແມ່ນໄລຍະແຫ່ງການຕໍ່ສູ້ກູ້ຊາດ ແລະ ໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເຊິ່ງໄລຍະຕໍ່ສູ້ກູ້ຊາດ ພັກເຮົາໄດ້ຊີ້ນໍາ-ນໍາພາປະຊາຊົນລາວບັນດາເຜົ່າຕໍ່ສູ້ກັບພວກຈັກກະພັດຜູ້ຮຸກຮານ ແລະ ປະຕິການຂາຍຊາດ ຈົນສາມາດຍາດໄດ້ໄຊຊະນະ ແລະ ສະຖາປານາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນ ທີ 2 ທັນວາ 1975 ຢ່າງສະຫງ່າຜ່າເຜີຍ. ຍົກໃຫ້ເຫັນເຖິງຜົນງານໃນການນໍາພາ-ຊີ້ນໍາຂອງພັກໃນແຕ່ລະໄລຍະແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຕາມແນວທາງປ່ຽນແປງໃໝ່ຮອບ ດ້ານ ແລະ ມີຫຼັກການ ເຊິ່ງສະແດງອອກແຕ່ລະໄລຍະໃນທຸກຂົງເຂດວຽກງານໄດ້ຮັບການພັດທະນາ ແລະ ມີບາດ ກ້າວຂະຫຍາຍຕົວຢ່າງເປັນກ້າວໆມາ, ພ້ອມນີ້ຍັງສຶບຕໍ່ເສີມຂະຫຍາຍມູນເຊື້ອທາດແທ້ຂອງ ພັກປະຊາຊົນປະຕິວັດລາວ ຍຶດໝັ້ນແນວຄິດ-ທິດສະດີມາກ-ເລນິນ, ແນວຄິດໄກສອນ ພົມວິຫານ ກໍຄືຈຸດໝາຍສັງຄົມນິຍົມຢ່າງໜັກແໜ້ນ. ນອກຈາກການປາຖະກະຖາແລ້ວຍັງໄດ້ຜ່ານມະຕິເລກທີ 01/ລບ ຂອງລັດຖະບານ ເປີດກ້ວາງ ຄັ້ງທີ II ປະຈໍາປີ 2024 ແລະ ຜ່ານເອກະສານ ດໍາລັດຂອງລັດຖະບານ ເລກທີ 57/ລບ. ວ່າດ້ວຍການປະຕິບັດນະໂຍບາຍຕໍ່ຜູ້ທີ່ມີຜົນງານ ແລະ ຄຸນງານຄວາມດີໃນພາລະກິດການປະຕິວັດຊາດ ປະຊາທິປະໄຕ.

      ໃນຕອນທ້າຍຂອງກອງປະຊຸມ ສະຫາຍ ບຸນຈັນ ສີວົງພັນ ປະທານກອງປະຊຸມ ຊີ້ນໍາໃຫ້ບັນດາການນໍາເປັນຕົ້ນແມ່ນພະນັກງານຫຼັກແຫຼ່ງທີ່ຢູ່ໃນບັນດາຂົງເຂດວຽກງານຕ່າງໆອ້ອມຂ້າງແຂວງ ແລະ ບັນດາເມືອງ ​ຈົ່ງເປັນເຈົ້າການຜັນຂະຫຍາຍມູນເຊື້ອຂອງພັກ ແລະ ພ້ອມກັນຈັດຕັ້ງໂຄສະນາເຜີຍແຜ່ ວັນສ້າງຕັ້ງພັກປະ ຊາຊົນປະຕິວັດລາວ ຄົບຮອບ 70 ປີ ແລະ ບັນດານິຕິກໍາຂອງພັກ-ລັດ ໃຫ້ແກ່ພະນັກງານ-ລັດຖະກອນທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າໃນທົ່ວແຂວງຮັບຮູ້, ເຂົ້າໃຈຕໍ່ມູນເຊື້ອອັນອົງອາດກ້າຫານຂອງປະຊາຊົນລາວ ພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວໃນແຕ່ລະໄລຍະໃຫ້ມີເນື້ອໃນເລິກເຊິ່ງ, ທົ່ວເຖິງ, ກວ້າງຂວາງດ້ວຍວິທີທີ່ເໝາະສົມ ແລະ ເປັນຂະບວນຟົດຟື້ນ.

                                                                     

                                   (ຂ່າວ: ນູຢ່າງ ຢົງມາ)

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa