ແຂວງຊຽງຂວາງຈັດພິທີສະເຫຼີມສະຫຼອງວັນກໍາມະກອນສາກົນ ຄົບຮອບ 139 ປີ
ຕອນເຊົ້າ, ເວລາ 6 ໂມງ 30 ນາທີ ຂອງວັນທີ 29 ເມສາ 2025 ແຂວງຊຽງຂວາງໄດ້ຈັດພິທີສະເຫຼີມສະຫຼອງວັນກໍາມະກອນສາກົນ ຄົບຮອບ 139 ປີ (1 ພຶດສະພາ 1886–1 ພຶດສະພາ 2025 ) ຢູ່ທີ່ສະໜາມກິລາໄຊຊະນະ,ເຂົ້າຮ່ວມພິທີໃນຄັ້ງນີ້ມີ ທ່ານ ສູນທອນ ພັນມີໄຊ ຄະນະປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ, ຄະນະບໍລິຫານງານສະຫະພັນກໍາມະບານແຂວງ, ສະມາຊິກກໍາມະບານຈາກກໍາລັງ ປກສ-ປກຊ, ພະແນກການກົມກອງອ້ອມຂ້າງແຂວງ ແລະ ສະມາຊິກກໍາມະບານເມືອງແປກ ເຂົ້າຮ່ວມຈໍານວນ 700 ກວ່າຄົນ.
ໃນພິທີ ທ່ານ ສູນທອນ ພັນມີໄຊ ຄະນະປະຈໍາພັກແຂວງ ໄດ້ເລົ່າຫວນຄືນມູນເຊື້ອການຕໍ່ສູ້ຂອງຊົນຊັ້ນກໍາມະກອນໃນອາດີດຈົນເຖິງປັດຈຸບັນ ເພື່ອເປັນການໂຄສະ ນາສຶກສາອົບຮົມໃຫ້ແກ່ສະມາຊິກກໍາມະບານ, ກໍາມະກອນ ແລະ ຊາວຜູ້ອອກແຮງງານໃຫ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບປະຫວັດຄວາມເປັນມາ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງຂະບວນກໍາມະກອນລາວ ໂດຍສະເພາະແມ່ນຜົນງານອັນຍິ່ງໃຫຍ່ຂອງຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານແມ່ນໄດ້ມີການຕໍ່ສູ້ຮຽກ ຮ້ອງໃຫ້ພວກນາຍທຶນຕ້ອງປະຕິບັດຕາມຄໍາສະເໜີຂອງກໍາມະກອນວ່າ: “ ບໍ່ໃຫ້ຜູ້ໃດເຮັດວຽກເກີນ 8 ຊົ່ວໂມງຕໍ່ມື້ເຊັ່ນ: 8 ຊົ່ວໂມງເຮັດວຽກ, 8 ຊົ່ວໂມງຕ້ອງພັກ ຜ່ອນ ແລະ 8 ຊົ່ວໂມງຕ້ອງໄດ້ຮໍ່າຮຽນ” ແລະ ໄດ້ກໍານົດເອົາວັນທີ 1 ພຶດສະພາ 1886 ເປັນວັນກໍາມະກອນສາກົນນັບແຕ່ນັ້ນມາວັນທີ 1 ພຶດສະພາ ຂອງທຸກປີຈຶ່ງໄດ້ກາຍເປັນວັນບຸນໃຫຍ່ຂອງຊົນຊັ້ນກໍາມະກອນໃນທົ່ວໂລກ.
ຈາກນັ້ນກໍໄດ້ຈັດຂະບວນການຍາ່ງເພື່ອສຸຂະພາບອ້ອມສະໜາມກິລາໄຊຊະນະ ແລະ ໄດ້ມີສະມາຊິກກໍາມະບານບໍລິຈາກເລືອດເພື່ອຊ່ວຍເຫຼືອສັງຄົມເຊິ່ງໄດ້ຮັບການບໍລິຈາກເລືອດທັງໝົດ 11 ຖົງ, ກິດຈະກໍາຢ້ຽມຊົມສິນຄ້າຈາກຊາວກະສິກອນທີ່ໄດ້ຮັບທຶນຊ່ວຍເຫຼືອຈາກໂຄງການສົ່ງເສີມການປົກປ້ອງທາງສັງຄົມ ແລະ ສິດທິແຮງງານໃນຂະ ແໜງກະສິກໍາອາຫານຂອງ ສປປ ລາວ ເຊິ່ງປະກອບມີ ກຸ່ມປູກຜັກອິນຊີ, ກຸ່ມປູກຊາ, ກຸ່ມລ້ຽງເຜິ້ງ ແລະ ກິດຈະກໍາບູດໂຄສະນາປະກັນສັງຄົມພາກສະໝັກໃຈເພື່ອໃຫ້ແຮງງານໄດ້ຮັບຮູ້, ເຂົ້າໃຈ ແລະ ເຂົ້າເຖິງປະກັນສັງຄົມ.
ຂຽນໂດຍ: ບົວສີ ພັນທະສອນ