ແຂວງຊຽງຂວາງປາຖະກະຖາວັນຜ່າວົງປິດລ້ອມກອງພັນທີ 2ວິລະຊົນທົ່ງໄຫຫີນຊຽງຂວາງຄົບຮອບ 65 ປີ (18/5/1959-18/5/2024) ແລະ ວັນວິລະກໍາໂຕນຄຸກຢ່າງມະຫັດສະຈັນຂອງບັນດາທ່ານຜູ້ນໍາແນວລາວຮັກຊາດຄົບຮອບ 64 ປີ(24/5/1960-24/5/2024)

ແຂວງຊຽງຂວາງ ປາຖະກະຖາ ວັນຜ່າວົງປິດລ້ອມກອງພັນທີ 2 ວິລະຊົນທົ່ງໄຫຫີນຊຽງຂວາງຄົບຮອບ 65 ປີ (18/5/1959-18/5/2024) ແລະ ວັນວິລະກໍາໂຕນຄຸກຢ່າງມະຫັດສະຈັນຂອງບັນດາທ່ານຜູ້ນໍາແນວລາວຮັກຊາດ ຄົບຮອບ 64 ປີ (24/5/1960- 24/5/2024).

ວັນທີ 17 ພຶດສະພາ 2024 ຢູ່ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການແຂວງຊຽງຂວາງ ໄດ້ຈັດພິທີ ປາຖະກະຖາ ເລົ່າຄືນມູນເຊື້ອວັນຜ່າວົງປິດລ້ອມກອງພັນທີ 2 ວິລະຊົນທົ່ງໄຫຫີນຊຽງຂວາງ ຄົບຮອບ 65 ປີ (18/5/1959-18/5/2024) ແລະ ວັນວິລະກໍາໂຕນຄຸກຢ່າງມະຫັດສະຈັນຂອງບັນດາທ່ານຜູ້ນໍາແນວລາວຮັກຊາດ ຄົບຮອບ 64 ປີ (24/5/1960- 24/5/2024) ໃຫ້ກຽດປາຖະກະຖາ ໂດຍທ່ານ ໜໍບີ ຫາຕົ່ງປາວ ຮອງເລຂາຄະນະບໍລິຫານງານພັກແຂວງ, ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດຂັ້ນແຂວງ, ມີຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ຫົວໜ້າ-ຮອງຫົວໜ້າພະແນກການ, ກອງບັນຊາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ, ບັນດາກົມກອງອ້ອມຂ້າງແຂວງ, ພ້ອມດ້ວຍພະນັກງານ-ລັດຖະກອນເຂົ້າຮ່ວມຮັບຟັງຢ່າງພ້ອມພຽງ; ໃນໂອກາດດັ່ງກ່າວ ທ່ານ ໜໍບີ ຫາຕົ່ງປາວ ໄດ້ຍົກໃຫ້ເຫັນບົດບາດການນໍາພາຂອງພັກ ໂດຍສະເພາະແມ່ນບັນດາຜູ້ນໍາປະຕິວັດ ທີ່ມີຄວາມເຂັ້ມແຂງ, ເດັດດ່ຽວອາດຫານຕໍ່ສູ້ບໍ່ຍອມຈໍານົນນໍາພາການປະຕິວັດ ຍາດໄດ້ໄຊຊະນະຢ່າງມະຫັດສະຈັນ, ຍົກໃຫ້ເຫັນປະຫວັດຄວາມເປັນມາ, ຄວາມໝາຍສໍາຄັນປັດໃຈພື້ນຖານຂອງການຜ່າວົງປິດລ້ອມຂອງກອງພັນທີ 2 ຢ່າງມີໄຊ ແລະ ວິທີການໂຕນຄຸກຢ່າງມະຫັດສະຈັນ ຂອງບັນດາທ່ານຜູ້ນໍາໄປສູ່ເຂດທີ່ໝັ້ນປະຕິວັດຢ່າງປອດໄພ, ເຫັນໄດ້ມູນເຊື້ອຄວາມສາມັກຄີເປັນຈິດໜຶ່ງໃຈດຽວ, ຄວາມອົດທົນຜ່ານຜ່າອຸປະສັກ, ນໍ້າໃຈເສຍສະຫຼະສູ້ຮົບຢ່າງພິລະອາດຫານ, ຂະບວນການຕໍ່ສູ້ພາຍໃຕ້ການນໍາພາຂອງພັກອັນສະຫຼາດສ່ອງໃສ ແລະ ນໍ້າໃຈຮັກຊາດອັນແຮງກ້າຂອງບັນດາທ່ານຜູ້ນໍາ, ຕໍ່ສູ້ບໍ່ຍອມຈໍານົນ, ເຊື່ອໝັ້ນຕໍ່ກໍາລັງແຮງຂອງມະຫາຊົນ, ປຸກລະດົມຂົນຂວາຍ ຈົນຍາດໄດ້ໄຊຊະນະຢ່າງມີໄຊ. ເຊິ່ງເປັນການສ້າງຄວາມຮັບຮູ້ທາງດ້ານປະຫວັດສາດໃຫ້ແກ່ພະນັກງານ-ລັດຖະກອນ ໄດ້ຮັບຮູ້ ແລະ ເຂົ້າໃຈເຖິງບົດບາດການນໍາພາຂອງພັກ,ຄວາມສະຫຼາດສ່ອງໃສ ແລະ ມີໄຫວພິກເອົາຊະນະສັດຕູ,  ເພື່ອມາໜູນໃຊ້ເຂົ້າໃນການປະຕິບັດໜ້າທີ່ຂອງຕົນທີ່ຮັບຜິດຊອບ ໃຫ້ສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້.

 

ໂດຍ: ສີຍອງ ພອນທະຈັນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa